ຍົກສູງຄວາມສາມາດວຽກງານບັນຊີ ແກ່ຫົວໜ່ວຍວິສາຫະກິດ

    ກອງປະຊຸມເຝິກອົບຮົມວຽກງານບັນຊີວິສາຫະກິດ (ສະບັບປັບປຸງ ປີ 2020) ໃຫ້ແກ່ບັນດາຫົວໜ່ວຍວິສາຫະກິດທີ່ຂຶ້ນກັບຂັ້ນຄຸ້ມຄອງຂອງນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 16 ພະຈິກ 2020 ຢູ່ສະຖາບັນເສດຖະກິດການເງິນ ບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍມີທ່ານນາງ ດາວອນ ທອງຈັນ ຫົວໜ້າກົມບັນຊີ ກະຊວງການເງິນ ທ່ານ ສິລິລາດທົງສິນ ທອງເພັງ ຫົວໜ້າພະແນກ ການເງິນນະຄອນຫຼວງວຽງຈັນ ມີບັນດາຫົວໜ້າພະແນກ ວິທະຍາກອນ ແລະ ສໍາມະນາກອນທີ່ມາຈາກບັນດາຫົວໜ່ວຍທຸລະກິດເຂົ້າຮ່ວມ 108 ຫົວໜ່ວຍ.

    ໂອກາດນີ້ ທ່ານ ສິລິລາດທົງສິນ ທອງເພັງ ກ່າວວ່າ: ດັ່ງທີ່ພວກເຮົາຮູ້ນໍາກັນແລ້ວວ່າ ວຽກງານບັນຊີ ເປັນວຽກງານທີ່ສໍາຄັນ ບໍ່ວ່າຢູ່ພາຍໃນປະເທດ ພາກພື້ນ ແລະ ສາກົນ ເພາະວຽກງານບັນຊີ ເປັນເຄື່ອງມືໃຫ້ແກ່ການຄຸ້ມຄອງການເງິນ ຕິດຕາມກວດກາທັງພາຍໃນ ແລະ ພາຍນອກ ພ້ອມດຽວກັນນັ້ນ ທັງເປັນເຄື່ອງມືທີ່ສໍາຄັນໃນການຈັດເກັບລາຍຮັບທາງດ້ານສ່ວຍສາອາກອນເຂົ້າງົບປະມານແຫ່ງລັດ ໃຫ້ມີຄວາມຖືກຕ້ອງ ໂປ່ງໃສ ແລະ ທັນເວລາ ນອກຈາກນີ້ ຄະນະພັກ-ຄະນະນໍາຂອງພະແນກການເງິນນະຄອນຫຼວງວຽງຈັນ ກໍໃຫ້ຄວາມສໍາຄັນຕໍ່ວຽກງານບັນຊີ ໂດຍຊີ້ນໍາ-ນໍາພາຂະແໜງບັນຊີຂອງພວກເຮົາ ຊຸກຍູ້ ສົ່ງເສີມໃຫ້ວິສາຫະກິດຖືບັນຊີຕາມລະບຽບກົດໝາຍ ແລະ ຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານບັນຊີຂອງຫົວວິສາຫະກິດຂັ້ນນະຄອນຫຼວງ ແລະ ເມືອງ ຄຸ້ມຄອງ ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ.

# ຂ່າວ & ພາບ : ສີພອນ:

error: Content is protected !!