ສະຖາບັນຂົງຈື ມຊ ສ້າງໂອກາດໃຫ້ນັກສຶກສາມີວຽກເຮັດງານທຳ

     ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດງານຕະຫຼາດແຮງງານ  ແລະ ວາງສະແດງສິນຄ້າປະຈໍາປີ 2020 ເພື່ອສົ່ງເສີມ ແລະ ເປີດໂອກາດໃຫ້ນັກຮຽນ-ນັກສຶກສາຜູ້ທີ່ຮຽນຈົບຈາກພາຍໃນ ແລະ ຕ່າງປະເທດ ຫຼື ຜູ້ທີ່ຕ້ອງການຢາກມີວຽກເຮັດງານທຳ ໄດ້ມີໂອກາດເຂົ້າເຖິງຕະຫຼາດແຮງງານໃນສາຂາວິຊາຊີບຕ່າງໆໃນສັງຄົມ ແລະ ຜູ້ທີ່ສົນໃຈຢາກຊອກຫາວຽກເຮັດ ແລະ ອື່ນໆ.

ງານຕະຫຼາດແຮງງານ  ແລະ ວາງສະແດງສິນຄ້າປະຈໍາປີ 2020 ຂອງສະຖາບັນຂົງຈື  ມຊ ຈັດຂຶ້ນວັນທີ 13 ພະຈິກ 2020 ຢູ່ສະຖາບັນດັ່ງກ່າວ ໂດຍມີທ່ານ ສົມສີ ຍໍພັນໄຊ ອະທິການບໍດີ ມຊ ທ່ານ ເສິນຊິນຫຼູ ປະທານສະພາການຄ້າກວາງຊີ ສປ ຈີນ ປະຈຳລາວ ທ່ານ ຄຳຮຸ່ງ ຈັນທະວົງ ຮັກສາການຜູ້ອຳນວຍການສະຖາບັນຂົງຈືຝ່າຍລາວ ແລະ ທ່ານ ໂຫຼ ໝິງ ຜູ້ອຳນວຍການສະຖາບັນຂົງຈືຝ່າຍຈີນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 

 ທ່ານ ສົມສີ ຍໍພັນໄຊ  ກ່າວວ່າ: ການຈັດງານຕະຫຼາດນັດແຮງງານຄັ້ງນີ້ ມີຄວາມໝາຍຄວາມສຳຄັນຫຼາຍ ເພາະເປັນການເປີດໂອກາດໃຫ້ນັກຮຽນນັກສຶກສາທີ່ຮຽນຈົບຈາກພາຍໃນ ແລະ ຕ່າງປະເທດ ຫຼື ຜູ້ທີ່ສົນໃຈຕ້ອງການຢາກຊອກຫາວຽກເຮັດງານທຳ ໄດ້ມີໂອກາດມາສະໝັກຊອກວຽກເຮັດຕາມທີ່ຕົນເອງຕ້ອງການ ເພື່ອໄດ້ນຳໃຊ້ຄວາມຮູ້ຄວາມສາມາດທີ່ຕົນຮຽນມາ ໝູນໃຊ້ໃນວຽກງງານຕົວຈິງໃຫ້ເກີດຜົນປະໂຫຍດ ແລະ ມີອາຊີບໃຫ້ຕົນເອງ. 

       ງານຕະຫຼາດແຮງງານ ມີທັງໝົດ 24 ບໍລິສັດເຂົ້າຮ່ວມ ໃນນັ້ນ ມີທັງບໍລິສັດລາວ ແລະ ບໍລິສັດຈີນທີ່ດຳເນີນທຸລະກິດຢູ່ລາວ ໄດ້ພ້ອມກັນມາເປີດຮັບສະໝັກເອົາພະນັກງານຢູ່ສະຖາບັນຂົງຈື້ແຫ່ງນີ້ ພ້ອມນັ້ນ ຍັງໄດ້ມີການວາງສະແດງຜະລິດຕະພັນຂອງບໍລິສັດຕ່າງໆທີ່ເຂົ້າຮ່ວມ ເພື່ອສ້າງໂອກາດໃຫ້ນັກຮຽນ-ນັກສຶກສາໄດ້ຮຽນຮູ້ ແລະ ເຂົ້າໃຈໃນດ້ານທ່າແຮງຂອງແຕ່ລະບໍລິສັດ ກ່ອນທີ່ຈະສະໝັກເຂົ້າເຮັດວຽກນຳບໍລິສັດດັ່ງກ່າວ ເປັນການຊຸກຍູ້ສົ່ງເສີມພາກທຸລະກິດໃຫ້ມີການເປີດກວ້າງ ຮັບພະນັກງານທົ່ວໄປໃນສັງຄົມ ພ້ອມທັງເປັນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ລັດຖະບານລາວ ເພື່ອເປີດໂອກາດໃຫ້ທຸກຄົນມີສິດໃນການເຂົ້າເຖິງຕະຫຼາດແຮງງານ ໂດຍສະເພາະສາຂາວິຊາຊີບທີ່ເໝາະສົມກັບສິ່ງທີ່ຕົນຊຳນານ ຫຼື ຕາມຄວາມສາມາດທີ່ຕົນເອງມີ ມາໝູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ຫຼາຍຂຶ້ນ. 

ໂອກາດນີ້ ຍັງໄດ້ມີການມອບທຶນການສຶກສາໃຫ້ນັກສຶກສາທີ່ທຸກຍາກຈຳນວນ 28 ທຶນ ມູນຄ່າ 14 ລ້ານກີບ ພ້ອມທັງມອບໃບກຽດຕິຄຸນໃຫ້ແກ່ບໍລິສັດ ແລະ ຜູ້ສະໜັບສະໜູນການຈັດງານຈໍານວນໜຶ່ງຕື່ມອີກ.

error: Content is protected !!