ບ້ານດອນຊົມ ມີຄວາມພ້ອມທີ່ຈະນຳພາປະຊາຊົນພັດທະນາສະຖານທີ່ທ່ອງທ່ຽວ

ບ້ານ​ດອນ​ຊົມ ເມືອງ​ໂຂງ ແຂວງ​ຈຳ­ປາ​ສັກ ເປັນ​ບ້ານ​ໜຶ່ງ​ທີ່​ຕັ້ງ​ຢູ່​ກາງ​ດອນ​ແມ່­ນ້ຳ​ຂອງ ປະ­ຊາ­ຊົນ​ປະ­ກອບ​ອາ­ຊີບ​ເຮັດ​ນາເປັນ​ຫຼັກ ສ່ວນ​ອາ­ຊີບ​ປູກ­ຝັງ ລ້ຽງສັດ ແລະ ຫາ​ປາ​ເປັນ​ອາ­ຊີບ​ສຳ­ຮອງ ພ້ອມ​ນັ້ນ ບ້ານ​ແຫ່ງ​ນີ້​ຍັງ​ມີ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ທາງ​ດ້ານ​ທຳ​ມະ​ຊາດ​ທີ່​ເປັນ​ທ່າ­ແຮງ​ບົ່ມ​ຊ້ອນ ແຕ່​ສະ­ຖານ­ທີ່​ທ່ອງ​ທ່ຽວ​ດັ່ງ­ກ່າວ ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ພັດ­ທະ­ນາ​ເທົ່າ​ທີ່​ຄວນ ແລະ ຍັງ​ບໍ່​ເປັນ​ທີ່​ຮູ້­ຈັກຢ່າງ​ກວ້າງ­ຂວາງ.

ທ່ານ ສີ​ນວນ ສີ​ວິ​ໄຊ ນາຍບ້ານ​ດອນ​ຊົມ ເມືອງ​ໂຂງ ແຂວງ​ຈຳ­ປາ​ສັກ ໃຫ້​ສຳ­ພາດ​ວ່າ: ບ້ານ​ດອນ​ຊົມ​ມີ​ພົນ­ລະ­ເມືອງ​ທັງ​ໝົດ 532 ຄົນ ຍິງ 233 ຄົນ ມີ 85 ຄອບ­ຄົວ ປະ­ຊາ­ຊົນ​ພາຍ​ໃນ​ບ້ານ​ໄດ້​ທຳ​ມາ​ຫາ​ກິນ​ຕາມ​ທຳ​ມະ​ຊາດ ປະ­ກອບ​ອາ­ຊີບ​ຕົ້ນ­ຕໍ​ເຮັດ​ນາ­ປີ​ພຽງ​ແຕ່​ລະ­ດູ​ດຽວ ເນື່ອງ​ຈາ​ກວ່າ​ດິນ​ນາ​ແປະ​ກັບ​ເຫວ​ບໍ່​ສາ­ມາດ​ເຮັດ​ນາ­ແຊງ​ໄດ້ ນອກ​ນັ້ນ ຍັງ​ໄດ້​ປະ­ກອບ​ອາ­ຊີບ​ຄ້າຂາຍ ປູກ­ຝັງ ລ້ຽງ­ສັດ ແລະ ຫາປາ​ໂດຍ​ການ​ໃສ່​ລອບ ໃສ່​ຈັ່ນ ຕາມ​ແຄມ​ແມ່­ນ້ຳ​ຂອງ​ເປັນ​ອາຊີບ​ສຳ­ຮອງ​ຈາກ​ເຫຼືອ​ກິນ​ ກໍ​ຂາຍ​ກາຍ­ເປັນ​ສິນ­ຄ້າ​ສ້າງ​ລາຍ​ຮັບ​ເຂົ້າ​ສູ່​ຄອບ­ຄົວ ເຊັ່ນ: ປູກ​ສາ­ລີ ໝາກ­ຖົ່ວ ລ້ຽງ​ເປັດ ລ້ຽງ​ໄກ່ ແລະ ອື່ນໆ ເຮັດ​ໃຫ້​ປະ­ຊາ­ຊົນ​ແຕ່​ລະຄົວ​ເຮືອນ​ມີ​ລາຍ​ຮັບ​ທີ່​ສູງ ສະແດງ​ອອກ​ນັບ​ແຕ່​ປີ 2015 ເປັນ ຕົ້ນ​ມາ​ຮອດ​ປັດ­ຈຸ­ບັນ ບ້ານ​ມີ​ເງິນ​ກອງ​ທຶນ 500 ກວ່າ​ລ້ານ​ກີບ ເພື່ອ​ເປັນ​ທຶນ​ໝູ­ນວຽນ​ໃຫ້​ກັບ​ປະຊາ​ຊົນ​ພາຍ​ໃນ​ບ້ານ​ໄດ້​ກູ້​ຢືມ​ທຳການ​ຜະ­ລິດ ຄຽງ​ຄູ່​ກັນ​ນັ້ນ ປະຊາ​ຊົນ​ກໍ​ມີ​ຄວາມ​ຫ້າວ­ຫັນ​ປັບ­ປຸງ​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ຕົນ​ເອງ​ໃຫ້ດີ​ຂຶ້ນ ​ຈາກ​ເຮືອນ​ໄມ້​ໃນ​ເມື່ອ​ກ່ອນໄດ້​ຫັນ​ມາ​ປຸກ­ເຮືອນ​ກໍ່​ດ້ວຍ​ດິນ​ບ໋ອກ ດິນ­ຈີ່ ໃນ​ແຕ່​ລະ​ປີ​ມີ​ຈຳນວນ​ເພີ່ມ​ຂຶ້ນ 2-3 ຫຼັງ​ຕໍ່​ປີ ນອກ​ນັ້ນ ດ້ານ​ສາ­ທາ­ລະ­ນະ​ສຸກ​ໄດ້​ມີ​ແພດ ແລະ ອາ­ສາ​ສະ​ໜັກ​ປະຈຳ​ໃນ​ໝູ່​ບ້ານ​ຊ່ວຍ​ແກ້​ໄຂ​ໃນ​ຍາມ​ຈຳ­ເປັນ ຖ້າ​ມີ​ກໍ­ລະ­ນີ​ມີ​ຄົນ​ເຈັບ​ທີ່​ມີ​ອາ­ການ​ໜັກ ​ກໍ​ໄດ້​ນຳ​ສົ່ງ​ສຸກ­ສາ­ລາ​ຢູ່​ກຸ່ມ​ດອນ​ຄອນ ເຊິ່ງ​ການ​ເດີນ­ທາງ​ແມ່ນ​ເດີນ­ທາງ​ດ້ວຍ​ເຮືອ ໂດຍ​ຄອບ­ຄົວ​ໜຶ່ງ​ມີ​ເຮືອ​ນຳ​ໃຊ້​ຈຳ­ນວນ 2-3 ລຳ​ຕໍ່​ຄອບ­ຄົວ.

ນອກ­ຈາກ​ທີ່​ກ່າວ​ມາ​ນັ້ນ ບ້ານ​ດອນ​ຊົມ​ຍັງ​ເປັນ​ບ້ານ​ໜຶ່ງ​ທີ່​ເປັນ​ຈຸດ​ໃຈ­ກາງ ຫຼື ເປັນ​ບ່ອນ​ພັກ​ເຊົາ​ກ່ອນ​ໄປ​ເຖິງ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ແຫ່ງ​ຕ່າງໆ ​ເປັນ­ຕົ້ນ ​ເປັນ​ທາງ​ຜ່ານ​ໄປ​ຫາ​ບ້ານ​ດອນ​ເດດ-ດອນ​ຄອນ ເພື່ອ​ໄປ​ເບິ່ງ​ປາ​ຄາ​ຢູ່​ຫາງ​ຄອນ ເຊິ່ງ​ມີ​ເສັ້ນ­ທາງ​ທີ່​ສະ­ດວກ​ສະ­ບາຍ​ໃຊ້​ເວ­ລາ​ເດີນ­ທາງ​ພຽງ​ແຕ່ 1 ຊົ່ວ­ໂມງ​ເທົ່າ​ນັ້ນ ພ້ອມ​ນັ້ນ ພາຍ​ໃນ​ບ້ານ​ຍັງ​ມີ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ທາງ​ດ້ານ​ທຳ​ມະ​ຊາດ ​ທີ່​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ພັດ­ທະ­ນາ​ເທົ່າ​ທີ່​ຄວນ ແລະ ບໍ່​ເປັນ​ທີ່​ຮູ້­ຈັກ​ຂອງ​ນັກ​ທ່ອງ​ທ່ຽວ ເຊັ່ນ: ເຂື່ອນ​ໄຟ­ຟ້າ​ນ້ຳ​ຢອດ ທີ່​ບໍ­ລິ­ສັດ​ໜຶ່ງ​ເຂົ້າ​ມາ​ພັດ­ທະ­ນາ ແລະ ປັບ­ປຸງ​ໃຫ້​ປະ­ຊາ­ຊົນ​ໄດ້​ນຳ​ໃຊ້​ໄຟ­ຟ້າ​ໃນ​ໄລ­ຍະ​ປີ 2011-2013 ແລະ ມີ​ແຜນ­ການ​ພັດ­ທະ­ນາ​ໃຫ້​ເປັນ​ແຫຼ່ງ​ທ່ອງ​ທ່ຽວ​ຂອງ​ບ້ານ​ໃນ​ອະ​ນາຄົດ​ຕໍ່​ໄປ ໃນ​ນີ້ ການ​ກໍ່­ສ້າງ​ເຂື່ອນ​ໄດ້​ນຳ​ໃຊ້​ແຮງ​ງານ​ປະ­ຊາ­ຊົນ ໂດຍ​ໃຫ້​ປະ­ຊາ­ຊົນ​ເຂົ້າ​ມາ​ມີ​ສ່ວນ​ຮ່ວມ ໂດຍ​ສະ­ເພາະ ໄດ້​ນຳ​ໃຊ້​ແຮງ​ງານ​ປະ­ຊາ­ຊົນ​ເຂົ້າ​ໃນ​ການ​ປຸກ​ສ້າງ​ເຮືອນ​ພັກ​ກຳ­ມະ­ກອນ​ສຳ­ເລັດ ພາຍ­ຫຼັງ​ການ​ກໍ່­ສ້າງ​ເຂື່ອນ​ສຳ­ເລັດ ປັດ­ຈຸ­ບັນ​ບໍ­ລິ­ສັດ​ໄດ້​ແນະ­ນຳ​ໃຫ້​ບ້ານ​ເອົາ​ເຮືອນ​ກຳ­ມະ­ກອນ​ດັ່ງ­ກ່າວ ​ມາ​ນຳ​ໃຊ້​ເປັນ​ໂຮມ​ສະ​ເຕ ເພື່ອ​ຮັບ­ຮອງ​ນັກທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ​ທີ່​ຈະ​ເຂົ້າ​ມາ​ພັກ​ເຊົາ ພ້ອມ​ນັ້ນຍັງ​ໄດ້​ແນະ­ນຳ​ໃຫ້​ພັດທະ​ນາ​ປ່າ­ດົງ​ທີ່​ອ້ອມ​ຮອບ​ນັ້ນ ​ໃຫ້​ມີ​ຄວາມ​ສະ­ອາດ ກາຍ­ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ ເພື່ອ​ສ້າງ​ຄວາມ​ສົນ­ໃຈ​ໃຫ້​ກັບ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ທ່ຽວ​ໃຫ້​ຫຼາຍ​ຂຶ້ນ ແນ­ໃສ່​ໃຫ້​ມີ​ລາຍ​ຮັບ​ຮ່ວມ​ກັນ ແລະ ອື່ນໆ ສະ­ເພາະ​ໃນ​ປີ 2019 ໄດ້​ມີ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ແວ່​ທ່ຽວ​ຊົມ​ສະ­ຖານ­ທີ່​ດັ່ງ­ກ່າວ ​ເປັນ​ຈຳ­ນວນ​ຫຼວງ­ຫຼາຍ ແຕ່​ຈະ​ມາ​ໃນ​ລັກ­ສະ­ນະ​ແບບ​ທາງ​ຜ່ານ ເນື່ອງ​ຈາ​ກວ່າ​ບໍ່​ມີ​ສະ­ຖານ­ທີ່​ພັກ​ເຊົາ ແລະ ບໍ່​ມີ​ຂອດ​ການ​ບໍ​ລິການ​ທີ່​ອຳ­ນວຍ​ຄວາມ​ສະ­ດວກ ນອກ­ຈາກ​ທີ່​ກ່າວ​ມາ​ນີ້​ແລ້ວ ດອນ​ຊົມ​ຍັງ​ມີ​ເຫວ​ຄອນ​ລາດ​ທີ່​ເປັນ​ທາງ​ຜ່ານ​ຂອງ​ປາ​ນາໆ​ຊະນິດ ດອນ​ຊ້າງ​ເຜືອກ​ທີ່​ມີ​ລີງ​ອາໄສ​ຢູ່​ປະ­ມານ 70-80 ໂຕ ໂດຍ​ເວ­ລາ​ທີ່​ເໝາະ​ສົມ​ແກ່​ການ​ເບິ່ງ​ລີງ ແມ່ນ​ເລີ່ມ​ແຕ່​ເວ­ລາ​ເດືອນ​ມັງ­ກອນຫາເດືອນ​ກໍ­ລະ­ກົດ​ຂອງ​ທຸກໆ​ປີ.

ເຖິງ​ຢ່າງ­ໃດ​ກໍ​ຕາມ ປັດ­ຈຸ­ບັນ​ອຳ­ນາດ​ການ​ປົກ­ຄອງ​ບ້ານ ແລະ ປະ­ຊາ­ຊົນ​ແມ່ນ​ມີ​ຄວາມ​ພ້ອມທຸກ​ດ້ານ ​ທີ່​ຈະ​ພັດ­ທະ­ນາ​ສະ­ຖານທີ່​ທ່ອງ​ທ່ຽວ​ພາຍ​ໃນ​ບ້ານ ​ໃຫ້​ມີ​ຄວາມ​ສວຍ​ງາມ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ໃຫ້​ເຂົ້າ​ມາ​ທ່ຽວ​ຊົມ​ຫຼາຍ​ຂຶ້ນ ເຊິ່ງ​ນອກ­ຈາກ​ສະ­ຖານ­ທີ່​ກ່າວ​ມາ​ແລ້ວ ​ທ່ານ​ທີ່​ມາ​ດອນ​ຊົມ​ຈະ​ໄດ້​ສຳ­ຜັດ​ເຖິງ​ວິ­ຖີ​ການ​ດຳລົງ​ຊີ­ວິດ​ຂອງ​ພໍ່​ແມ່​ປະ­ຊາ­ຊົນ ​ທີ່​ຕິດ​ພັນ​ກັບ​ທຳ​ມະ​ຊາດ ດັ່ງ­ນັ້ນ ຈຶ່ງ​ຂໍ​ຊົມ​ນ້ຳ­ຕົກ­ຕາດ​ອາບ​ແດດ​ຫາດ​ຊາຍ​ຕື່ມ​ອີກ ດັ່ງ­ນັ້ນ ທາງ​ອຳ­ນາດ​ການ​ປົກ­ຄອງ​ບ້ານ ແລະ ປະ­ຊາ­ຊົນ ຂໍ​ສະ­ເໜີ​ໄປ​ຍັງ​ພາກ­ສ່ວນ​ກ່ຽວ­ຂ້ອງ​ ໃຫ້​ຊ່ວຍ​ໂຄ­ສະ­ນາ​ປະ­ຊາ­ສຳ­ພັນ​ສະ­ຖານ­ທີ່​ຕັ້ງ​ຈຸດ​ພິ­ເສດ ແລະ ສະ­ຖານ­ທີ່​ທ່ອງ​ທ່ຽວ​ພາຍ​ໃນ​ບ້ານ​ດອນ​ຊົມ ໃຫ້​ເປັນ​ທີ່​ຮູ້­ຈັກ​ນັບ​ມື້​ຫຼາຍ​ຂຶ້ນ ເພື່ອ​ໃຫ້​ເຂົ້າ​ເຖິງ​ກຸ່ມ​ນັກ​ທ່ອງ​ທ່ຽວ.

error: Content is protected !!