ດື່ມເບຍມື້ລະຈອກ ມີປະໂຫຍດຕໍ່ສຸຂະພາບ

ດື່ມ​ເບຍ​ພຽງ​ມື້​ລະ​ຈອກ ກໍ​ຊ່ວຍ​ໃຫ້​ຜິວ​ງາມ​ຂຶ້ນ ແຕ່​ຢ້ຳ​ພຽງ​ມື້​ລະ​ຈອກ​ເທົ່າ​ນັ້ນ ແລະ ຊ່ວຍ​ໄດ້​ຫຼາຍໆ​ຢ່າງ.

1. ປ້ອງ​ກັນ​ພະ­ຍາດ­ຫົວ­ໃຈ: ຜູ້​ທີ່​ດື່ມ​ເບຍ​ມີ​ຄວາມ​ສ່ຽງ​ຕໍ່​ພະ­ຍາດ­ຫົວ­ໃຈ​ໜ້ອຍ​ກວ່າ​ຜູ້​ທີ່​ບໍ່​ໄດ້​ດື່ມ​ເບຍ 40-60% ແຕ່​ຄວນ​ດື່ມ​ບໍ່​ເກີນ​ເຄິ່ງ​ລິດ​ຕໍ່​ມື້.

2. ຊ່ວຍ​ຫຼຸດ​ຄວາມ­ດັນ​ໂລ­ຫິດ: ອຳ­ມະ­ພາດ ສານ​ທີ່​ມີ​ປະ­ໂຫຍດ​ໃນ​ເບຍ​ສາ­ມາດ​ຊ່ວຍ​ປ້ອງ​ກັນ ເສັ້ນ­ເລືອດ​ອຸດ​ຕັນ.

3. ປ້ອງ​ກັນ​ເບົາ­ຫວານ: ເບຍ​ເຮັດ​ໃຫ້​ຮ່າງ­ກາຍ​ສາ­ມາດ​ປັບ​ຮໍ​ໂມນ​ອືນ​ຊູ​ລິ​ໃຫ້​ຄວາມ​ຊົງ​ຈຳ​ດີ.

4. ຊ່ວຍ​ໃຫ້​ກະ­ດູກ​ແຂງ­ແຮງ ສາ­ມາດ​ປ້ອງ​ກັນ​ພະ­ຍາດ​ກະ­ດູກ​ຜ່ອຍ​ໄດ້ ແຕ່​ໄດ້­ຜົນ​ສະ­ເພາະ​ກັນ​ໜຸ່ມ​ສາວ​ເທົ່າ​ນັ້ນ.

5. ຊ່ວຍ​ໃຫ້​ອາ­ຍຸ​ຍືນ.

6. ປ້ອງ​ກັນ​ທຽວ​ທ້ອງ: ໂມ​ເລ​ກຸນ​ສານ​ທີ່​ຂັດ­ຂວາງ​ເຊື້ອ​ພະ­ຍາດ​ໃນ​ລຳ​ໄສ້ ທີ່​ເປັນ​ສາ­ເຫດ​ຂອງ​ການ​ທຽວ​ທ້ອງ ບໍ່​ໃຫ້​ແຜ່​ເຊື້ອ.

7. ຕ້ານ​ຄວາມ​ຕຶງ​ຄຽດ: ຄົນ​ເຮັດ​ວຽກ​ທີ່​ດື່ມ​ເບຍ​ເປັນ​ບາງ​ຄັ້ງ​ຄາວ ມີ​ຄວາມ​ຄຽດ​ໜ້ອຍ​ກວ່າ​ຜູ້​ທີ່​ບໍ່​ດື່ມ​ເບຍ.

8. ປ້ອງ​ກັນ​ນິ້ວ​ໃນ​ຖົງ​ນ້ຳ­ບີ: ການ​ດື່ມ​ເບຍ​ມື້​ລະ​ໜຶ່ງ​ຈອກ ກໍ​ຈະ​ໄດ້​ຮັບ​ແມກ​ນີ​ຊຽມ ຊຶ່ງ​ຈະ​ຊ່ວຍ​ຫຼຸດ​ຄວາມ​ສ່ຽງ​ພະ­ຍາດ​ນິ້ວ​ໝາກ​ໄຂ່­ຫຼັງ​ໄດ້​ເຖິງ 40%.

9. ປ້ອງ​ກັນ​ການ​ນອນ​ບໍ່​ຫຼັບ: ຊ່ວຍ​ໃຫ້​ປະ­ສາດ​ຜ່ອນ­ຄາຍ ດັ່ງ­ນັ້ນ ການ​ດື່ມ​ເບຍ​ໜຶ່ງ​ຈອກ​ໃນ​ຕອນ​ຄືນ ຈຶ່ງ​ຄື​ກັບ​ກິນ​ຢາ­ນອນ­ຫຼັບ.

ເບຍ​ມີ​ສານ​ຕ່າງໆ​ຫຼາຍ​ກວ່າ 1.000 ຊະ­ນິດ ລວມ​ທັງ​ວິ­ຕາ­ມິນ ແລະ ເກືອ​ແຮ່ ເຊັ່ນ: ສັງ­ກະ­ສີ ແມກ​ນີ​ຊຽມ ເຫຼັກ ແລະ ແຮ່​ທາດ​ຈຳ­ເປັນ ຊຶ່ງ​ຊ່ວຍ​ໃຫ້​ເສັ້ນ­ປະ­ສາດ ແລະ ກ້າມ­ຊີ້ນ​ແຂງ­ແຮງ ເຫດ­ຜົນ​ດີໆຍັງ​ມີ​ອີກ​ຫຼວງ­ຫຼາຍ ເຊັ່ນ: ປ້ອງ​ກັນ​ພະ­ຍາດ­ຫົວ­ໃຈ ແລະ ເບຍ​ຊ່ວຍ​ເສີມ​ສ້າງ​ສະ­ໝອງ.

ວ. ດາ­ລາ​ວົງ – ນຳ​ສະ­ເໜີ

error: Content is protected !!