ສຸຂະພາບດີຈາກພາຍໃນ ດ້ວຍນ້ຳມັນຖົ່ວເຫຼືອງ

ນ້ຳ­ມັນ​ຖົ່ວ­ເຫຼືອງ ຄື: ນ້ຳ­ມັນ​ພືດ​ທີ່​ຜ່ານ​ການ ສະ­ກັດ​ຈາກ​ຖົ່ວ­ເຫຼືອງ ເພື່ອ​ໃຫ້​ໄດ້​ນ້ຳ­ມັນ​ບໍ­ລິ­ສຸດ ອອກ​ມາ ດ້ວຍ​ຄຸນ­ສົມ­ບັດ​ຂອງ​ນ້ຳ­ມັນ​ຖົ່ວ­ເຫຼືອງ ທີ່​ເປັນ​ກົດ​ໄຂ­ມັນ​ຊະ­ນິດ​ບໍ່​ອິ່ມ​ໂຕ​ສູງ ຊ່ວຍ​ສົ່ງ­ເສີມ ສຸ­ຂະ­ພາບ​ຮ່າງ­ກາຍ​ອີກ​ຫຼວງ­ຫຼາຍ​ທີ່​ໃຜ​ຫຼາຍ​ຄົນ ຄົງ​ບໍ່​ເຄີຍ​ຮູ້​ມາ​ກ່ອນ.

– ຄວບ​ຄຸມ​ຄໍ​ເລັດ​ເຕີ​ຣອນ ຕາມ​ທີ່​ໄດ້​ກ່າວ​ໄວ້​ໃນ ຂ້າງ​ຕົ້ນ​ວ່າ ນ້ຳ­ມັນ​ຖົ່ວ­ເຫຼືອງ​ໂດດ​ເດັ່ນ​ດ້ານ​ໄຂ ມັນ​ຊະ­ນິດ​ບໍ່​ອິ່ມ​ໂຕ​ໃນ​ປະ­ລິ­ມານ​ສູງ ຈຶ່ງ​ເຮັດ​ໃຫ້​ນ້ຳ­ມັນ​ຖົ່ວ­ເຫຼືອງ​ມີ​ສ່ວນ​ໃນ​ການ​ຊ່ວຍ​ສົ່ງ­ເສີມ​ກົດ​ໄຂ­ມັນ​ທີ່​ຈຳ­ເປັນ​ຕໍ່​ຮ່າງ­ກາຍ ແລະ ຊ່ວຍ​ຄວບ​ຄຸມ ລະ­ດັບ​ຄໍ​ເລັດ​ເຕີ​ຣອນ​ທີ່​ບໍ່​ດີ​ໃນ​ຮ່າງ­ກາຍ​ໄດ້ ໂດຍ ພົບ​ວ່າ ນ້ຳ­ມັນ​ຖົ່ວ­ເຫຼືອງ​ມີ​ສ່ວນ​ໃນ​ການ​ຊ່ວ​ສົ່ງ ເສີມ​ກົດ​ໄຂ­ມັນ​ທີ່​ຈຳ­ເປັນ​ຕໍ່​ຮ່າງ­ກາຍ ແລະ ຊ່ວຍ​ຄວບ​ຄຸມ​ລະ­ດັບ​ຄໍ​ເລັດ​ເຕີ​ຣອນ​ໃນ​ລຳ​ໄສ້​ລົງ​ໄດ້ ຫຼາຍ​ກວ່າ 10-15% ແນ່­ນອນ​ວ່າ​ຂໍ້​ດີ​ດັ່ງ­ກ່າວ ຈະ​ຊ່ວຍ​ໃຫ້​ຮ່າງ­ກາຍ​ລອດ​ພົ້ນ​ຈາກ​ໂລກ​ຫຼອດ ເລືອດ​ຫົວ­ໃຈ ຫຼື ໂລກ​ທີ່​ກ່ຽວ­ຂ້ອງ​ລະ­ບົບ​ທາງ ເດີນ​ເລືອດ​ລົງ​ໄດ້​ຂ້ອນ​ຂ້າງ​ດີ.

– ກະ​ຕຸ້ນ​ຄວາມ​ຈຳ ນ້ຳ­ມັນ​ຖົ່ວ­ເຫຼືອງ​ມີ​ວິ­ຕາ­ມິນ K ທີ່​ສາ­ມາດ​ຊ່ວຍ​ປັບ­ປຸງ ຫຼື ບັນ­ເທົາ​ອາ­ການ​ໂລກ​ອັນ​ໄຊ​ເມີ (Alzheimer’s Disease) ໃຫ້​ດີ​ຂຶ້ນ​ໄດ້ ທັງ​ຍັງ​ຊ່ວຍ​ບຳ­ລຸງ​ລະ­ບົບ​ຄວາມ​ຈຳ ຕໍ່​ເຊວ​ປະ­ສາດ ແລະ ສະ­ໝອງ​ໃຫ້​ເຮັດ​ວຽກ​ໄດ້​ດີ​ຂື້ນ​ດ້ວຍ.

– ເສີມ​ສ້າງ​ກະ­ດູກ ສືບ​ເນື່ອງ​ຈາກ​ປະ­ໂຫຍດ ຂອງ​ວິ­ຕາ­ມິນ​ເຄ ນອກ­ຈາກ​ບຳ­ລຸງ​ສະ­ໝອງ​ແລ້ວ ຍັງ​ຊ່ວຍ​ກະ​ຕຸ້ນ​ການ​ຈະ­ເລີນ​ເຕີບ​ໂຕ ແລະ ແຄນ ຊຽມ​ໃນ​ກະ­ດູກ​ໃຫ້​ຫຼາຍ​ຂຶ້ນ ຈຶ່ງ​ຊ່ວຍ​ຫຼຸດ​ຄວາມ ສ່ຽງ​ຂອງ​ໂຣກ​ກະ­ດູກ​ຜຸ​ໃນ​ອະ­ນາ­ຄົດ​ໄດ້ ທັງ​ຍັງ​ມີ ບົດ­ບາດ​ໃນ​ການ​ຊ່ວຍ​ບໍ່​ໃຫ້​ຮ່າງ­ກາຍ​ຂັບ​ແຄນ ຊຽມ​ອອກ​ທາງ​ຍ່ຽວ ແລະ ເພີ່ມ​ຄວາມ​ສາ­ມາດ​ໃນ​ການ​ຈັບ​ແຄນ​ຊຽມ​ເຂົ້າ​ໄປ​ໃສ່​ໄວ້​ໃນ​ເນື້ອ​ກະ­ດູກ​ໄດ້​ອີກ​ດ້ວຍ.

– ບຳ­ລຸງ​ສາຍ­ຕາ ນ້ຳ­ມັນ​ຖົ່ວ­ເຫຼືອງ​ມີ​ໂຄງ​ສ້າງ ຂອງ​ກົດ​ໄຂ­ມັນ​ໂອ​ເມ​ກາ 3 (Omega-3 Fatty Acid) ມີ​ສ່ວນ​ຊ່ວຍ​ຫຼຸດ​ຜົນ​ກະ­ທົບ​ທີ່​ກໍ່­ໃຫ້­ເກີດ ໂຣກ​ຈໍ​ປະ­ສາດ​ຕາ​ເສື່ອມ ແລະ ໂລກ​ແກ່ນ​ຕາ​ຂຸ້ນ ພ້ອມ​ທັງ​ສານ​ຕ້ານ​ອະ­ນຸ​ມູນ​ອິດ­ສະ­ຫຼະ​ຈາກ​ວິ​ຕາ ມິນ E ຊ່ວຍ​ປົກ​ປ້ອງ​ເຍື່ອ​ຫຸ້ມ​ເຊວ​ຜິວ­ໜັງ​ບໍ່​ໃຫ້​ບອບ​ບາງ​ຫຼາຍ​ຂຶ້ນ ກະ​ຕຸ້ນ​ການ​ປັບ­ປຸງ​ຜິວ​ທີ່​ເສຍ ຫາຍ ເພີ່ມ​ລະ­ບົບ​ພູມ​ຕ້ານ­ທານ ແລະ ຊ່ວຍ​ຈັດ ອະ­ນຸ​ມູນ​ອິດ­ສະ­ຫຼະ​ທີ່​ກໍ່­ໃຫ້­ເກີດ​ບັນ­ຫາ​ດ້ານ​ຜິວ ພັນ​ຕ່າງໆ ເຊັ່ນ: ມະ​ເຮັງ ຮ່ອງ­ຮອຍ​ກ່ອນ​ໄວ.

ນ້ຳ­ມັນ​ຖົ່ວ­ເຫຼືອງ ເປັນ​ປະ­ເພດ​ນ້ຳ­ມັນ​ທີ່​ໃຫ້​ປະ­ໂຫຍດ​ດ້ານ​ໂພ­ຊະ​ນາ​ການ​ຢ່າງ​ກວ້າງ­ຂວາງ ທັງ​ຍັງ​ໂດດ​ເດັ່ນ​ທີ່​ສຸດ​ໃນ​ບັນ­ດາ​ພືດ​ຕະ­ກຸນ​ຖົ່ວ​ຊະ­ນິດ​ອື່ນໆ ແມ້​ນ້ຳ­ມັນ​ຖົ່ວ­ເຫຼືອງ​ຈະ​ມີ​ສັບ­ພະ​ຄຸນ​ຊ່ວຍ​ກະ​ຕຸ້ນ​ລະ­ບົບ​ການ​ເຮັດ​ວຽກ​ຂອງ​ຮ່າງ­ກາຍ ຕ່າງໆ​ໄດ້​ເປັນ​ຢ່າງ​ດີ ແຕ່​ສ່ວນ​ປະ­ກອບ​ຫຼັກ​ຂອງ ອາ­ຫານ 5 ໝູ່ ກໍ​ຈະ​ເປັນ​ປັດ​ໄຈ​ຮ່ວມ​ທີ່​ສຳ­ຄັນ​ຕໍ່ ການ​ພັດ­ທະ­ນາ​ຄວາມ​ແຂງ­ແຮງ​ໃຫ້​ແກ່​ຜູ້​ບໍ​ລິໂພກ​ໃນ​ທຸກໆ​ດ້ານ​ ໄດ້​ຢ່າງ​ຄົບ​ຖ້ວນ.

ວ. ດາ­ລາ​ວົງ – ນຳ​ສະ­ເໜີ

error: Content is protected !!