ເຜີຍແຜ່ລະບຽບເພື່ອປ້ອງກັນພະຍາດໂຄວິດ

    ວັນທີ 13 ພະຈິກ 2020 ຜ່ານມານີ້ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມເຜີຍແຜ່ລະບຽບການ ແລະ ແລກປ່ຽນບົດຮຽນໃນການຈຳກັດບໍລີເວນຜູ້ເດີນທາງມາຈາກຕ່າງປະເທດ ເພື່ອປ້ອງກັນ ຄວບຄຸມແລະ ແກ້ໄຂພະຍາດໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ມີທ່ານ ປອ ບຸນແຝງ ພູມມະໄລສິດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຫົວໜ້າຄະນະຮັບຜິດຊອບແຍກປ່ຽວ ທ່ານ ພົນຈັດຕະວາ ສີພອນ ຈັນສົມວົງ ຫົວໜ້າການທະຫານກອງບັນຊາການທະຫານນະຄອນຫຼວງວຽງຈັນ ຮອງຫົວໜ້າຄະນະສະເພາະກິດຂັ້ນນະຄອນຫຼວງວຽງຈັນ ບັນດາຫົວໜ້າ ຮອງຫົວໜ້າກົມ ຫົວໜ້າ ຮອງຫົວໜ້າພະແນກ ຮອງເຈົ້າເມືອງ ຄະນະສະເພາະກິດ ແລະ ຫົວໜ່ວຍທຸລະກິດໂຮງແຮມ ແລະ ບໍລິສັດເຂົ້າຮ່ວມ. 

    ການເຜີຍແຜ່ເອກະສານຄັ້ງນີ້ ເພື່ອໃຫ້ທຸກພາກສ່ວນມີຄວາມເຂົ້າໃຈຕໍ່ລະບຽບ ນັບແຕ່ການເດີນທາງເຂົ້າມາລາວຕ້ອງເຮັດຫຍັງແດ່ ໄປກັກຕົວຢູ່ໃສ ເພື່ອໃຫ້ມີຄວາມຮັບປະກັນບໍ່ໃຫ້ເກີດການຕິດເຊື້ອພະຍາດໂຄວິດ ເນື່ອງຈາກປັດຈຸບັນ ຜູ້ຕິດເຊື້ອພະຍາດໂຄວິດຢູ່ຫຼາຍປະເທດຍັງມີຕົວເລກສູງ ດັ່ງນັ້ນ ພວກເຮົາຕ້ອງເຂັ້ມງວດໃນການຈຳກັດບໍລິເວນຜູ້ທີ່ເດີນທາງມາແຕ່ຕ່າງປະເທດ ເຊິ່ງທຸກພາກສ່ວນທີ່ກ່ຽວຕ້ອງເອົາໃຈໃສ່ຕໍ່ບັນຫານີ້.

                # ຂ່າວ & ພາບ: ສົມສະຫວັນ

error: Content is protected !!