ກອງປະຊຸມຄະນະຊີ້ນຳ ແລະ ຄຸ້ມຄອງແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດການເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ (ບີຄວາ) ຈັດຂຶ້ນວັນທີ 11 ພະຈິກ 2020 ທີ່ໂຮງແຮມ ຄຣາວພຣາຊາ ນະຄອນຫຼວງວຽງຈັນ (ນວ) ໂດຍເປັນປະທານຂອງທ່ານນາງ ນາງ ຂັນທະລີ ສີຣິພົງພັນ ຮອງລັດ ຖະມົນຕີກະຊວງສຶກສາທິການ ແລະ ກີລາ ທ່ານ ຈ໋ອງ ເບີນາດ ຄາຣາສໂຄ (Jean Bernard Carrasco) ເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາລາວ ພ້ອມດ້ວຍທ່ານຮອງເຈົ້າແຂວງ ທ່ານຜູ້ຕາງໜ້າຈາກຫ້ອງວ່າການປົກຄອງແຂວງ ທ່ານຫົວໜ້າກົມ ຮອງຫົວໜ້າກົມ ພະແນກສຶກສາທິການ ແລະ ກີລາ 18 ແຂວງທົ່ວປະເທດ ຜູ້ອໍານວຍ ຮອງຜູ້ອໍານວຍການສະຖາບັນ ສູນ ທ່ານຜູ້ອຳນວຍການ ຮອງຜູ້ອຳນວຍການວິທະຍາໄລຄູ 8 ແຫ່ງທົ່ວປະເທດ ແລະ ທ່ານຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານນາງ ນາງ ຂັນທະລີ ສີຣິພົງພັນ ໄດ້ກ່າວວ່າ: ແຜນງານ (ບີຄວາ) ເຊິ່່ງໄດ້ເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງສະຖານທູດອົດສະຕຣາລີ ແລະ ກະຊວງສຶກສາທິການ – ກີລາ ເພື່ອຈັດຕັ້ງປະຕິບັດມາແຕ່ທ້າຍເດືອນມັງກອນ 2015 ເປົ້າໝາຍເລ່ັງໃສ່ຮັບປະກັນໃຫ້ແກ່ເດັກຍິງ ແລະ ເດັກຊາຍໝົດທຸກຄົນ (ໂດຍສະເພາະເດັກທີ່ດ້ອຍໂອກາດ) ຢູ່ເຂດຊົນນະບົດ ຫ່າງໄກສອກຫຼີກ ໄດ້ຮັບການສຶກສາຂັ້ນພື້ນຖານຢ່າງທົ່ວເຖີງ ນອກນີ້ ເປັນການສ້າງສະພາບແວດລ້ອມທາງດ້ານການຮຽນ-ການສອນໃນເຂດເປົ້າໝາຍຢ່າງທົ່ວເຖີງ ແລະ ມີຊັບພະຍາກອນຢ່າງພຽງພໍ ເຮັດໃຫ້ການສິດສອນຂອງຄູ-ອາຈານມີປະສິດທິພາບ ແລະ ມີປະສິດທິຜົນສູງຂຶ້ນ ເຊິ່ງປະກອບດ້ວຍ 5 ອົງປະກອບເຊັ່ນ:

1. ການປັບປຸງນະໂຍບາຍ ການວາງແຜນ ແລະ ການປະສານງານດ້ານການສຶກສາ
2. ເພີ່ມລະດັບການມີສ່ວນຮ່ວມ ແລະ ຂະຫຍາຍໂອກາດການສຶກສາ
3. ການສະໜັບສະໜູນວຽກງານສ້າງຄູ
4. ການປັບປຸງຫຼັກສູດ ແລະ ອຸປະກອນການຮຽນ-ການສອນ ແລະ
ອົງປະກອບທີ 5 ການປັບປຸງ ແລະ ກໍ່ສ້າງພື້ນຖານໂຄງລ່າງໂຮງຮຽນປະຖົມສຶກສາ.

ຜົນງານທີ່ພົ້ນເດັ່ນໃນການຈັດຕັ້ງປະຕິບັດໄລຍະຜ່ານມາ ໄດ້ປັບປຸງ ແລະ ພັດທະນາຫຼັກສູດຊັ້ນປະຖົມສຶກສາ ຂັ້ນ ປ1 ແລະ ຂັ້ນ ປ2 ສະບັບປັບປຸງໃໝ່ ພ້ອມທັງຈັດພີມ ແລະ ແຈກຢາຍໄປທົ່ວປະເທດ ໄດ້ສືບຕໍ່ການພັດທະນາຫຼັກສູດຊັ້ນປະຖົມສຶກສາ ຂັ້ນ ປ3 ສະບັບປັບປຸງໃໝ່ ໂດຍເນັ້ນໃສ່ການສຶກສາການຮຽນຮ່ວມ ແລະ ການປະຕິບັດຕົວຈິງໃຫ້ຫຼາຍຂຶ້ນ ແລະ ຄາດວ່າຈະສຳເລັດ ເພື່ອຈັດພີມ ແລະ ແຈກຢາຍທົ່ວປະເທດ ໃນປີ 2021 ທີ່ຈະມາເຖິງນີ້ ພ້ອມນີ້ ໄດ້ປັບປຸງ ແລະ ພັດທະນາຊຸດເຄື່ອງມືພັດທະນາຄູ ແລະ ຫຼັກສູດການພັດທະນາວິຊາຊີບຄູແຫ່ງຊາດ ສະບັບປັບປຸງໃໝ່ ສຳເລັດກອງປະຊຸມເຝິກອົບຮົມບຳລຸງຄູ ຜູ້ອຳນວຍການໂຮງຮຽນ ແລະ ຄູສຶກສານິເທດ ສຳລັບຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ທົ່ວປະເທດ ສ້າງຄວາມເຂັ້ມແຂງ ໂດຍການຈັດຕັ້ງກອງປະຊຸມເຝິກອົບຮົມ ໃນການຄຸ້ມຄອງບໍລິຫານ ແລະ ການຕິດຕາມການຮຽນ-ການສອນຂອງຄູ ແລະ ໂຮງຮຽນ ແຜນງານບີຄວາ ເປັນສ່ວນໜຶ່ງຂອງການຂັບເຄື່ອນຜົນສຳເລັດຫຼາຍໆອັນໃນການຈັດຕັ້ງປະຕິບັດຮ່ວມກັນ ລະຫວ່າງ ລັດຖະບານ ສປປ ລາວ ແລະ ລັດຖະບານອົດສະຕຣາລີ ເປັນຄູ່ຮ່ວມພັດທະນາຫຼາຍກວ່າ 68 ປີ ສອດຄ່ອງກັບແຜນຍຸດທະສາດ ພັດທະນາຂະແໜງສຶກສາ ແລະ ກີລາ ລວມທັງແຜນນະໂຍບາຍອື່ນໆ.

# ຂ່າວ & ພາບ : ບຸນມີ