ເຈົ້າຄອງ ເນັ້ນໃຫ້ບ້ານອາກາດຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກ

    ວັນທີ 12 ພະຈິກ 2020 ທ່ານ ປອ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ໄດ້ລົງໄປ ຢ້ຽມຢາມ ແລະ ພົບປະອຳນາດການປົກຄອງບ້ານອາກາດ ເມືອງສີໂຄດຕະບອງ ຖືກຕ້ອນຮັບໂດຍທ່ານ ວິລະສັກ ນາມມຸນຕີ ເຈົ້າເມືອງສີໂຄດຕະບອງ ພ້ອມການນຳເມືອງ ແລະ ບ້ານ.

    ໂອກາດນີ້ທ່ານ ນາງ ຄຳໄພ ສີແພງຄຸນ ເລຂາພັກບ້ານ ນາຍບ້ານອາກາດ ໄດ້ຂຶ້ນລາຍງານສະພາບລວມຂອງບ້ານໂດຍຫຍໍ້ ເປັນຕົ້ນ ການບໍລິຫານດ້ານເສດຖະກິດ ດ້ານການພັດທະນາພື້ນຖານໂຄງລ່າງຂອງບ້ານໃນຜ່ານມາ ແລະ ແຜນການໃນຕໍ່ໜ້າ ພ້ອມທັງສະເໜີທຶນສ້າງອາຄານໂຮງຮຽນປະຖົມຫຼັງໃໝ່ ເສັ້ນທາງຮ່ອມ ແລະ ອື່ນໆທີ່ຈຳເປັນຈຳນວນໜຶ່ງ.

    ຈາກນັ້ນ ທ່ານເຈົ້າຄອງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດການພັດທະນາຂອງບ້ານ ສ່ວນຄຳສະເໜີຂອງບ້ານ ມອບໃຫ້ຂະແໜງການກ່ຽວຂ້ອງໄປຄົ້ນຄວ້າ ໂດຍລວມ ເຫັນດີໃຫ້ຮ່ວມກັນສ້າງລັດກັບປະຊາຊົນ ຈຶ່ງຈະເຮັດໃຫ້ໂຄງການມີຜົນສຳເລັດ ນອກນັ້ນ ທ່ານຍັງໄດ້ເນັ້ນໃຫ້ໜ່ວຍພັກ ຊີ້ນຳຄະນະບ້ານ ນຳພາປະຊາຊົນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 5 ຂອງໜ່ວຍພັກບ້ານ ກອງປະຊຸມໃຫຍ່ຄັ້ງທີ 7 ຂອງອົງຄະນະພັກເມືອງ ແລະ ນວ ຈັດຕັ້ງປະຕິບັດໄປແຕ່ລະໂຄງການໃນແຕ່ລະປີ ເປັນຕົ້ນ ການຈັດຫາແຫຼ່ງທຶນມາພັດທະນາບ້ານ ສ້າງບຸຄະລາກອນ ອະນາໄມທຳຄວາມສະອາດ ແກ້ໄຂປາກົດການຫຍໍ້ທໍ້ທີ່ພົ້ນເດັ່ນ ເປັນຕົ້ນ ຢາເສບຕິດ ແລະ ອື່ນໆ ເພື່ອເຮັດໃຫ້ບ້ານມີຄວາມສະຫງົບ ແລະ ມີການພັດທະນາໄປແຕ່ລະບາດກ້າວ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນ.

# ຂ່າວ & ພາບ : ສົມສະຫວັນ

error: Content is protected !!