ອົງການ USAID ສືບຕໍ່ຊ່ວຍເຫຼືອດ້ານການແພດຢູ່ ສປປ ລາວ

    ພິທີມອບ-ຮັບເຄື່ອງກວດເລືອດ ເພື່ອບົ່ງມະຕິໄຂ້ມາລາເຣຍແບບໄວ ຈຳນວນ 50.000 ອັນ ມູນຄ່າ 24.760 ໂດລາສະຫະລັດ ຫຼືປະມານ 230 ລ້ານກີບ ຈາກອົງການພັດທະນາສາກົນອາເມຣິກາ ຫຼື (USAID) ຈັດຂຶ້ນວັນທີ 13 ພະຈິກ 2020 ຜ່ານມາ ຢູ່ສູນໄຂ້ຍຸງແມ່ກາຝາກ ແລະ ແມງໄມ້ ກະຊວງສາທາລະນະສຸກ ເປັນກຽດກ່າວມອບໂດຍທ່ານ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດສະຫະລັດອາເມຣິກາ ປະຈຳ ສປປ ລາວ ແລະ ກ່າວຮັບຂອງທ່ານ ບຸນແຝງ ພູມມະໄລສິດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ. 

    ທ່ານ ປີເຕີ ເຮມ໋ອນ ກ່າວວ່າ: ສະຫະລັດອາເມຣິກາ ມີຄວາມພາກພູມໃຈທີ່ໄດ້ສືບຕໍ່ເຮັດວຽກຮ່ວມກັບ ສປປ ລາວ ແລະ ເຈົ້າໜ້າທີ່ສາທາລະນະສຸກຂອງພວກເຮົາ ໂດຍຜ່ານການປະກອບສ່ວນຮັກສາຊີວິດ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດມາລາເຣຍ ແລະ ສະໜັບສະໜູນ ສປປ ລາວ ໃນການລົບລ້າງພະຍາດມາລາເຣຍໃຫ້ໝົດໄປໃນ ສປປ ລາວ ພາຍໃນປີ 2030 ເຊິ່ງການຊ່ວຍເຫຼືອໃນຄັ້ງນີ້ ແມ່ນຕົວຢ່າງການສະໜັບສະໜູນໃນການສະກັດກັ້ນ ແລະ ຄວບຄຸມພະຍາດລະບາດຕ່າງໆ ລວມທັງໂຄວິດ-19 ມາລາເຣຍ ໂຣກເອດສ໌ ແລະ ອື່ນໆ ມາຮອດປັດຈຸບັນ ອົງການ USAID ໄດ້ມອບມຸ້ງຫຼາຍກວ່າ 700.000 ດາງ ເຄື່ອງກວດເລືອດເພື່ອບົ່ງມະຕິໄຂ້ມາລາເຣຍຢ່າງແບບໄວຫຼາຍກວ່າ 500.000 ອັນ ແລະ ໃຫ້ຢາປິ່ນປົວມາລາເຣຍຫຼາຍກວ່າ 70.000 ຊຸດ ຄິດເປັນມູນຄ່າຫຼາຍກວ່າ 3,5 ລ້ານໂດລາສະຫະລັດ ຫຼືປະມານ 32 ຕື້ກວ່າກີບ.

# ຂ່າວ & ພາບ: ຊິລິການດາ

error: Content is protected !!