ສະເຫຼີມສະຫຼອງວັນທ້ອນເງິນອາຊຽນ

    ວັນທີ 12 ພະຈິກ 2020 ຜ່ານມາ ທະນາຄານແຫ່ງ ສປປ ລາວ ໄດ້ຈັດງານສະເຫຼີມສະຫຼອງວັນທ້ອນເງິນອາຊຽນຂຶ້ນທີ່ຕະຫຼາດຫຼັກຊັບ ໂດຍເປັນປະທານຂອງທ່ານ ພຸດທະໄຊ ສີວິໄລ ຮອງຜູ້ວ່າການທະນາ ຄານແຫ່ງ ສປປ ລາວ ມີທ່ານ ນາງ ສິຣິກິດ ບຸບຜາ ຮອງປະທານສູນກາງສະຫະພັນແມ່ຍິງລາວ ພ້ອມຜູ້ຕາງໜ້າຈາກກົມພາຍໃນ ທະນາຄານແຫ່ງ ສປປ ລາວ ອົງການຈັດຕັ້ງສາກົນ ທະນາຄານທຸລະກິດ ສະຖາບັນການເງິນຈຸລະພາກ ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດເຂົ້າຮ່ວມ. 

    ງານສະເຫຼີມສະຫຼອງວັນທ້ອນເງິນອາຊຽນ ເຊິ່ງກົງກັບມື້ດຽວກັນກັບວັນທ້ອນເງິນໂລກ (ວັນທີ 31 ຕຸ ລາ) ເປັນມື້ທີ່ທົ່ວລະບົບທະນາຄານ ແລະ ສະຖາບັນການເງິນໃນພາກພື້ນອາຊຽນ ແລະ ໃນໂລກ ໄດ້ພ້ອມກັນສະເຫຼີມສະຫຼອງ ເພື່ອເປັນການປູກຈິດສຳນຶກກ່ຽວກັບຄວາມສຳຄັນ ແລະ ຜົນປະໂຫຍດຂອງການທ້ອນເງິນໃຫ້ແກ່ສັງຄົມ ເປັນມື້ສຸດທີ່ມີຄວາມໝາຍສຳຄັນ ໂດຍສະເພາະ ເປັນຄັ້ງທຳອິດທີ່ປະເທດສະມາຊິກອາຊຽນພ້ອມກັນຈັດຂຶ້ນ ໃນລະດັບສາກົນແມ່ນໄດ້ເຮັດກັນມາດົນນານແລ້ວ ຄືເລີ່ມມາແຕ່ປີ 1924.

# ຂ່າວ & ພາບ: ຊິລິການດາ

error: Content is protected !!