ການແຂ່ງຂັນເຕະບານຊາຍທົ່ວປະເທດ ເພື່ອສ້າງຂະບວນການຄຳນັບຮັບຕ້ອນວັນຊາດ ຄົບຮອບ 45 ປີ (2 ທັນວາ 1975-2 ທັນວາ 2020) ຮອບແບ່ງກຸ່ມນັດສຸດທ້າຍ ເມື່ອວັນທີ 15 ພະຈິກ 2020 ມີການລົງສະໜາມຫຼາຍຄູ່ໃນຫຼາຍກຸ່ມ ແຕ່ຄູ່ທີ່ໜ້າສົນໃຈ ເປັນການລົງສະໜາມນັດສຸດທ້າຍຂອງກຸ່ມ ກ ທັບນັກເຕະນະຄອນຫຼວງວຽງຈັນ ພົບກັບ ແຂວງໄຊສົມບູນ ຢູ່ສະໜາມກີລາແຫ່ງຊາດ ຫຼັກ 16 ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ຜ່ານການແຂ່ງຂັນຕະຫຼອດ 90 ນາທີ ຜົນປາກົດວ່າ ເປັນຝ່າຍນະຄອນຫຼວງວຽງຈັນ ທີ່ຫຼິ້ນໄດ້ດີກວ່າ ສາມາດໄລ່ເອົາຊະນະ ແຂວງໄຊສົມບູນ ໄປໄດ້ 2-1 ປະຕູ ໂດຍນະຄອນຫຼວງ ໄດ້ປະຕູຈາກ ຊາຍ ແສງທອງ ນາທີ 45 ນາທີ ແລະ ນາທີ 80 ສ່ວນໄຊສົມບູນ ໄດ້ປະຕູຕີໄຂ່ແຕກຈາກ ພະຍຸ ສີປະເສີດ ນາທີ 86.
ຂະນະທີ່ຜົນການແຂ່ງຂັນຄູ່ອື່ນໆ
– ແຂວງຈຳປາສັກ ຊະນະ ແຂວງອຸດົມໄຊ 4-3
– ແຂວງຜົ້ງສາລີ ຊະນະ ແຂວງວຽງຈັນ 8-2
– ແຂວງຄຳມ່ວນ ເສຍໃຫ້ ແຂວງສາລະວັນ 1-2
ສຳລັບຕາຕະລາງການແຂ່ງຂັນຮອບ 8 ທີມສຸດທ້າຍ ຈະຈັດຂຶ້ນໃນວັນທີ 17 ພະຈິກ 2020
– ນະຄອນຫຼວງວຽງຈັນ ພົບ ແຂວງອັດຕະປື ເວລາ 15:00 ໂມງ ຢູ່ສະໜາມກີລາແຫ່ງຊາດ ຫຼັກ 16 (ສະໜາມໃນ) ໂທລະພາບລາວສະຕາ ຖ່າຍທອດສົດ.
– ແຂວງຈຳປາສັກ ພົບ ແຂວງຫົວພັນ ເວລາ 15:00 ໂມງ ຢູ່ສະໜາມກີລາແຫ່ງຊາດ ຫຼັກ 16 (ສະໜາມນອກ).
– ແຂວງຫຼວງພະບາງ ພົບ ແຂວງຊຽງຂວາງ ເວລາ 15:00 ໂມງ ຢູ່ສະໜາມກີລາມະຫາວິທະຍາໄລແຫ່ງຊາດ ໂທລະພາບນະຄອນຫຼວງວຽງຈັນ (Vte9) ຖ່າຍທອດສົດ.
– ແລະ ແຂວງສະຫວັນນະເຂດ ພົບ ແຂວງຜົ້ງສາລີ ເວລາ 15:00 ໂມງ ຢູ່ສະໜາມກີລາກອງທັບ ຫຼັກ 5.

# ຂ່າວ & ພາບ: ສີພອນ