
ສະຖານີຂົນສົ່ງໂດຍສານທາງໄກສາຍໃຕ້-ສາຍຕ່າງປະເທດ ໄດ້ປະຕິບັດຕາມຄຳສັ່ງຂອງນາຍົກລັດຖະມົນຕີ ໂດຍໄດ້ປິດໃຫ້ບໍລິການຂົນສົ່ງຜູ້ໂດຍສານຢ່າງເປັນທາງການແລ້ວ ນັບແຕ່ເວລາ 20:00 ໂມງ ຂອງວັນທີ 31 ມີນາ ໄປຈົນເຖິງວັນທີ 19 ເມສາ 2020 ເພື່ອຕ້ານການແຜ່ລະບາດຂອງເຊື້ອໄວຣັສ COVID-19 ບໍ່ໃຫ້ເພີ່ມຂຶ້ນ ແລະ ຫຼຸດລົງໂດຍໄວ.

ທ່ານ ສຸກສະຫວາດ ສີສຸກ ຜູ້ຈັດການທົ່ວໄປ ສະຖານີຂົນສົ່ງໂດຍສານທາງໄກສາຍໃຕ້-ສາຍຕ່າງປະເທດ ລາຍງານໃຫ້ຮູ້ໃນວັນທີ 1 ເມສາ 2020 ວ່າ: ນັບແຕ່ເລີ່ມປິດໃຫ້ບໍລິການຂົນສົ່ງຜູ້ໂດຍສານ ສະຖານີຕົນກໍໄດ້ເອົາໃຈໃສ່ເພີ່ມທະວີປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດ COVID-19 ຢ່າງເຂັ້ມງວດ ໂດຍປະຕິບັດຕາມຄໍາສັ່ງ ຄໍາແນະນໍາ ແລະ ວິທີການປ້ອງກັນຕ່າງໆຈາກຂັ້ນເທິງ ກໍຄືຂະແໜງການທີ່ກ່ຽວຂ້ອງ ໂດຍໄດ້ເຮັດຄວາມສະອາດຕາມບໍລິເວນຕ່າງໆພາຍໃນອາຄານ ໂດຍການສີດຢາຂ້າເຊື້ອ ແລະ ອື່ນໆ.

ພ້ອມດຽວກັນນັ້ນ ສະຖານີຂົນສົ່ງໂດຍສານທາງໄກສາຍໃຕ້-ສາຍຕ່າງປະເທດ ກໍໄດ້ຮ່ວມເຈົ້າໜ້າທີ່ເມືອງໄຊທານີ ເຈົ້າໜ້າທີ່ກຸ່ມບ້ານ ແລະ ພະນັກງານພາຍໃນ ຈັດເວນຍາມຕະຫລອດ 24 ຊົ່ວໂມງ ເພື່ອຮັກສາຄວາມປອດໄພ ໂດຍສະເພາະ ຫ້າມຄົນນອກບໍ່ໃຫ້ເຂົ້າມາ ຍົກເວັ້ນຜູ້ທີ່ມາພົວພັນເອົາລົດທີ່ຝາກໄວ້.