ສືບຕໍ່ລົງເຜີຍແຜ່ເລົ່າສິນທຳຄວບຄຸມຢາສູບໃຫ້ນັກຮຽນ

    ວັນທີ 11 ພະຈິກ 2020 ພະອາຈານ ບຸນຍາດ ຄຳພູ ປະຈຳວັດນາກໃຫຍ່ ເມືອງສີສັດຕະນາກນະຄອນຫຼວງວຽງຈັນ ທັງເປັນທີ່ປຶກສາອົງການພຸດທະສາສະໜາສຳພັນລາວ ພ້ອມຄະນະ ສືບຕໍ່ລົງຈັດກິດຈະກຳເຜີຍແຜ່ ເລົ່າສິນທຳ ຄວບຄຸມຢາເສບຕິດ ໃຫ້ນັກຮຽນໂຮງຮຽນປະຖົມບ້ານທົ່ງກາງ ເມືອງສີສັດຕະນາກ ມີຄະນະອຳນວຍການ ພະນັກງານຄູອາຈານ ແລະ ນັກຮຽນເຂົ້າຮ່ວມ312 ຄົນ.

    ສຳລັບກິດຈະກຳ ໄດ້ເຜີຍແຜ່ຜົນຮ້າຍ ໄພອັນຕະລາຍຂອງຢາເສບຕິດ ແລະ ການສູບຢາ ພ້ອມທັງມອບເຄື່ອງອຸປະກອນການສຶກສາໃຫ້ນັກຮຽນ ແລະ ແຂ່ງຂັນເລົ່າຄາຖາເຊົາສູບຢາ ຄັດເລືອກເອົານັກຮຽນ 10 ຄົນ ເພື່ອຮັບລາງວັນລົດຖີບ 1 ຄັນຕື່ມອີກ.

# ຂ່າວ & ພາບ : ສົມສະຫວັນ

error: Content is protected !!