ທ່ານ ສະເຫຼີມໄຊ ກົມມະສິດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແລະ ກອງປະຊຸມອື່ນທີ່ກ່ຽວຂ້ອງ

    ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະ ກອງປະຊຸມສຸດຍອດອື່ນທີ່ກ່ຽວຂ້ອງ ແບບທາງໄກ ວັນທີ 10 ພະຈິກ 2020 ທີ່ກະຊວງການຕ່າງປະເທດ ນະຄອນຫຼວງວຽງຈັນ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 22 ແລະ ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 28 ເຊິ່ງຈຸດປະສົງລະດັບຄາດໝາຍຂອງທັງ 3 ກອງປະຊຸມນີ້ ແມ່ນເພື່ອທົບທວນຄືນການຈັດຕັ້ງປະຕິບັດການຮ່ວມມືຜ່ານມາ ແລະ ກະກຽມດ້ານເນື້ອໃນ ແລະ ພະລາທິການໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະ ກອງປະຊຸມສຸດຍອດອື່ນທີ່ກ່ຽວຂ້ອງ ທີ່ຈະມີຂຶ້ນໃນໄລຍະວັນທີ 12-15 ພະຈິກ 2020 ພາຍໃຕ້ການເປັນປະທານຂອງ ສສ ຫວຽດນາມ.

ທ່ານ ສະເຫຼີມໄຊ ກົມມະສິດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແລະ ກອງປະຊຸມອື່ນທີ່ກ່ຽວຂ້ອງ

​                           # ຂ່າວ & ພາບ: ຂັນທະວີ

error: Content is protected !!