ບັນຫາການຄ້າມະນຸດ ເພື່ອເປົ້າໝາຍການຂູດຮີດທາງເພດ

ການ​ຄ້າ​ມະ­ນຸດ ແມ່ນ​ອາ​ຊະ​ຍາ​ກຳ​ທີ່​ແຜ່​ຫຼາຍ​ໃນ​ລະ­ດັບ​ຕົ້ນໆ​ຂອງ​ໂລກ ຄຽງ​ຄູ່​ກັບ​ອາ​ຊະ​ຍາ​ກຳ​ຄ້າ​ຢາ​ເສບ​ຕິດ ແລະ ການ​ຄ້າ​ສັດ­ປ່າ ການ​ຄ້າ​ມະ­ນຸດ​ນີ້ ດຳ­ເນີນ​ໄປ​ໃນ​ຫຼາຍ​ຮູບ​ແບບ ແລະ ຫຼາຍ​ລະ­ດັບ ສຳ­ລັບ​ມື້­ນີ້​ຂໍ​ເວົ້າ​ສະ­ເພາະ​ການ​ຄ້າ​ມະ­ນຸດ​ໃນ​ຮູບ​ແບບ​ການ​ຄ້າ​ປະ­ເວ­ນີ ເພື່ອ​ເບິ່ງ​ວ່າ​ໃນ​ບາງ​ປະ­ເທດ​ນັ້ນ ເຂົາ​ມີ​ມາດ​ຕະ­ການ​ແກ້​ໄຂ​ປາ­ກົດ­ການ​ຫຍໍ້­ທໍ້​ນີ້​ແນວ­ໃດ.

ທີ່ ສ ເກົາ­ຫຼີ: ໃນ​ທ້າຍ​ເດືອນ​ມີ­ນາ 2016 ສານ​ລັດ​ຖະ​ທຳ​ມະ­ນູນ ສ ເກົາ­ຫຼີ ໄດ້​ຕັດ­ສິນ​ໃຫ້​ກົດ­ໝາຍ​ລົງ­ໂທດ​ການ​ຄ້າ​ປະ­ເວ­ນີ ຍັງ​ມີ​ຜົນ​ບັງ­ຄັບ​ໃຊ້​ຢ່າງ​ເຂັ້ມ​ງວດ​ຕໍ່​ໄປ ທີ່​ຕ້ອງ​ໄດ້​ອອກ​ຄຳ​ຕັດ­ສິນ​ນີ້ ກໍ​ເພາະ­ວ່າ​ກ່ອນ​ໜ້າ​ນັ້ນ ຍິງ​ເກົາ­ຫຼີ​ທີ່​ຄ້າ​ປະ­ເວ­ນີ​ຄົນ​ໜຶ່ງ​ໄດ້​ຍື່ນ​ຄຳ​ຮ້ອງ​ຟ້ອງ​ຂຶ້ນ​ສານ ໂດຍ​ໄດ້​ທວງ​ໃຫ້​ພົນ­ລະ­ເມືອງ​ມີ​ສິດ​ເສລີ­ພາບ ໃນ​ການ​ເລືອກ​ປະ­ກອບ​ອາ­ຊີບ​ໄດ້ (ລວມ​ທັງ​ອາ­ຊີບ​ຄ້າ​ປະ­ເວ­ນີ) ແຕ່​ເລື່ອງ​ນີ້ ທາງ​ສານ​ລັດ​ຖະ​ທຳ​ມະ­ນູນ ສ ເກົາ­ຫຼີ ໄດ້​ຕອບ​ໂຕ້​ດ້ວຍ​ການ​ປະ­ຕິ­ເສດ.

ສ ເກົາ­ຫຼີ ມີ​ກົດ­ໝາຍ​ຫ້າມ​ການ​ຄ້າ​ປະ­ເວ­ນີ​ທີ່​ເຄັ່ງ​ຄັດ​ທີ່​ສຸດ ຄື: ໄດ້​ກຳ­ນົດ​ບົດ​ລົງ­ໂທດ​ທັງ​ຜູ້​ຊື້ ແລະ ຜູ້​ຂາຍ ດ້ວຍ​ໂທດ​ຕິດ​ຄຸກ​ສູງ​ສຸດ​ເປັນ​ເວ­ລາ 1 ປີ ແລະ ປັບ­ໄໝ​ເປັນ​ເງິນ ຈຳ­ນວນ 3 ລ້ານ​ວອນ (ປະ­ມານ 2.600 ໂດ​ລາ​ສະ­ຫະ­ລັດ) ທາງ​ການ ສ ເກົາ­ຫຼີ ໄດ້​ອ້າງ​ເຫດ­ຜົນ​ກ່ຽວ​ກັບ​ການ​ສືບ­ຕໍ່​ຫ້າມ​ການ​ຄ້າ​ປະ­ເວ­ນີ​ວ່າ: ເພື່ອ​ປ້ອງ​ກັນ​ການ​ຫາ​ປະ­ໂຫຍດ​ໂດຍ​ບໍ່​ຖືກ­ຕ້ອງ ແລະ ທັງ​ເປັນ​ການ​ປົກ​ປ້ອງ​ສິ­ລະ​ທຳ​ຂອງ​ສັງ­ຄົມ ການ​ເຮັດ​ໃຫ້­ການ​ຄ້າ​ປະ­ເວ­ນີ​ຖືກ­ຕ້ອງ​ຕາມ​ກົດ­ໝາຍ​ນັ້ນ ຈະ​ຍິ່ງ​ເປັນ​ການ​ເຮັດ​ໃຫ້​ທຸ­ລະ​ກິດ​ຄ້າ​ປະ­ເວ­ນີ​ຂະ­ຫຍາຍ­ຕົວ​ຢ່າງ​ວ່ອງ­ໄວ ເຊິ່ງ​ຈະ​ສົ່ງ​ຜົນ​ກະ­ທົບ​ຕໍ່​ສະ­ຖຽນ​ລະ​ພາບ​ຂອງ​ສັງ­ຄົມ ແລະ ເສດ­ຖະ­ກິດ​ຂອງ​ປະ­ເທດ ລວມ​ທັງ​ພຶດ­ຕິ​ກຳ​ທາງ​ເພດ​ທີ່​ບໍ່​ຖືກ­ຕ້ອງ.

ສ່ວນ​ຫາງ​ສຽງ​ທີ່​ສະ­ໜັບ­ສະ­ໜູນ​ຈາກ​ສັງ­ຄົມ​ນັ້ນ ກໍ​ບອກ​ວ່າ ການ​ຄ້າ​ປະ­ເວ­ນີ ຈະ​ກໍ່​ຊະ​ນວນ​ໃຫ້​ມີ​ການ​ໃຊ້​ຄວາມ​ຮຸນ​ແຮງ ການ​ຫຼອກ​ລວງ​ເຫຍື່ອ​ທີ່​ເປັນ​ຍິງ​ສາວ​ເພີ່ມ​ຂຶ້ນ ສ່ວນ​ສຽງ​ຄັດ­ຄ້ານ​ກົດ­ໝາຍ​ຫ້າມ​ຄ້າ​ປະ­ເວ­ນີ​ນັ້ນ ກໍ​ອ້າງ​ວ່າ​ກົດ­ໝາຍ​ສະ­ບັບ​ນີ້ ຈຳ­ກັດ​ສິດ​ເສລີ­ພາບ​ທາງ​ຮ່າງ­ກາຍ​ຂອງ​ແມ່­ຍິງ ແລະ ເຮັດ​ໃຫ້​ຊີ­ວິດ​ຂອງ​ຍິງ​ຄ້າ​ບໍ­ລິ­ການ​ມີ​ຄວາມ​ສ່ຽງ​ຂຶ້ນ​ຕື່ມ.

ທີ່ ກຳ­ປູ­ເຈຍ: ແຫຼ່ງ​ຂ່າວ ເດິ ພະ­ນົມ​ເປັນ ໂພ​ສ (The Phnom Penh Post) ໃຫ້​ຮູ້­ເມື່ອ​ກາງ​ປີ 2019 ວ່າ: ໃນ 6 ເດືອນ​ຕົ້ນ​ປີ 2019 ທາງ​ການ​ກຳ­ປູ­ເຈຍ​ທັບ​ມ້າງ​ກຸ່ມ​ແກ້ງ​ຄ້າ​ມະ­ນຸດ ເພື່ອ​ເປົ້າ​ໝາຍ​ຂູດ​ຮີດ​ທາງ​ເພດ​ໄດ້ 78 ກໍ­ລະ­ນີ ສາ­ມາດ​ຊ່ວຍ­ເຫຼືອ​ຜູ້​ທີ່​ຕົກ​ເປັນ​ເຫຍື່ອ​ໄດ້​ຈຳ­ນວນ 263 ຄົນ ເພີ່ມ​ຂຶ້ນ 25% (ສຳ­ລັບ​ການ​ຄ້າ​ມະ­ນຸດ​ທົ່ວ​ໄປ) ແລະ 148% ສຳ­ລັບ​ການ​ຄ້າ​ມະ­ນຸດ ເພື່ອ​ເປົ້າ​ໝາຍ​ຂູດ​ຮີດ​ທາງ​ເພດ ທຽບ​ກັບ​ເວ­ລາ​ດຽວ​ຂອງ​ປີ 2018.

ຈາກ​ສອງ​ຂ່າວ​ທີ່​ເວົ້າ​ມາ​ຂ້າງ​ເທິງ​ນີ້ ພໍ​ສະ­ຫຼຸບ​ໄດ້​ວ່າ ການ​ຄ້າ​ມະ­ນຸດ​ເພື່ອ​ເປົ້າ​ໝາຍ​ຂູດ​ຮີດ​ທາງ​ເພດ​ນັ້ນ ຍັງ​ມີ​ເປີ­ເຊັນ​ສູງ ດັ່ງ­ນັ້ນ ຈຶ່ງ​ບໍ່​ແປກ​ທີ່​ຜູ້​ຕົກ​ເປັນ​ເຫຍື່ອ​ສ່ວນ​ໃຫຍ່ ຈຶ່ງ​ເປັນ​ແມ່­ຍິງ ແລະ ເດັກ​ຍິງ.

error: Content is protected !!