ໂຕໂຢລາວ ຂະຫຍາຍໂຮງງານໄລຍະ 2 ເພື່ອສະໜອງການຜະລິດທີ່ທັນສະໄໝ

       ພິທີວາງສີລາລຶກໂຄງການກໍ່ສ້າງໂຮງງານອຸດສາຫະກຳໂຕໂຢລາວ ໄລຍະ 2  ຂຶ້ນໃນວັນທີ 16 ພະຈິກ 2020 ທີ່ບ້ານໂພຄຳ ເມືອງໄຊທານີ ນະຄອນຫຼວງວຽງຈັນ (ນວ) ເປັນປະທານຂອງທ່ານ ລັງກອນ ໄຊຍະວົງ ປະທານ ບໍລິສັດກຸ່ມໄຊຍະວົງ ແລະ ໂຮງງານອຸດສາຫະກຳໂຕໂຢລາວ ມີທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນ ຫຼວງວຽງຈັນ  ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ທ່ານ ແຄນທອງ ສີສຸວົງ ຮອງປະທານຄະນະກຳມະການຮ່ວມມືລາວ-ຈີນ ທ່ານ ຄຳປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.

    ທ່ານ ລັງກອນ ໄຊຍະວົງ ໄດ້ກ່າວວ່າ: ພາຍຫຼັງ 15 ປີ ທີ່ນຳເຂົ້າ ແລະ ຈຳໜ່າຍທໍ່ນໍ້າ ແລະ ອຸປະກອນໃນ ສປປ ລາວ ເຊິ່ງໃນແຕ່ລະປີ ສປປ ລາວ ເຮົາໄດ້ນຳເອົາເງິນຈຳນວນຫຼາຍເພື່ອໄປຊື້ທໍ່ນໍ້າ ແລະ ອຸປະກອນຈາກຕ່າງປະເທດ ເພື່ອນຳໃຊ້ເຂົ້າໃນວຽກງານອຸດສາຫະກຳຕອບສະໜອງຮັບໃຊ້ສັງຄົມ ດ້ວຍຄວາມມຸ່ງໝັ້ນປະກອບ ສ່ວນພັດທະນາຂະແໜງການການຄ້າທີ່ຕົນມີທ່າແຮງ ໃຫ້ພັດທະນາໄປຕາມທິດອຸດສາຫະກຳ ແລະ ທັນສະໄໝເທື່ອລະກ້າວ ໃນປີ 2016 ໂຮງງານທໍ່ໂຕໂຢ ໄດ້ຮັບການສ້າງຕັ້ງຂຶ້ນຢູ່ບ້ານໂພຄຳ ເມືອງໄຊທານີ ນວ ປັດຈຸບັນໂຮງງານສາມາດຜະລິດທໍ່ນໍ້າ ທໍ່ໄຟ ທໍ່ຫຸ້ມສາຍໄຟໂຊລາເຊວ ທໍ່ຫຸ້ມສາຍກ້ອງວົງຈອນ ທໍ່ຫຸ້ມສາຍໂທລະຄົມ ທໍ່ກະເສດ ທໍ່ຊົນລະປະທານ ແລະ ອຸປະກອນພາຍໃຕ້ເຄື່ອງກາໝາຍ TOYO ແລະ ASIA GREEN ທີ່ໄດ້ຄຸນນະພາບມາດຕະຖານສາກົນ ເຊິ່ງສາມາດຜະລິດທໍ່ໄດ້ 14 ໝວດຜະລິດຕະພັນ ມີກຳລັງການຜະລິດສູງສຸດ 15.200 ໂຕນຕໍ່ປີ.

    ເພື່ອສືບຕໍ່ພັດທະນາ ແລະ ສາມາດຕອບສະໜອງໃຫ້ໄດ້ກັບຄວາມຕ້ອງການຂອງສັງຄົມ ທາງບໍລິສັດໄດ້ຕັດສິນໃຈສືບຕໍ່ລົງທຶນເພື່ອຂະຫຍາຍໂຮງງານຜະລິດທໍ່ໂຕໂຢໄລຍະ II ປະກອບມີ: ຂະຫຍາຍເນື້ອທີ່ດິນໂຮງງານຈາກ 2 ເຮັກຕາ ຂຶ້ນເປັນ 3 ເຮັກຕາ ກໍ່ສ້າງສາງຜະລິດຕະພັນ ສາງວັດຖຸດິບ ຈັດຊື້ເຄື່ອງຈັກທໍ່ ເຄື່ອງຈັກຜະລິດຂໍ້ຕໍ່ປະມານ 20 ຕື້ກວ່າກີບ ກຳນົດເວລາກໍ່ສ້າງພາຍໃນ 8 ເດືອນ ຖ້າໂຄງການໄລຍະ II ສຳເລັດ ໂຮງງານທໍ່ໂຕໂຢຈະກາຍເປັນໂຮງງານຜະລິດທໍ່ທີ່ທັນສະໄໝທຸກຂັ້ນຕອນ ທຽບເທົ່າໂຮງງານຜະລິດທໍ່ທີ່ທັນສະໄໝໃນບັນດາປະເທດອາຊຽນ.

# ຂ່າວ & ພາບ : ບຸນມີ

error: Content is protected !!