ຈໍາໜ່າຍພັນທະບັດລັດຖະບານຄັ້ງທີ 3 ມີສະກຸນເງິນກີບເຖິງ 3.200 ຕື້ກີບ

    ພິທີຖະແຫຼງຂ່າວ ກ່ຽວກັບການຈໍາໜ່າຍພັນທະບັດລັດຖະບານຊຸດໃໝ່ ໂດຍຜ່ານຕະຫຼາດຫຼັກຊັບລາວ ວັນທີ 13 ພະຈິກ 2020 ທີ່ຕະຫຼາດຫຼັກຊັບ ມີ ທ່ານ ສຸລິວັດ ສຸວັນນະຈູມຄໍາ ຫົວໜ້າກົມການເງິນການຕ່າງປະເທດ ແລະ ຄຸ້ມຄອງໜີ້ສິນ ກະຊວງການເງິນ ທ່ານ ນາງ ສາຍສະໝອນ ຈັນທະຈັກ ຫົວໜ້າສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ແລະ ທ່ານ ອ໋ອດ ພົນຊຽງດີ ຜູ້ອໍານວຍການໃຫຍ່ຕະຫຼາດຫຼັກຊັບລາວ ພ້ອມດ້ວຍຄະນະອໍານວຍການຈາກ 3 ບໍລິສັດຫຼັກຊັບ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

     ທ່ານ ສຸລິວັດ ສຸວັນນະຈູມຄໍາ ກ່າວວ່າ: ການຈໍາໜ່າຍພັນທະບັດຊຸດໃໝ່ຜ່ານຕະຫຼາດຫຼັກຊັບລາວ ຄັ້ງທີ 3 ທີ່ກະຊວງການເງິນ ໄດ້ອອກຈໍາໜ່າຍພັນທະບັດລັດຖະບານຜ່ານຕະຫຼາດຫຼັກຊັບ ປະກອບມີສະກຸນເງິນກີບ 3.200 ຕື້ກີບ ໃນນີ້ມີພັນທະບັດດຸນດ່ຽງງົບປະມານ 1.500 ຕື້ກີບ ແລະ ພັນທະບັດຄັງເງິນ 1.700 ຕື້ກີບ ສ່ວນພັນທະບັດດຸນດ່ຽງງົບປະມານສະກຸນເງິນໂດລາສະຫະລັດມີຈໍານວນ 50 ລ້ານໂດລາ ໂດຍການຈໍາໜ່າຍດັ່ງກ່າວ ເປັນການຈໍາໜ່າຍລາຍເດືອນ ເລີ່ມແຕ່ເດືອນກັນຍາ 2020 ເປັນຕົ້ນໄປ ຈົນກວ່າສໍາເລັດ ສໍາລັບພັນທະບັດໂດລາ ມີອາຍຸການ 1 ປີ ແມ່ນບໍ່ຈໍາໜ່າຍໃຫ້ສະຖາບັນການເງິນປະເພດທະນາຄານທຸລະກິດພາຍໃນ ປັດຈຸບັນ ໄດ້ມີການຈໍາໜ່າຍທຸກເດືອນ ແຕ່ມີແຜນຈະຈໍາໜ່າຍ 2 ຄັ້ງຕໍ່ເດືອນ ສໍາລັບຜູ້ລົງທຶນທີ່ສົນໃຈລົງທຶນໃນພັນທະບັດລັດຖະບານ ສາມາດຈອງນໍາ ບໍລິສັດຫຼັກຊັບລ້ານຊ້າງ ມະຫາຊົນ ບໍລິສັດຫຼັກຊັບ BCEL-KT ຈໍາກັດ ແລະ ບໍລິສັດຫຼັກຊັບລາວ-ຈີນ ຈໍາກັດ ນອກນັ້ນຍັງສາມາດຈອງຊື້ພັນທະພັນທະບັດໂດຍຜ່ານທະນາຄານຕົວແທນໄດ້ທົ່່ວປະເທດ ເປັນຕົ້ນ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ທະນາຄານພັດທະນາລາວ ແລະ ທະນາຄານສົ່ງເສີມກະສິກໍາ.

error: Content is protected !!