ໃນປີ 5 ສະພາແຫ່ງຊາດຮັບຮອງເອົາກົດໝາຍທັງໝົດ 90 ສະບັບ

    ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ສະພາແແຫ່ງຊາດໄດ້ຜ່ານຮ່າງບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 (2016 – 2020) ແລະ ປີ 2020 ຂອງສະພາແຫ່ງຊາດ ຊຸດທີ VIII ຄາດຄະເນແຜນການປະຈໍາປີ 2021 ແລະ ຮ່າງທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2021- 2025) ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 16 ພະຈິກ 2020 ທີ່ສະພາແຫ່ງຊາດ (ຫຼັກ 6) ເປັນປະທານຂອງທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ມີສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງເຂົ້າຮ່ວມ.

    ໃນກອງປະຊຸມ ທ່ານນາງ ສີໃສ ລືເດດມູນສອນ ຮອງປະທານສະພາແຫ່ງຊາດ ໄດ້ຂຶ້ນສະເໜີຮ່າງບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານດັ່ງກ່າວ ໃນໄລຍະ 5 ປີຜ່ານມາ ສາມາດຮັບຮອງເອົາກົດໝາຍໄດ້ຈໍານວນ 90 ສະບັບ ໃນນີ້ ກົດໝາຍສ້າງໃໝ່ຈໍານວນ 38 ສະບັບ ກົດໝາຍປັບປຸງ 52 ສະບັບ ສໍາລັບປີ 2020 ສາມາດຮັບຮອງເອົາກົດໝາຍຈໍານວນ 9 ສະບັບ ໃນນີ້ ກົດໝາຍສ້າງໃໝ່ 4 ສະບັບ  ແລະ  ກົດໝາຍປັບປຸງ 5 ສະບັບ ໄດ້ຮັບຄໍາສະເໜີຈາກພາກສ່ວນທີ່ກ່ຽວຂ້ອງໃນການຕີຄວາມໝາຍ ແລະ ອະທິບາຍກົດໝາຍທັງໝົດ ຈໍານວນ 54 ບັນຫາ ໃນນີ້ຄ້າງມາແຕ່ກອງປະຊຸມສະພາແຫ່ງຊາດຊຸດທີ VII ຈໍານວນ 32 ບັນຫາ ຄະນະປະຈໍາສະພາແຫ່ງຊາດ ໄດ້ຕົກລົງໃຫ້ສັດຕະຍາບັນແກ່ສົນທິສັນຍາສາກົນທັງໝົດຈໍານວນ 22 ສະບັບ ສະເພາະປີ 2020 ໄດ້ຕົກລົງໃຫ້ສັດຕະຍາບັນແກ່ສົນທິສັນຍາສາກົນ ຈໍານວນ 2 ສະບັບຄື: ການໃຫ້ສັດຕະຍາບັນແກ່ສົນທິສັນຍາການຊ່ວຍເຫຼືອເຊິ່ງກັນ ແລະ ກັນທາງອາຍາ ລະຫວ່າງລັດຖະບານລາວ ກັບ ສສ ຫວຽດນາມ ແລະ ອະນຸສັນຍາວ່າດ້ວຍຄັງແຮເຂົ້າສຸກເສີນອາຊຽນ.

# ຂ່າວ & ພາບ : ເພັດສະໝອນ

error: Content is protected !!