ວິທະຍາໄລກະສິກຳ-ປ່າໄມ້ພາກເໜືອ ສະຫຼອງວັນສັກຢາກັນພະຍາດແຫ່ງຊາດ

    ໃນອາທິດຜ່ານມານີ້ ວິທະຍາໄລກະສິກຳ ແລະ ປ່າໄມ້ພາກເໜືອ ໄດ້ຈັດພິທີສະເຫຼີມສະຫຼອງວັນສັກຢາປ້ອງກັນພະຍາດແຫ່ງຊາດປະຈຳປີ 2020 ຂຶ້ນທີ່ຟາມລ້ຽງສັດໃຫຍ່ຂອງຄະນະວິຊາສ້ຽງສັດ ມີທ່ານ ອຸໄທ ສຸກຂີ ແລະ ທ່ານ ສົມສີ ຄຳມະນີວົງ ຮອງອຳນວຍການວິທະຍາໄລກະສິກຳ ແລະ ປ່າໄມ້ພາກເໜືອ ບັນດາຫົວໜ້າຫ້ອງການຄະນະວິຊາການ ພະນັກງານ ຄູອາຈານ ແລະ ນັກສຶກສາເຂົ້າຮ່ວມ.

ວິທະຍາໄລກະສິກຳ-ປ່າໄມ້ພາກເໜືອ ສະຫຼອງວັນສັກຢາກັນພະຍາດແຫ່ງຊາດ

    ການຈັດກິດຈະກຳຄັ້ງນີ້ ໄດ້ຍົກໃຫ້ເຫັນຄວາມສຳຄັນຂອງວັນດັ່ງກ່າວທີ່ຈັດຂຶ້ນທຸກປີ ເປັນຂະບວນຟົດຟື້ນເປັນການເຕືອນໃຫ້ຮູ້ວ່າ ທຸກຄົນທີ່ມີສັດລ້ຽງຢູ່ໃນການຄຸ້ມຄອງດູແລຂອງຕົນ ຕ້ອງນຳເອົາມາສັກຢາກັນພະຍາດເພື່ອບໍ່ໃຫ້ສັດລ້ຽງເກີດເປັນພະຍາດ ແລະ ລົ້ມຕາຍຍ້ອນພະຍາດ ເຮັດໃຫ້ສັດມີການແຜ່ພັນຂຶ້ນເລື້ອຍໆ ຈາກນັ້ນໃນພິທີ ໄດ້ສັກຢາໃຫ້ສັດລ້ຽງຂອງວິທະຍາໄລ ແລະ ຢາທີ່ນໍາມາສັກຄັ້ງນີ້ ມີຢາວັກຊີນເຕົ້າໂຮມເລືອດງົວ-ຄວາຍຕ້ານປາກເປື່ອຍລົງເລັບ ອະທິວາໝູ ຢາອະຫິວາສັດປີກ ແລະ ຢານິວຄາເຊິນອ່ອນແກ່.

# ຂ່າວ & ພາບ : ສົມສະຫວັນ

error: Content is protected !!