ລັດຖະບານກໍາປູເຈຍ ມອບອຸປະກອນການແພດຕ້ານໂຄວິດ-19 ໃຫ້ແກ່ ສປປ ລາວ

    ໃນວັນທີ 16 ພະຈິກ 2020 ທີ່ສະໜາມບິນສາກົນວັດໄຕ ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອຈາກລັດຖະບານ ແລະ ປະຊາຊົນແຫ່ງລາຊະອານາຈັກກໍາປູເຈຍ ໃຫ້ແກ່ລັດຖະບານ ແລະ ປະຊາຊົນແຫ່ງ ສປປ ລາວ ໂດຍປະກອບມີ ຜ້າອັດປາກ-ອັດດັງ ຈຳນວນ 2,1 ລ້ານອັນ ເຄື່ອງຊ່ວຍຫາຍໃຈ ເຄື່ອງວັດແທກອຸນຫະພູມ ແລະ ເຄື່ອງມືການແພດທີ່ຈຳເປັນອີກຈຳນວນໜຶ່ງໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ເພື່ອນຳໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ຢູ່ ສປປ ລາວ.

    ໃນພິທີຄັ້ງນີ້ ຕາງໜ້າໃຫ້ແກ່ລັດຖະບານແຫ່ງລາຊະອານາຈັກກໍາປູເຈຍ ກ່າວມອບເຄື່ອງຊ່ວຍເຫຼືອ ແມ່ນສົມເດັດ ປີໄຈ ເສນາ ເຕຍບັນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ຕາງໜ້າໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ຮັບໂດຍທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໂດຍມີຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແລະ ການນໍາຂັ້ນສູງຈາກກະຊວງກ່ຽວຂ້ອງຕ່າງໆຂອງລາວ ເອກອັກຄະລາຊະທູດແຫ່ງລາຊະອານາຈັກກຳປູເຈຍ ປະຈຳ ສປປ ລາວ ແລະ ວິຊາການທີ່ກ່ຽວຂ້ອງຈຳນວນໜຶ່ງເຂົ້າຮ່ວມຢ່າງພ້ອມພຽງ.

# ຂ່າວ & ພາບ : ຂັນທະວີ

error: Content is protected !!