ແຈ້ງເຕືອນ ພາຍຸໝຸນເຂດຮ້ອນວາມກໍ ຈະເຄື່ອນຜ່ານພາກກາງ ຫາ ພາກເໜືອຂອງລາວ ໃນວັນທີ 14 – 17 ນີ້

    ກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ອອກແຈ້ງເຕືອນໄພພາຍຸໝຸນເຂດຮ້ອນ ວາມກໍ (STS VAMCO) ເລກທີ 1559/ກອຕທ ລົງວັນທີ 12 ພະຈິກ 2020ວ່າ: ພາຍຸໝຸນເຂດຮ້ອນ ວາມກໍ ຫົວທີ 22 ປະຈຳປີ 2020 ໃນເຂດດ້ານຕາເວັນຕົກຂອງມະຫາສະໝຸດປາຊີຟິກຕອນເໜືອ ເຊິ່ງໃນເວລາ 7 ໂມງ 50 ນາທີ ຂອງວັນທີ 12 ພະຈິກ 2020 ມີຈຸດສູນກາງຢູ່ເສັ້ນຂະໜານທີ 15,2 ອົງສາເໜືອ ແລະ ເສັ້ນແວງທີ 119,7 ອົງສາຕາເວັນອອກ ພວມເຄື່ອນທີ່ມາທາງທິດຕາເວັນຕົກ ດ້ວຍຄວາມໄວ 30 ກິໂລແມັດຕໍ່ຊົ່ວໂມງ ແລະ ຄວາມໄວສູງສຸດຢູ່ໃກ້ຈຸດສູນກາງຂອງພາຍຸ ແມ່ນ 108 ກິໂລແມັດຕໍ່ຊົ່ວໂມງ.

    ຄາດຄະເນວ່າ ພາຍຸຫົວນີ້ ຈະເຄື່ອນຂຶ້ນຝັ່ງທາງພາກເໜືອຂອງ ສສ ຫວຽດນາມ ໃນຕອນກາງຄືນຂອງວັນທີ 14 ພະຈິກ 2020 ແລະ ຈະສືບຕໍ່ເຄື່ອນທີ່ຜ່ານພາກກາງ ຫາ ພາກເໜືອດ້ານຕາເວັນອອກຂອງ ສປປ ລາວ ໃນໄລຍະວັນທີ 15 ຫາ 16 ພະຈິກ 2020 ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບປານກາງ ຫາຕົກໜັກ ພ້ອມມີລົມພັດແຮງຢູ່ບັນດາແຂວງພາກກາງ ແລະ ພາກເໜືອດ້ານຕາເວັນອອກ ໃນໄລຍະວັນທີ 14 ຫາ 17 ພະຈິກ 2020.

    ດັ່ງນັ້ນ ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນ ແລະ ອົງການປົກຄອງທ້ອງຖິ່ນ ທຸກພາກສ່ວນທີ່ອາໄສຢູ່ບນດາແຂວງ ເຊກອງ ສາລະວັນ ສະຫວັນນະເຂດ ຄຳມ່ວນ ບໍລິຄຳໄຊ ໄຊສົມບູນ ຊຽງຂວາງ ຫົວພັັນ ແລະ ຫຼວງພະບາງ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກ ແລະ ລົມແຮງ ພ້ອມນີ້ ໃຫ້ກະກຽມເກັບມ້ຽນຜົນລະປູກໄປໄວ້ບ່ອນທີ່ປອດໄພ ແລະ ຂໍໃຫ້ຕິດຕາມການແຈ້ງເຕືອນຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

# ຂ່າວ & ພາບ : ເພັດສະໝອນ

error: Content is protected !!