ສັກຢາກັນພະຍາດສັດ ເປັນການຫຼຸດຜ່ອນການລົ້ມຕາຍຂອງສັດລ້ຽງ

    ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ຈັດພິທີສັກຢາກັນພະຍາດສັດ ເນື່ອງໃນວັນສັກຢາກັນພະຍາດສັດແຫ່ງຊາດ ວັນທີ 11 ພະຈິກ 2020 ຢູ່ເດີ່ນບຶງທາດຫຼວງ ທີ່ຂຶ້ນກັບບ້ານດອນກອຍ ເຊິ່ງສັດທີ່ນໍາມາສັກຢາປະກອບມີ ງົວ 80 ໂຕ ໝາ 92 ໂຕ ແລະ ແມວ 11 ໂຕ.

    ຈຸດປະສົງການຈັດພິທີຄັ້ງນີ້ ເພື່ອຜັນຂະຫຍາຍ ທັງເປັນການຈັດຕັ້ງປະຕິບັດເນື້ອໃນຈິດໃຈຂອງກົດໝາຍວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ ຢູ່ໃນມາດຕາ 89 ໂດຍກໍານົດເອົາວັນທີ 11 ພະຈິກ ຂອງທຸກໆປີ ເປັນວັນສັກຢາກັນພະຍາດສັດແຫ່ງຊາດ ແນໃສ່ເປັນການປູກຈິດສໍານຶກຂອງປະຊາຊົນບັນດາເຜົ່າທົ່ວສັງຄົມໃຫ້ເອົາໃຈໃສ່ໃນການສັກຢາກັນພະຍາດ ແລະ ຮັກສາສຸຂະພາບສັດລ້ຽງບໍ່ໃຫ້ຕິດພະຍາດ ເພື່ອເປັນການຫຼຸດຜ່ອນການລົ້ມຕາຍຂອງສັດລ້ຽງຍ້ອນພະຍາດລະບາດ ກ້າວໄປເຖິງການລົບລ້າງພະຍາດລະບາດສັດຢ່າງສິ້ນເຊີງ ພ້ອມທັງພັດທະນາການລ້ຽງສັດຂອງປະຊາຊົນບັນດາເຜົ່າໃຫ້ມີການເຕີບໃຫຍ່ຂະຫຍາຍຕົວທັງປະລິມານ ແລະ ຄຸນນະພາບ ໃຫ້ກາຍເປັນສິນຄ້າປາຍແຫຼມ ເພື່ອສົ່ງອອກໃນອະນາຄົດ ສາມາດຕອບສະໜອງທາງດ້ານສະບຽງອາຫານໃຫ້ແກ່ສັງຄົມພຽງພໍ.

# ຂ່າວ & ພາບ : ຂັນທະວີ

error: Content is protected !!