
ເພື່ອສ້າງຄວາມຮັບຮູ້-ເຂົ້າໃຈຢ່າງເລິກເຊິ່ງ ແລະ ກວ້າງຂວາງ ທັງເປັນການສະໜອງຂໍ້ມູນຂ່າວສານ ກ່ຽວກັບພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ໃຫ້ຄະນະພັກ ຄະນະນຳບັນດາກະຊວງ ອົງການຂັ້ນສູນກາງ ນະຄອນຫຼວງ ຕໍ່ທັດສະນະແນວທາງຂອງພັກ-ລັດ ຢ່າງຖືກຕ້ອງເພື່ອນຳໄປສຶກສາອົບຮົມ ນຳພາແນວຄິດໃຫ້ພະນັກງານ-ລັດຖະກອນ ທະຫານ ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າທົ່ວສັງຄົມ ແນໃສ່ຕ້ານ ແລະ ສະກັດກັ້ນການໂຄສະການບິດເບືອນ ໂດຍສະເພາະສື່ອອນລາຍ.
ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບກະຊວງສາທາລະນະສຸກ ຈັດປາຖະກະຖາກ່ຽວກັບການປ້ອງກັນ ສະກັດກັ້ນ ການລະບາດຂອງພະຍາດ COVID-19 ຂຶ້ນວັນທີ 4 ມີນາ 2020 ຢູ່ຄະນະດັ່ງກ່າວ ໂດຍການປາຖະກະຖາຂອງທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ມີທ່ານ ຄຳເຈນ ວົງໂພສີ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະພັກ ພະນັກງານຫຼັກແຫຼ່ງຜູ້ທີ່ເຮັດວຽກງານການເມືອງ-ແນວຄິດ ກະຊວງ ອົງການ ສູນກາງແນວລາວສ້າງຊາດ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ນະຄອນຫຼວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ບຸນກອງ ສີຫາວົງ ກ່າວວ່າ: ສປປ ລາວ ໄດ້ປ້ອງກັນ ແລະ ໂຕ້ຕອບພະຍາດ COVID-19 ເລີ່ມແຕ່ມີການລະບາດຢູ່ ສປ ຈີນ ເປັນຕົ້ນມາ ໂດຍລັດຖະບານໄດ້ແຕ່ງຕັ້ງຄະນະກຳມະການສະເພາະກິດປ້ອງກັນ ແລະ ຄວບຄຸມພະຍາດ COVID-19 ພ້ອມທັງໄດ້ເປີດສູນປະຕິບັດການສຸກເສີນດ້ານສາທາ ລະນະສຸກ ຈັດກອງປະຊຸມທຸກວັນເພື່ອຕິດຕາມ ເຝົ້າລະວັງກ່ຽວກັບພະຍາດດັ່ງກ່າວ ແລະ ໄດ້ຖືເອົາການເຝົ້າລະວັງປ້ອງກັນຢູ່ບັນດາດ່ານສາກົນ ແລະ ດ່ານຊາຍແດນຂາເຂົ້າ ແລະ ຂາອອກ ໂດຍໄດ້ກັ່ນກອງຜູ້ເດີນທາງຜ່ານເຄື່ອງວັດແທກອຸນຫະພູມຕະຫຼອດ 24 ຊົ່ວໂມງ ຕິດຕາມເຝົ້າລະວັງທຸກກໍລະນີສົງໄສ ໂດຍນຳເອົາເຊື້ອເຂົ້າກວດຜ່ານຫ້ອງວິເຄາະທີ່ໄດ້ມາດຕະຖານໄດ້ 47 ກໍລະນີ ຜ່ານການກວດແມ່ນບໍ່ພົບເຊື້ອພະຍາດດັ່ງກ່າວ ແຕ່ເຖິງວ່າ ສປປ ລາວ ຍັງບໍ່ພົບເຊື້ອພະຍາດ ກໍໄດ້ຍົກລະດັບຄວບຄຸມ ແລະ ປ້ອງກັນຂັ້ນສູງສຸດ ທັງກະກຽມແຜນຮັບມືໂດຍສະເພາະໄດ້ກະກຽມໂຮງໝໍຮອງຮັບຄົນເຈັບພະຍາດດັ່ງກ່າວ ຄື: ໂຮງໝໍມິດຕະພາບ ໂຮງໝໍມະໂຫສົດ ແລະ ໂຮງໝໍສູນກາງ 103 ເຊິ່ງເປີດກວດໃຫ້ສະເພາະກໍລະນີສົງໄສທີ່ເຂົ້າກັບນິຍາມຂອງພະຍາດ COVID-19 ໂດຍບໍ່ເສຍຄ່າ ທັງໄດ້ກະກຽມລົດຂົນສົ່ງຄົນເຈັບເພື່ອຈັດສົ່ງກໍລະນີສົງໄສໄປຫາໂຮງໝໍທີ່ກະກຽມໄວ້ ເພື່ອປິ່ນປົວ ແລະ ຫ້ອງແຍກປ່ຽວ ເພື່ອຮອງຮັບກໍລະນີສົງໄສ ແລະ ຜູ້ຕິດເຊື້ອພະຍາດນີ້ ທັງມີຫ້ອງວິເຄາະທີ່ທັນສະໄໝເພື່ອຮອງຮັບການກວດຫາເຊື້ອພະຍາດນີ້ຢູ່ 4 ສູນ ແລະ ໄດ້ມີເຄື່ອງກວດວິເຄາະຢັ້ງຢືນເຊື້ອພະຍາດ COVID-19 ແບບພົກພາ 4 ເຄື່ອງ ເຄື່ອງແທກອຸນຫະພູມແບບມືຖື 207 ເຄື່ອງ ກ້ອງວັດແທກອຸນຫະພູມ 6 ເຄື່ອງ ເຄື່ອງຊ່ວຍຫາຍໃຈ 10 ເຄື່ອງ ຊຸດປ້ອງກັນໂຕ 1.090 ຊຸດ ຜ້າອັດປາກ 226.250 ອັນ ແລະ ຍັງສັ່ງຊື້ອີກ 1.500.000 ແຜ່ນ ເຈວລ້າງມື 1.190 ກ່ອງ ແລະ ອື່ນໆ.
ໃນໄລຍະຜ່ານມາ ກະຊວງສາທາລະນະສຸກ ໄດ້ເອົາໃຈໃສ່ໂຄສະນາວຽກງານສື່ສານຄວາມສ່ຽງ ໂດຍໄດ້ໃຫ້ຄວາມຮູ້ ແລະ ຖະແຫຼງຂ່າວເປັນປະຈຳ ເພື່ອໃຫ້ຂໍ້ມູນທີ່ຖືກຕ້ອງແກ່ປະຊາຊົນ ແລະ ພິມໂປດສະເຕີໃຫ້ຂໍ້ມູນຂ່າວສານໃນການປ້ອງກັນ ແລະ ຄວບຄຸມການເຜີຍແຜ່ກະຈາຍເຊື້ອ ທັງໄດ້ແກ້ຂ່າວທີ່ບໍ່ມີມູນຄວາມຈິງ ນອກນີ້ ໄດ້ອອກແຈ້ງການ 5 ສະບັບ ເພື່ອປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວແຕ່ຫົວທີ ແລະ ໄດ້ສ້າງຄວາມເຂັ້ມແຂງໃຫ້ພະນັກງານເພື່ອປ້ອງກັນ ແລະ ຄວບຄຸມພະຍາດນີ້.