ຫົວໜ່ວຍທຸລະກິດ ອຸປະຖຳເຄື່ອງກີລາໃຫ້ ປກສ ກຸ່ມ 6 ນາຄວາຍ

    ບໍລິສັດສະຫວັນຄຳ ຄອນກຣີດ ແລະ ບໍລິສັດໄຊຈະເລີນ ໄດ້ອຸປະຖຳເຄື່ອງກີລາ ພາກສ່ວນລະ 25 ຊຸດ ລວມເປັນ 50 ຊຸດ ມູນຄ່າ 5 ລ້ານກີບ ໃຫ້ຫ້ອງການ ປກສ ກຸ່ມ 6 ນາຄວາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

    ພິທີມອບຮັບເຄື່ອງອຸປະຖຳ ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຫ້ອງການກຸ່ມດັ່ງກ່າວ ໂດຍກ່າວມອບຂອງທ່ານ ນາງ ພູວັນ ສີວິໄລ ຮອງຫົວໜ້າໂຮງງານຜະລິດຄອນກຣີດ ບໍລິສັດ ສະຫວັນຄຳ ຄອນກຣີດ ແລະ ທ່ານ ໂຊເລ່ ອຸດົມສຸກ ຫົວໜ້າຂົນສົ່ງ ແລະ ການຕະຫຼາດ ບໍລິສັດໄຊຈະເລີນ ແລະ ກ່າວຮັບໂດຍທ່ານ ພັນໂທ ໄຊພອນ ອຸ່ນນະວົງສາ ຫົວໜ້າຫ້ອງການ ປກສ ກຸ່ມ 6 ນາຄວາຍ ມີພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

    ການອຸປະຖຳເຄື່ອງກີລາຄັ້ງນີ້ ເພື່ອເປັນການປະກອບສ່ວນການຈັດກິດຈະກຳແຂ່ງຂັນກີລາມິດຕະພາບລະຫວ່າງຫ້ອງການ ປກສ ກຸ່ມ 6 ນາຄວາຍ ກັບກອງບັນຊາການ ປກສ ເມືອງໄຊເສດຖາ ຫ້ອງການ ປກສ ກຸ່ມພາຍໃນເມືອງ ແລະ ບ້ານອ້ອມຂ້າງກຸ່ມ ເພື່ອສ້າງຂະບວນການຕ້ອນຮັບວັນສຳຄັນຕ່າງໆຂອງພັກ ຂອງຊາດ ທັງເປັນການຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງ ປກສ ກຸ່ມ ແລະ ຫົວໜ່ວຍທຸລະກິດ.

# ຂ່າວ & ພາບ : ສົມສະຫວັນ

error: Content is protected !!