ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ ໄດ້ລົງເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ໂຄງການພັດທະນາ ພື້ນທີ່ສາທາລະນະແຄມຖະໜົນລ້ານຊ້າງ ບ້ານຫັດສະດີ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ວັນທີ 11 ພະຈິກ 2020 ຖືກຕ້ອນຮັບຈາກທ່ານ ບຸນຈັນ ແກ້ວສີທຳມະ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ທ່ານ ບຸນໜາ ຜາທຸມມະວົງ ເຈົ້າເມືອງຈັນທະບູລີ ອຳນາດການປົກຄອງບ້ານ ແລະ ຜູ້ປະກອບການຢູ່ຖະໜົນດັ່ງກ່າວ.

ໂຄງການພັດທະນາພື້ນທີ່ສາທາລະນະແຄມຖະໜົນລ້ານຊ້າງ ເລີ່ມແຕ່ຕະຫຼາດຊອບປິ້ງມໍ ຫາທະນາຄານລາວ-ຫວຽດ ມີຄວາມຍາວ 200 ກວ່າແມັດ ກວ້າງ 21 ແມັດ ມີເນື້ອທີ່ທັງໝົດ 4.000 ຕາແມັດ ມູນຄ່າການກໍ່ສ້າງ 1,5 ຕື້ກີບ ປະຕິບັດຕາມທິດຊີ້ນຳ ແມ່ນໃຫ້ລະດົມປະຊາຊົນຜູ້ທີ່ມີອາຄານຕິດພັນກັບເຂດປັບປຸງແຄມຖະໜົນດັ່ງກ່າວຈຳນວນ 15 ພາກສ່ວນ ປະກອບສ່ວນ 30% ແລະ ນະຄອນຫຼວງວຽງຈັນປະກອບສ່ວນ 70% ໃນນີ້ປະຊາຊົນເຫັນດີ ແລະ ພ້ອມທີ່ຈະໃຫ້ການຮ່ວມມື ເພື່ອຮ່ວມກັນພັດທະນານະຄອນຫຼວງວຽງຈັນໃຫ້ມີຄວາມສວຍງາມ ແລະ ເຮັດໃຫ້ເຂດບໍລິເວນດັ່ງກ່າວມີຄວາມເປັນລະບຽບຮຽບຮ້ອຍ ພາຍຫຼັງທີ່ໂຄງການກໍ່ສ້າງນີ້ສຳເລັດ ຈະຖືເປັນຕົວແບບໃຫ້ແກ່ການພັດທະນາຖະໜົນທີ່ສຳຄັນອື່ນໆຕໍ່ໄປໃນອະນາຄົດ.

ນອກນີ້ ທ່ານ ສິນລະວົງ ຄຸດໄພທູນ ພ້ອມຄະນະ ຍັງໄດ້ລົງຕິດຕາມກວດກາຄວາມຄືບໜ້າ ການຈັດຕັ້ງປະຕິບັດໂຄງການແສງສະຫວ່າງ ໃນເຂດເທສະບານໃຈກາງຕົວເມືອງ ນະຄອນຫຼວງວຽງຈັນ ດ້ວຍທຶນຊ່ວຍເຫຼືອລ້າຈາກລັດຖະບານຈີນ ປະກອບມີ ການປັບປຸງລະບົບນ້ຳພຸ ລະບົບໄຟເຍືອງທາງສວນປະຕູໄຊ ແລະ ຍົກລະດັບໄຟເຍືອງທາງ 7 ເສັ້ນທາງເຂດໃຈກາງເມືອງນະຄອນຫຼວງວຽງຈັນ ແນໃສ່ເຮັດໃຫ້ການກໍ່ສ້າງສຳເລັດກ່ອນວັນຊາດທີ 2 ທັນວາທີ່ຈະມາເຖິງນີ້.

# ຂ່າວ & ພາບ: ຂັນທະວີ