ມີສະຕິຕໍ່ຂໍ້ມູນໃນສື່ອອນລາຍ

ຄໍ​ລຳ​ພວກ​ເຮົາ​ເຄີຍ​ຂຽນ​ເຕືອນ​ການ​ບໍ­ລິ­ໂພກ​ຂໍ້​ມູນ​ຈາກ​ສື່​ອອນ​ລາຍ​ມາ​ແລ້ວ ໂດຍ​ສະ­ເພາະ ໃນ​ຍຸກ​ດີ​ຈີ​ຕອນ ໂດຍ​ເນັ້ນ​ໃຫ້​ມີ​ສະ­ຕິ​ໃນ​ການ​ຮັບ​ຂໍ້​ມູນ​ດັ່ງ​ບົດ​ຄວາມ​ໃນ​ຫົວ­ຂໍ້… ລະ­ວັງ​ຈະ​ຕົກ​ເປັນ​ເຫຍື່ອ​ຍຸດ​ທະ​ສາດ​ຫັນ­ປ່ຽນ​ໂດຍ​ສັນ­ຕິ… ລົງ​ພິມ​ວັນ​ທີ 8/7/2020.

ຫາກ​ເພື່ອນ​ຜູ້​ອ່ານ​ຕິດ­ຕາມ​ຂ່າວ​ຈະ​ເຫັນ​ວ່າ​ມໍ່ໆມານີ້​ສື່​ອອນ​ລາຍ​ໄດ້​ມີ​ການ​ນຳ​ຂໍ້​ມູນ​ຈາກ​ບົດ​ຂຽນ ພິ­ທີ​ກອນ ຫຼື ສຳ­ນັກ­ງານ​ສື່​ຕ່າງ­ປະ­ເທດ​ມາ​ເຜີຍ­ແຜ່​ຕໍ່ ເຊິ່ງ​ເລື່ອງ​ນີ້​ກໍ​ມີ​ການ​ອອກ​ມາ​ອະ­ທິ­ບາຍ ແລະ ໂຕ້​ຕອບ​ກັນ​ແລ້ວ​ໃນ​ສື່​ອອນ​ລາຍ ເປັນ­ຕົ້ນ​ແມ່ນ ບົດ​ຂຽນ​ຂອງ​ອະ­ດີດ​ນັກ​ການ​ທູດ​ລາວ​ກ່ຽວ​ກັບ​ບົດ​ຂຽນ​ຂອງ​ອະ­ດີດ​ທູດ​ສິງ­ກະ­ໂປ ໂດຍ​ແມ່ນ​ເວັບ​ໄຊ​ຂອງ​ໜັງ­ສື­ພິມ​ລາວ​ພັດ­ທະ­ນາ​ເຜີຍ­ແຜ່ ບົດ​ຄວາມ​ຈາກ​ເວັບ​ໄຊ ວິ­ທະ­ຍຸ​ກະ­ຈາຍ­ສຽງ​ແຫ່ງ​ຊາດ​ທີ່​ເວົ້າ​ເຖິງ​ການ​ພົວ­ພັນ​ຮ່ວມ​ມື​ສອງ​ປະ­ເທດ​ລາວ-ໄທ ໃນ​ວາ­ລະ​ຄົບ­ຮອບ 70 ປີ ວັນ​ສ້າງ­ຕັ້ງ​ສາຍ​ພົວ­ພັນ​ການ​ທູດ ລາວ-ໄທ (19 ທັນ­ວາ 1950-19 ທັນ­ວາ 2020) ແລະ ຫຼ້າ​ສຸດ​ບົດ​ຂຽນ​ນັກ​ຂ່າວ​ອາ­ວຸ­ໂສ​ທີ່​ເຜີຍ­ແຜ່​ໂດຍ “ມີ​ເດຍ​ລາວ” ໃນ​ວັນ​ທີ 5 ພະ­ຈິກ 2020 ພາຍ​ໃຕ້​ຫົວ­ຂໍ້ “ຮອດ​ຍາມ​ເດັດ­ຂາດ​ແລ້ວ…”

ພຽງ​ແຕ່​ອ່ານ​ສາມ​ບົດ​ຄວາມ​ນີ້ ພວກ​ເຮົາ​ກໍ​ພໍ​ຈະ​ຮູ້​ວ່າ­ຄວາມ​ຈິງ​ຂອງ​ບັນ­ຫາ​ເຫຼົ່າ­ນັ້ນ​ເປັນ​ແນວ­ໃດ ? ຜູ້​ຂຽນ​ຂໍ​ນຳ​ສະ­ເໜີ​ບາງ​ຈຸດ​ຂອງ​ບົດ​ຄວາມ​ນັກ​ຂ່າວ​ອາ­ວຸ­ໂສ​ດັ່ງ­ນີ້: ກໍ­ລະ­ນີ​ບົດ​ຂຽນ​ຂອງ​ອະ­ດີດ​ນັກ​ການ​ທູດ​ສິງ­ກະ­ໂປ​ນັ້ນ​ແມ່ນ​ສະ­ແດງ​ໃຫ້​ເຫັນ​ເຖິງ​ການ​ວາງ​ແຜນ​ສ້າງ​ຄວາມ​ແຕກ​ແຍກ​ພາຍ​ໃນ​ກຸ່ມ​ອາ​ຊຽນ​ເພື່ອ​ຮັບ​ໃຊ້​ມະ­ຫາ​ອຳ­ນາດ​ຕາ­ເວັນ­ຕົກ​ໃນ​ຍຸດ​ທະ​ສາດ​ອິນ​ໂດ-ປາ​ຊີ​ຟິກ ຊິ່ງ​ກ່ອນ​ໜ້າ​ນີ້​ຄື​ໃນ​ວັນ​ທີ 6 ຕຸ­ລາ 2020 ທີ່ ກຸງ​ໂຕ​ກຽວ ໄດ້​ມີ​ກອງ​ປະ­ຊຸມ​ແຝດ​ສີ່ ໂດຍ​ໄດ້​ຍົກ​ຫົວ­ຂໍ້​ວ່າ: ເພື່ອ​ພາກ​ພື້ນ​ມະ­ຫາ​ສະ­ໝຸດ​ອິນ​ເດຍ-ປາ​ຊີ​ຟິກ ທີ່​ເສລີ ແລະ ເປີດ​ກວ້າງ​ບົນ​ພື້ນ­ຖານ​ກົດ­ໝາຍ… ທ່ານ​ຜູ້​ອ່ານ​ທີ່​ຕິດ­ຕາມ​ຈະ​ຮູ້​ໂລດ​ວ່າ ມະ­ຫາ​ອຳ­ນາດ​ຂອງ​ໂລກ​ພວມ​ຊອກ​ທຸກ​ວິ­ທີ​ທາງ​ເພື່ອ​ມີ​ບົດ­ບາດ​ໃນ​ພູມ​ລັດ­ຖະ­ສາດ​ຢູ່​ຂົງ­ເຂດ​ນີ້… ຜູ້​ເຄີຍ​ມີ​ບົດ­ບາດ​ມາ​ຮອດ​ດຽວ­ນີ້​ກໍ​ຖືກ​ຫຼຸດ​ລົງ ສະ­ນັ້ນ ເພື່ອ​ຮັກ­ສາ​ບົດ­ບາດ​ກໍ​ຕ້ອງ​ມີ​ການ­ເຄື່ອນ­ໄຫວ ໂດຍ​ນຳ​ໃຊ້​ເຄື່ອງ­ມື​ຕ່າງໆ​ນັບ​ທັງ​ໃຊ້​ບຸກ­ຄົນ​ເປັນ​ຕົວ​ເດີນ​ເກມ.

ໃນ​ຄວາມ​ເປັນ​ຈິງ​ແລ້ວ ສປປ ລາວ ແລະ ກຳ­ປູ­ເຈຍ ຖື​ວ່າ​ເປັນ​ຜູ້​ດຶງ​ການ​ລົງ­ທຶນ​ເຂົ້າ​ອາ​ຊຽນ​ຫຼາຍ​ກວ່າ​ເພິ່ນ ເລື່ອງ​ນີ້​ສະ­ຖາ­ນີ​ຂ່າວ TNN ຊ່ອງ 16 ຂອງ​ໄທ ທີ່​ອອກ​ອາ­ກາດ​ໃນ​ວັນ​ທີ 27 ກໍ­ລະ­ກົດ 2020 ໃນ​ຄໍ​ລຳ​ອາ​ຊຽນ 4.0 ໄດ້​ຍົກ​ໃຫ້​ເຫັນ​ຢ່າງ​ຈະ­ແຈ້ງ​ເຖິງ​ການ​ດຶງ​ການ​ລົງ­ທຶນ​ຈາກ​ຕ່າງ­ປະ­ເທດ​ເຂົ້າ​ອາ​ຊຽນ ບໍ່​ວ່າ​ຈາກ ສປ ຈີນ ຍີ່­ປຸ່ນ ມາ​ເລ​ເຊຍ ສິງ­ກະ­ໂປ ແລະ ໄທ ສຳ­ລັບ ສປປ ລາວ ເຂົາ​ບອກ​ວ່າ: ກຳ­ລັງ​ເນື້ອ​ຫອມ​ຫຼັງ​ໂຄ​ວິດ-19 ວ່າ​ຊັ້ນ ຍ້ອນ​ເຫດ­ຜົນ​ລາວ​ມີ​ຄວາມ​ໝັ້ນ­ຄົງ​ດ້ານ​ການ­ເມືອງ ມີ​ນະ­ໂຍ­ບາຍ​ດຶງ​ດູດ​ການ​ລົງ­ທຶນ​ທີ່​ໜ້າ​ພໍ­ໃຈ​ໃນ​ເຂດ​ເສດ­ຖະ­ກິດ​ຂອງ​ລາວ​ໂດດ​ເດັ່ນ​ສຳ­ລັບ​ນັກ​ລົງ­ທຶນ​ຈາກ​ໄທ ແມ່ນ​ເຂດ​ເສດ­ຖະ­ກິດ​ພິ­ເສດ​ສະ­ຫວັນ-ເຊ​ໂນ ມີ​ນັກ​ລົງ­ທຶນ​ເຂົ້າ​ໄປ​ລົງ­ທຶນ​ເຖິງ 29 ໂຄງ­ການ ຢູ່​ແຂວງ​ຈຳ­ປາ​ສັກ​ແຮ່ງ​ສູງ​ມີ​ເຖິງ 59 ໂຄງ­ການ ເຊິ່ງ​ສ່ວນ​ຫຼາຍ​ແມ່ນ​ລົງ­ທຶນ​ໃນ​ຂົງ­ເຂດ​ກະ­ສິ­ກຳ ຍ້ອນ​ໜ້າ​ເຈ້ຍ​ຈຳ­ກັດ​ຈຶ່ງ​ບໍ່​ສາ­ມາດ​ເລົ່າ​ລະ­ອຽດ ຂໍ​ໃຫ້​ເພື່ອນ​ຜູ້​ອ່ານ​ເຂົ້າ​ໄປ​ເບິ່ງ​ເອົາ​ນໍ ? ສ່ວນ​ຣາ​ຊະ​ອາ­ນາ­ຈັກ​ກຳ­ປູ­ເຈຍ​ກໍ​ເຊັ່ນ​ກັນ ທຶນ​ຕ່າງ­ປະ­ເທດ​ຫຼັ່ງ­ໄຫຼ​ເຂົ້າ​ຫຼາຍ… ເຫດ­ຜົນ​ນີ້​ກໍ​ເປັນ​ສ່ວນ​ໜຶ່ງ​ເຮັດ​ໃຫ້​ເພື່ອນ​ຂອງ​ເຮົາ​ຢູ່​ກຸ່ມ​ອາ​ຊຽນ​ເກີດ​ມີ​ຄວາມ​ອິດ­ສາ​ຕາ​ຮ້ອນ​ກໍ​ເລີຍ​ປ່ອຍ​ຄຳ​ເວົ້າ​ແບບ​ບໍ່​ສຶກ​ສາ​ຄວາມ​ເປັນ​ຈິງ​ອອກ​ມາ​ເຫົ່າ​ຫອນ​ຄື​ດັ່ງ­ກ່າວ.

ກໍ­ລະ­ນີ​ບຸກ­ຄົນ ສື່​ມວນ​ຊົນ​ຈາກ​ປະ­ເທດ​ໄທ ທີ່​ອອກ​ມາ​ເວົ້າ​ພາດ​ພິງ​ປະ­ເທດ​ເຮົາ ມັນ​ກໍ​ບໍ່​ແມ່ນ​ເລື່ອງ​ບັງ­ເອີນ ຫຼື ຮູ້​ເທົ່າ​ບໍ່​ເຖິງ​ການ​ດອກ ມັນ​ແມ່ນ​ການ­ຈັດ­ຕັ້ງ​ຄັກ­ແນ່ ? ຂອງ​ກຸ່ມ​ຄົນ​ບໍ່​ດີ​ໃນ​ໄທ​ທີ່​ຫວັງ​ມ້າງ­ເພ​ຄວາມ​ສຳ­ພັນ​ຮ່ວມ​ມື​ລະ­ຫວ່າງ​ສອງ​ປະ­ເທດ ເຊິ່ງ​ປີ​ນີ້​ແມ່ນ​ມີ​ວາ­ລະ​ຄົບ­ຮອບ 70 ປີ​ແຫ່ງ​ວັນ​ສ້າງ­ຕັ້ງ​ສາຍ​ພົວ­ພັນ​ການ​ທູດ ລາວ-ໄທ (19 ທັນ­ວາ 1950-19 ທັນ­ວາ 2020) ເຊິ່ງ​ລັດ­ຖະ­ບານ​ສອງ​ປະ­ເທດ​ເພິ່ນ​ມີ​ແຜນ​ສະ­ຫຼອງ​ໃຫ້​ຄຶກ­ຄື້ນ  ເລີ່ມ​ຕົ້ນ​ການ​ປະ­ຕິ­ບັດ​ການ​ຂອງ​ກຸ່ມ​ຄົນ​ບໍ່​ດີ​ໃນ​ປີ​ສຳ­ຄັນ​ນີ້ ແມ່ນ​ກໍ­ລະ­ນີ ທ້າວ ຈັດ​ທິ​ມະ ຜູ້​ອ່ານ​ຂ່າວ​ຢູ່​ໂທລະ­ພາບ​ຊ່ອງ ONE 31 ຂອງ​ໄທ ໄດ້​ນຳ​ສະ­ເໜີ​ຂໍ້​ມູນ​ບໍ່​ຖືກ­ຕ້ອງ​ກ່ຽວ​ກັບ​ການ​ຮັບ​ມື​ພະ­ຍາດ​ໂຄ​ວິດ-19 ແລະ ວິ­ພາກ​ວິ­ຈານ​ແບບ​ປາກ​ສຸ­ນັກ​ຕໍ່​ລະ­ບົບ​ສາ­ທາ­ລະ­ນະ​ສຸກ​ຂອງ​ລາວ​ໃນ​ເດືອນ​ມີ­ນາ 2020 ຕໍ່​ມາ​ໃນ​ວັນ​ທີ 4 ກັນ­ຍາ 2020 ສື່​ໄທ ໂດຍ​ສະ­ເພາະ ໂພ​ສ​ທູ​ເດ ສະ­ບັບ​ວັນ​ທີ 4 ກັນ­ຍາ 2020 ກໍ​ອອກ​ຂ່າວ​ໃນ​ຫົວ­ຂໍ້ “ລາວ​ຍອມ​ໃຫ້​ຈີນ​ຄຸມ​ເຂື່ອນ” ແຊກ​ແຊງ​ເຂົ້າ​ການ​ລົງ­ທຶນ​ຮ່ວມ​ມື​ລະ­ຫວ່າງ ລາວ-ຈີນ ແລະ ຫຼ້າ​ສຸດ ໃນ​ວັນ​ທີ 20 ຕຸ­ລາ 2020 ໂທລະ­ພາບ​ຊ່ອງ 3 ຂອງ​ໄທ ໄດ້​ຍົກ​ເອົາ​ປະ­ເດັນ​ໃນ​ສື່​ອອນ​ລາຍ​ທີ່​ອ້າງ​ວ່າ​ເປັນ​ຂອງ​ຄົນ​ລາວ ມີ​ເນື້ອ​ໃນ​ເປັນ​ພາ­ສາ​ໄທ​ໃນ​ລັກ­ສະ­ນະ​ວ່າ ຖ້າ​ການ­ເມືອງ​ລາວ​ດີ… ເປັນ​ຫຍັງ​ຈຶ່ງ​ມີ​ປາ­ກົດ­ການ​ຫຍໍ້­ທໍ້​ຫຼາຍ​ຢ່າງ​ຢູ່​ລາວ.

ກໍ­ລະ­ນີ​ບຸກ­ຄົນ ແລະ ສື່​ໄທ​ນີ້​ເປັນ​ເລື່ອງ​ຊຳ​ເຮື້ອ​ບານ​ປາຍ​ມາ​ຫຼາຍ​ຄັ້ງ ແລະ ຫຼາຍ​ປີ​ຕິດ­ຕໍ່​ກັນ ສຸດ​ທ້າຍ ພວກ​ເຂົາ​ກໍ​ອອກ​ມາ​ຂໍ​ໂທດ ແລ້ວ​ເລື່ອງ​ກໍ​ມິດ​ງຽບ​ໄປ ຈາກ​ຂໍ້​ມູນ​ບົດ​ຄວາມ​ດັ່ງ­ກ່າວ​ຂ້າງ​ເທິງ​ນັ້ນ ມັນ​ສະ­ແດງ​ໃຫ້​ເຮົາ​ເຫັນ​ວ່າ​ມັນ​ມີ​ການ​ບິດ​ເບືອນ ສະ­ນັ້ນ ຫາກ​ຜູ້​ບໍ­ລິ­ໂພກ​ຂ່າວ​ບໍ່​ມີ​ສະ­ຕິ ບໍ່​ເຂົ້າ­ໃຈ​ວ່າ​ປະ­ເທດ​ທຶນ​ນິ­ຍົມ ຫຼື ລະ­ບອບ​ທຶນ​ນິ­ຍົມ​ນັ້ນ ຂ່າວ-ບົດ​ຄວາມ​ຕ່າງໆ​ທີ່​ອອກ​ຜ່ານ​ສື່​ຕ່າງໆ ໂດຍ​ສະ­ເພາະ ສື່​ອອນ​ລາຍ​ນັ້ນ ມັນ​ເປັນ​ສິນ­ຄ້າ… ແນ່­ນອນ​ພວກ​ຂຽນ ພວກ​ສະ­ເໜີ​ຂ່າວ​ນັ້ນ​ຍ່ອມ​ມີ​ຜົນ​ປະ­ໂຫຍດ​ແອບ​ແຝງ ເຕືອນ​ກັນ​ໄວ້​ເນີ ! ບໍ່​ຊັ້ນ​ຖືກ​ສື່​ອອນ​ລາຍ​ປັ່ນ​ຫົວ.

ໂດຍ: ແນວລາວ

error: Content is protected !!