ນັກດາລາສາດຄົ້ນພົບຫຼັກຖານ ທີ່ອາດບົ່ງຊີ້ເຖິງສິ່ງມີຊີວິດເທິງດາວສຸກ

ສະ​ຖາ​ບັນ​ວິ­ໄຈ​ດາ­ລາ­ສາດ​ແຫ່ງ​ຊາດ NARIT ເຜີຍ​ວ່າ ນັກ​ດາ­ລາ­ສາດ​ຄົ້ນ​ພົບ​ຫຼັກ​ຖານ ທີ່​ອາດ​ຈະ​ບົ່ງ​ຊີ້​ເຖິງ​ສິ່ງ​ມີ​ຊີ­ວິດ​ເທິງ​ດາວ​ສຸກ.

NARIT ສະ​ຖາ​ບັນ​ວິ­ໄຈ​ດາ­ລາ­ສາດ​ແຫ່ງ​ຊາດ ໂພ​ສ​ຂໍ້­ຄວາມ​ລະ­ບຸ​ວ່າ ນັກ​ດາ­ລາ­ສາດ​ຄົ້ນ​ພົບ​ຫຼັກ​ຖານ ທີ່​ອາດ​ຈະ​ບົ່ງ​ຊີ້​ເຖິງ​ສິ່ງ​ມີ​ຊີ­ວິດ​ເທິງ​ດາວ​ສຸກ.

ທີມ​ນັກ​ດາ­ລາ­ສາດ ນຳ​ໂດຍ Jane Greaves ຈາກ Cardiff University ສະ­ຫະ​ລາ­ຊະ​ອາ­ນາ­ຈັກ​ອັງ­ກິດ ເຜີຍ​ເຖິງ​ການ​ຄົ້ນ​ພົບ​ໂມ​ເລ​ກຸນ​ຂອງ​ຟອສ​ຟີນ ເຊິ່ງ​ອາດ​ຈະ​ບົ່ງ​ຊີ້​ເຖິງ​ຄວາມ​ເປັນ​ໄປ​ໄດ້ ທີ່​ອາດ​ຈະ​ເກີດ​ຂຶ້ນ​ຈາກ​ສິ່ງ​ມີ​ຊີ­ວິດ​ທີ່​ອາ­ໄສ​ຢູ່​ໃນ​ຊັ້ນ​ບັນ­ຍາ­ກາດ​ຂອງ​ດາວ​ສຸກ ໃນ​ງານ​ວິ­ໄຈ​ທີ່​ລົງ​ພິມ​ໃນ​ວາ­ລະ­ສານ Nature Astronomy ໃນ​ວັນ​ທີ 14 ກັນ­ຍາ 2020 ຜ່ານ​ມາ.

# ຊັ້ນ​ບັນ­ຍາ­ກາດ​ຂອງ​ດາວ​ສຸກ:

ດາວ​ສຸກ​ນັ້ນ ເປັນ​ດາວ​ເຄາະ​ທີ່​ໄດ້​ຊື່­ວ່າ​ເປັນ​ຄູ່​ແຝດ​ກັບ​ໂລກ ເນື່ອງ​ຈາກ​ມີ​ທັງ​ຂະ­ໜາດ ແລະ ໄລ­ຍະ​ຫ່າງ​ຈາກ​ດວງ​ອາ­ທິດ​ທີ່​ໃກ້​ຄຽງ​ກັບ​ໂລກ​ຫຼາຍ​ທີ່​ສຸດ ຢ່າງ­ໃດ​ກໍ​ຕາມ ເຖິງ​ແມ່ນ​ວ່າ​ດາວ​ສຸກ ຈະ​ຢູ່​ໃກ້​ດວງ​ອາ­ທິດ​ກວ່າ​ໂລກ​ພຽງ 30% ແຕ່​ສະ­ພາ­ວະ​ເຮືອນ​ແກ້ວ ເຮັດ​ໃຫ້​ດາວ​ສຸກ​ມີ​ຊັ້ນ​ບັນ­ຍາ­ກາດ​ທີ່​ໜາ​ແໜ້ນ ແລະ ເກັບ​ກັກ​ຄວາມ​ຮ້ອນ​ເອົາ​ໄວ້​ມະ­ຫາ­ສານ ຈົນ​ມີ​ສະ­ພາ­ວະ​ອຸນ­ຫະ­ພູມ​ພື້ນ​ຜິວ​ຮ້ອນ​ພໍ​ທີ່​ຈະ​ຫຼອມ​ຂີ້­ກົ່ວ​ໄດ້ ນອກ­ຈາກ​ນີ້ ໃນ​ຊັ້ນ​ບັນ­ຍາ­ກາດ​ຍັງ​ເຕັມ​ໄປ​ດ້ວຍ​ແກ໊​ສ​ຂອງ​ກົດ​ກຳ​ມະ​ຖັນ ແຕ່​ກໍ​ຍັງ​ມີ​ຄວາມ​ເປັນ​ໄປ​ໄດ້ ທີ່​ຄັ້ງ​ໜຶ່ງ​ດາວ​ສຸກ​ອາດ​ຈະ​ເຄີຍ​ມີ​ມະ­ຫາ​ສະ­ໝຸດ ແລະ ມີ​ສະ­ພາບ​ອາ­ກາດ​ທີ່​ເອື້ອ​ຕໍ່​ການ​ດຳ­ລົງ​ຢູ່​ຂອງ​ສິ່ງ​ມີ​ຊີ­ວິດ​ຫຼາຍ​ກວ່າ​ນີ້.

ແຕ່​ຫາກ​ເຮົາ​ພິ­ຈາ­ລະ­ນາ​ເທິງ​ຊັ້ນ​ບັນ­ຍາ­ກາດ​ທີ່​ສູງ​ຂຶ້ນ​ໄປ​ແລ້ວ ເຮົາ​ຈະ​ພົບ​ວ່າ​ທີ່​ຄວາມ​ສູງ​ປະ­ມານ 50 ກິ­ໂລ­ແມັດ​ເໜືອ​ພື້ນ​ຜິວ​ດາວ​ສຸກ​ນັ້ນ ກັບ​ມີ​ສະ­ພາບ​ອາ­ກາດ​ທີ່​ອ່ອນ­ໂຍນ ມີ​ອຸນ­ຫະ­ພູມ​ພຽງ 30 ອົງ­ສາ​ເຊ ແລະ ອາດ​ຈະ​ມີ​ສະ­ພາບ​ທີ່​ພໍ​ເໝາະ​ກັບ​ສິ່ງ​ມີ​ຊີ­ວິດ​ໄດ້ ມີ​ການ​ຄາດ​ການ​ກັນ​ວ່າ ຊັ້ນ​ເມກ​ໃນ​ບັນ­ຍາ­ກາດ​ຂອງ​ດາວ​ສຸກ ອາດ​ຈະ​ມີ​ອົງ​ປະ­ກອບ​ທາງ​ເຄ​ມີ​ພຽງ­ພໍ ທີ່​ຈະ​ກະ​ຕຸ້ນ​ໃຫ້​ເກີດ​ປະ­ຕິ­ກິ­ລິ­ຍາ ທີ່​ນຳ­ໄປ​ສູ່​ການ​ກຳ­ເນີດ​ຂອງ​ສິ່ງ​ມີ​ຊີ­ວິດ ມີ​ການ​ຄາດ​ການ​ກັນ​ວ່າ ຫາກ​ໃນ​ຊັ້ນ​ບັນ­ຍາ­ກາດ​ຂອງ​ດາວ​ສຸກ​ນັ້ນ ມີ​ສິ່ງ​ມີ​ຊີ­ວິດ​ຢູ່​ຈິງ ສິ່ງ​ມີ​ຊີ­ວິດ​ເຫຼົ່າ​ນີ້ ອາດ​ຈະ​ອາ­ໄສ​ລັງ­ສີ​ຢູ​ວີ​ຈາກ​ດວງ​ຕາ­ເວັນ​ເປັນ​ແຫຼ່ງ​ພະ­ລັງ­ງານ ເຊິ່ງ​ນີ້​ອາດ​ຈະ​ເປັນ​ຄຳ​ອະ­ທິ­ບາຍ​ໜຶ່ງ ເຖິງ​ຕົວ​ດູດ​ກືນ​ລັງ­ສີ​ຢູ​ວີ​ປິດ­ສະ­ໜາ ເທິງ​ຊັ້ນ​ບັນ­ຍາ­ກາດ​ຂອງ​ດາວ​ສຸກ ທີ່​ຈົນ​ທຸກ​ວັນ​ນີ້ ເຮົາ​ກໍ​ຍັງ​ບໍ່​ຮູ້​ຄຳ​ຕອບ​ເປັນ​ທີ່​ແນ່­ນອນ.

# ນັກ​ດາ­ລາ­ສາດ ສາ­ມາດ​ສຶກ​ສາ​ອົງ​ປະ­ກອບ​ຂອງ​ດາວ​ທີ່­ຢູ່​ຫ່າງ​ອອກ​ໄປ​ໄດ້​ຢ່າງ­ໃດ ?

ດາ­ລາ­ສາດ​ນັ້ນ ເປັນ​ສາດ​ທີ່​ສຶກ​ສາ​ວັດ­ຖຸ​ທີ່​ເຮົາ​ຍັງ​ໄປ​ບໍ່​ເຖິງ ການ​ຈະ​ສຶກ​ສາ​ອົງ​ປະ­ກອບ​ຂອງ​ວັດ­ຖຸ​ໃດ​ນັ້ນ ຈຶ່ງ​ເຮັດ​ໂດຍ​ການ​ສຶກ​ສາ​ສະ​ເປກ​ຕຣຳ​ທີ່​ວັດ­ຖຸ​ນັ້ນ​ປົດ​ປ່ອຍ​ອອກ​ມາ ໂມ​ເລ​ກຸນ ແຕ່​ລະ​ໂມ​ເລ​ກຸນ​ນັ້ນ ຈະ​ມີ​ການ​ດູດ​ກືນ ຫຼື ເປັ່ງ​ຄື້ນ​ແມ່​ເຫຼັກ​ໄຟ­ຟ້າ (ເຊັ່ນ: ແສງ) ອອກ​ມາ​ໃນ​ໄລ­ຍະ​ຄື້ນ​ທີ່​ສອດ­ຄ່ອງ​ກັບ​ລະ­ດັບ​ພະ­ລັງ­ງານ​ຂອງ​ໂມ​ເລ​ກຸນ​ນັ້ນ ເຊິ່ງ​ລະ­ດັບ​ພະ­ລັງ­ງານ​ເຫຼົ່າ​ນີ້​ນັ້ນ ຈະ​ມີ​ລັກ­ສະ­ນະ​ສະ­ເພາະ ຂຶ້ນ​ຢູ່​ກັບ​ທາດ​ທີ່​ປະ­ກອບ​ຂຶ້ນ​ເປັນ​ໂມ​ເລ​ກຸນ​ນັ້ນໆ ດັ່ງ­ນັ້ນ ຫາກ​ເຮົາ​ສາ­ມາດ​ສັງ­ເກດ​ສະ​ເປກ​ຕຣຳ ໃນ​ການ​ດູດ​ກືນ​ຂອງ​ວັດ­ຖຸ​ທີ່­ຢູ່​ຫ່າງ​ອອກ​ໄປ ເຊິ່ງ​ມີ​ລັກ­ສະ­ນະ ແລະ ຮູບ​ແບບ​ໄລ­ຍະ​ການ​ດູດ​ກືນ​ຄື້ນ​ແມ່​ເຫຼັກ​ໄຟ­ຟ້າ ທີ່​ສອດ­ຄ່ອງ​ກັບ​ໂມ​ເລ​ກຸນ​ຂອງ​ສານ ທີ່​ເຮົາ​ສາ­ມາດ​ວັດ​ໄດ້​ໃນ​ຫ້ອງ​ທົດ​ລອງ​ເທິງ​ໂລກ ຈຶ່ງ​ເທົ່າ​ກັບ​ເຮົາ​ສາ­ມາດ​ຢືນ­ຢັນ​ໄດ້​ວ່າ ໂມ​ເລ​ກຸນ​ຊະ­ນິດ​ດຽວ​ກັນ​ນີ້ ຈະ​ຕ້ອງ​ມີ​ຢູ່​ເທິງ​ດາວ​ດວງ​ທີ່​ເຮົາ​ເຮັດ​ການ​ສຶກ​ສາ​ຢູ່​ໃນ​ລັກ­ສະ­ນະ​ດຽວ​ກັນ​ນີ້ ຫາກ​ເຮົາ​ພົບ​ການ​ດູດ​ກືນ​ຄື້ນ​ແມ່​ເຫຼັກ​ໄຟ­ຟ້າ ທີ່​ກົງ​ກັບ​ໂມ​ເລ​ກຸນ​ຂອງ​ຟອສ​ຟີນ​ຈາກ​ສະ​ເປກ​ຕຣຳ ທີ່​ໄດ້​ມາ​ຈາກ​ຊັ້ນ​ບັນ­ຍາ­ກາດ​ຂອງ​ດາວ​ສຸກ ຈຶ່ງ​ເທົ່າ​ກັບ​ເປັນ​ການ​ຢືນ­ຢັນ​ວ່າ ໃນ​ຊັ້ນ​ບັນ­ຍາ­ກາດ​ນັ້ນ ມີ​ໂມ​ເລ​ກຸນ​ຂອງ​ຟອສ​ຟີນ​ຢູ່.

error: Content is protected !!