5G ເຕັກໂນໂລຊີໃໝ່ ພັດທະນາເພື່ອການສຶກສາໃນອະນາຄົດ

    ບໍລິສັດ ຫົວເຫວີຍ ເຕັກໂນໂລຊີ (ລາວ) ຈໍາກັດຜູ້ດຽວ ຮ່ວມກັບບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຈັດພິທີບັນລະຍາຍໃນຫົວຂໍ້ “5G ເຕັກໂນໂລຊີໃໝ່ພັດທະນາເພື່ອການສຶກສາໃນອະນາຄົດ” ຂຶ້ນວັນທີ 6 ພະຈິກ 2020 ຢູ່ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ (ວິທະຍາເຂດໂສກປ່າຫຼວງ) ໂດຍມີທ່ານ ຄຳຜຸຍ ສຸດທິສົມບັດ ຄະນະບໍດີຄະນະວິສະວະກຳສາດ ທ່ານ Kevin ປະທານບໍລິ ສັດ ຫົວເຫວີຍ ປະຈຳລາວ ທ່ານ ສຸພົນ ຈັນທະວິໄຊ ຜູ້ອໍານວຍການໃຫຍ່ບໍລິສັດ ລາວໂທລະຄົມມະນາ ຄົມ ມະຫາຊົນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານ ວາລະພອນ ປາງບຸນຍະວົງ ຈາກບໍລິສັດ ຫົວເຫວີຍ ປະຈຳລາວ ເປັນຜູ້ບັນຍາຍໃນຄັ້ງນີ້ ໂດຍມີຄູ-ອາຈານ ພ້ອມດ້ວຍນັກສຶກສາເຂົ້າຮ່ວມຮັບຟັງ 350 ທ່ານ ຈຸດປະສົງເພື່ອເປັນການອັບເດດຂໍ້ມູນຂ່າວສານດ້ານໂທລະຄົມມະນາຄົມໃຫ້ຄູ-ອາຈານ ແລະ ນັກສຶກສາ ໃຫ້ມີຄວາມເຂົ້າໃຈຈະແຈ້ງກ່ຽວກັບຄວາມກ້າວໜ້າ ຄວາມທັນສະໄໝ ແລະ ປະສິດທິຜົນຂອງເຕັກໂນໂລຊີ 5G ໃຫ້ຫຼາຍຂຶ້ນ ພ້ອມທັງຍົກສູງການຖ່າຍທອດຄວາມຮູ້ຄວາມເຂົ້າໃຈ ເພື່ອໝູນໃຊ້ຜົນປະໂຫຍດຂອງຂະແໜງການສື່ສານໂທລະຄົມມະນາຄົມ ຊຸກຍູ້ການກໍ່ສ້າງ ແລະ ການເຂົ້າຮ່ວມປະຊາຄົມດ້ານດີຈີຕອນຢູ່ພາກພື້ນ ເພື່ອເປັນການສ້າງ ແລະ ພັດທະນາບຸຄະລາກອນໃຫ້ມີຄຸນນະພາບ.

    ໂຄງການບັນຍາຍຄັ້ງນີ້ ແມ່ນສ່ວນໜຶ່ງຂອງໂຄງການການຮ່ວມມືດ້ານ ICT ໄລຍະຍາວ ທີ່ຫົວເຫວີຍ ປະຈຳລາວ ແລະ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຮ່ວມມືກັນຈັດຂຶ້ນໃນວັນທີ 30  ຕຸລາ 2020 ໂດຍໂຄງການດັ່ງກ່າວ ມີຈຸດປະສົງເຝິກອົບຮົມຜູ້ທີ່ມີຄວາມສາມາດດ້ານ ICT ແກ່ບຸຄະລາກອນລາວໃຫ້ຫຼາຍຂຶ້ນ.

    ທ່ານ ສຸພົນ ຈັນທະວິໄຊ ໄດ້ໃຫ້ຄວາມເຊື່ອໝັ້ນຕໍ່ອຸປະກອນ 5G ຂອງຫົວເຫວີຍ ທີ່ສາມາດເຮັດວຽກໄດ້ດີ ໃນໄລຍະການທົດລອງໃຊ້ໃນຮູບແບບການຄ້າ ແລະ ເຊື່ອວ່າຍຸກ 5G ໃນລາວ ຈະມາເຖິງໃນ ເວລາອັນໃກ້ນີ້.

# ຂ່າວ & ພາບ :  ສະບາໄພ

error: Content is protected !!