ການລະບາດຂອງ Covid-19 ໄດ້ສົ່ງຜົນກະທົບຕໍ່ການທ່ອງທ່ຽວໃນຫຼາຍປະເທດທົ່ວໂລກ ແລະປະເທດທີ່ຖືກໄດ້ວ່າປາຍທາງຂອງນັກທ່ອງທ່ຽວຈາກທົ່ວສະຖາລະທິດເຊັ່ນ ມາເລເຊຍ ກໍໄດ້ຮັບຜົນກະທົບບໍ່ໜ້ອຍ ປັດຈຸບັນກໍຍັງສືບຕໍ່ປິດປະເທດ ເພື່ອປ້ອງກັນການລະບາດຂອງພະບາດດັ່ງກ່າວ ແຕ່ດ້ວຍເຫດໃດກໍຕາມ ເພື່ອເລັ່ງຟື້ນຟູສະພາບການທ່ອງທ່ຽວ ມາເລເຊຍໄດ້ຫັນມາສົ່ງເສີມການທ່ອງ ທ່ຽວພາຍໃນ ເຂົ້າຮ່ວມກິດຈະກຳຕ່າງໆທີ່ມີຫ້ອງການຕາງໜ້າຂອງອົງການທ່ອງທ່ຽວມາເລເຊຍປະຈຳຢູ່ເພື່ອເຜີຍແຜ່ຂໍ້ມູນຂ່າວສານໃຫ້ບັນດາປະເທຕ່າງໆໄດ້ຮັບຮູ້ ພ້ອມນັ້ນການຍັງສຸມໃສ່ຮ່ວມມືກັບພາກ ສ່ວນຕ່າງໆເພື່ອຊອກຫາຊ່ອງທາງໃນການດຶງດູດນັກທ່ອງທ່ຽວເຂົ້າມາ ມາເລເຊຍ ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວກັບຄືນມາຄຶກຄື້ນອີກຄັ້ງ.

ທ່ານ ນາງ ສໍດາລີ ຈັນທະວົງ ຫົວໜ້າການຕະຫຼາດ ອົງການທ່ອງທ່ຽວມາເລເຊຍປະຈຳລາວ ໃຫ້ສຳພາດຫຼັງສຳເລັດການເຂົ້າຮ່ວມງານວາງສະແດງແນວທາງການພັດທະນາ ການທ່ອງທ່ຽວແບບຍືນຍົງ ອາຊຽນ 2020 ວ່າ: ການເຂົ້າຮ່ວມງານວາງສະແດງແນວທາງການພັດທະນາການທ່ອງທ່ຽວແບບຍືນຍົງອາຊຽນໃນຄັ້ງນີ້ແມ່ນເປັນຖືເປັນໂອກາດອັນດີທີ່ ມາເລເຊຍ ຈະໄດ້ນຳສະເໜີການທ່ອງທ່ຽວທີ່ເນັ້ນການທ່ອງທ່ຽວທາງທຳມະຊາດທີ່ຍັງອຸດົມສົມບູນຂອງມາເລເຊຍ ພ້ອມກັບກິດຈະກຳທີ່ຫຼາກຫຼາຍ ແລະ ຍັງໄດ້ຮຽນຮູ້ກັບວັດທະນະທຳຂອງແຕ່ລະທ້ອງຖິ່ນນຳອີກ ເຊິ່ງຈະໃຫ້ປະຊາຊົນແຕ່ລະທ້ອງຖິ່ນໄດ້ມີສ່ວນຮ່ວມເພື່ອສ້າງລາຍໄດ້ໃຫ້ປະຊາຊົນໄປໃນໂຕ ເຖິງແມ່ນວ່າປະເທດມາເລເຊຍຈະສ້າງຕຶກອາຄານ ແລະ ສິ່ງອຳນວຍຄວາມສະດວກຫຼາຍປານໃດກໍຕາມ ແຕ່ມາເລເຊຍກໍຈະບໍ່ຕັດຕົ້ນໄມ້ ແລະ ຈະຍັງຄົງຮັກສາໄວ້ ບໍ່ວ່າຈະເປັນເຂດໃນຕົວເມືອງກໍຈະສັງເກດເຫັນຕົ້ນໄມ້ໃຫຍ່ຕາມສອງຟາກທາງທີ່ປ້ອງກັນພະຍຸລົມຝົນເພາະມາເລເຊຍຈະເປັນປະເທດທີ່ອາກາດຊຸ່ມ ເມື່ອມີຝົນຕົກກໍຈະຕົກໜັກເປັນສ່ວນໃຫຍ່ ນີ້ກໍເປັນມົນສະເໜ່ອີກອັນໜຶ່ງທີ່ດຶງດູດນັກທ່ອງທ່ຽວຈາກທົ່ວໂລກມາທ່ຽວມາເລເຊຍຫຼາຍຂຶ້ນນທຸກປີໂດຍສະເພາະນັກທ່ອງທ່ຽວຈາກປະເທດຂົງເຂດອາຊຽນ.
ໃນໄລຍະຜ່ານມາຄວາມເຂົ້າໃຈຂອງນັກທ່ອງທ່ຽວລາວທີ່ມີຕໍ່ມາເລເຊຍແມ່ນເປັນປະເທດທີ່ເນັ້ນການທ່ອງທ່ຽວແບບສີວິໄລ ຄວາມທັນສະໄໝຂອງຕຶກອາຄານ ການຈັບຈ່າຍຊື້ເຄື່ອງຍີ່ຫໍ້ດັງໆ ແລະ ທ່ຽວທະເລເທົ່ານັ້ນ ເນື່ອງການບໍລິສັດທົວສ່ວນໃຫຍ່ຈະນຳສະເໜີແຕ່ສິ່ງທັນສະໄໝ ແລະ ສິ່ງທີ່ປະເທດລາວຍັງບໍ່ທັນມີໃຫ້ລູກຄ້າເພາະວ່າການທ່ຽວແບບທຳມະຊາດຢູ່ປະເທດລາວເຮົາກໍມີຫຼາຍ ແລະ ສາມາດໄປເອງໄດ້.

ການເຂົ້າຮ່ວມງານຄັ້ງນີ້ເປັນການດີຕໍ່ອົງການທ່ອງທ່ຽວມາເລເຊຍ ເນື່ອງຈາກການແຜ່ລະບາດຂອງພະຍາດ Covid-19 ໄດ້ເຮັດໃຫ້ຕ້ອງຍົກເລີກກິດຈະກຳຫຼາຍໆຢ່າງທີ່ໄດ້ວາງແຜນເຮັດມາແຕ່ຕົ້ນປີເພື່ອປ້ອງກັນການແຜ່ລະບາດຂອງພະຍາດ ເຖິງແມ່ນວ່າທາງເຮົາຈະບໍ່ຈັດກິດຈະກຳໂຄສະນາການທ່ອງທ່ຽວກໍຕາມ ແຕ່ພວກເຮົາກໍໄດ້ມີການປະຊຸມປຶກສາຫາລືພາຍໃນອົງກອນເພື່ອຫາແນວທາງໃນການປ້ອງການການແຜ່ລະບາດຂອງພະຍາດ ພ້ອມປຶກສາຫາລືໃນການຟື້ນຟູການທ່ອງທ່ຽວໃຫ້ໄດ້ໄວເທົ່າທີ່ຈະໄວໄດ້ ໂດຍເລັ່ງໃສ່ການຮ່ວມມືໃນປະເທດເປົ້າໝາຍໃດໜຶ່ງ ແລະ ສປປ ລາວ ກໍເປັນປະເທດໜຶ່ງທີ່ຢູ່ໃນເປົ້າໝາຍເນື່ອງ ຈາກ ສປປ ລາວ ນອນຢູ່ໃນໂຊນສີຂຽວທີ່ຖືວ່າປອດໄພຈາກການລະບາດຂອງພະຍາດດັ່ງກ່າວ.
ນອກນັ້ນການຮ່ວມງານຄັ້ງນີ້ແມ່ນຢາກໃຫ້ນັກທ່ອງທ່ຽວຊາວລາວຮູ້ວ່າ ມາເລເຊຍ ແມ່ນໄດ້ມີຄວາມກະຕືລືລົ້ນໃນການປ້ອງກັນໃນການປ້ອງກັນພະຍາດ Covid-19 ຢ່າງເຄັ່ງຄັດ ບໍ່ວ່າຕາມສະໜາມບິນ ໂຮງແຮມ ຫ້າງຊັບພະສິນຄ້າ ແລະ ສະຖານທີ່ທ່ອງທ່ຽວຕ່າງໆ ໂດຍມີການປ້ອງກັນ ແລະ ທຳຄວາມສະອາດຂ້າເຊື້ອຢູ່ຕະຫຼອດເວລາ.

ສຳລັບສະພາບການທ່ອງທ່ຽວໃນມາເລເຊຍ ໃນຕອນນີ້ແມ່ນຂ້ອນຂ້າງງຽບເຫງົາ ແລະ ບໍ່ໂດດເດັ່ນຄືດັ່ງປີຜ່ານໆມາ ເນື່ອງຈາກຫຼາຍໆພາກສ່ວນທີ່ກ່ຽວຂ້ອງກັບການທ່ອງທ່ຽວແມ່ນໄດັຮັບຜົນກະທົບຢ່າງໜັກຈາກຈາກການລະບາດຂອງ Covid-19 ເຮັດໃຫ້ຍັງສືບຕໍ່ປິດປະເທດຢູ່ ດ້ວຍສາເຫດນີ້ຈຶ່ງໄດ້ເລັງໄປໃສ່ນັກທ່ອງທ່ຽວພາຍໃນ ມີການປັບລາຄາຫຼຸດລົງເພື່ອເປັນການສົ່ງເສີມການທ່ອງທ່ຽວພາຍໃນ ບໍ່ວ່າຈະເປັນໂຮງແຮມ ກິດຈະກຳຕ່າງໆ ລົດເຊົ່າ ປີ້ເຮືອບິນຕ່າງກໍລົດລາຄາລົງ 50-60% ແລະ ຕາມຫ້າງຊັບພະສິນຄ້າກໍໄດ້ມີການລົດລາຄາສິນຄ້າເຖິງ 80-90% ກັນເລີຍ ເພື່ອກະຕຸ້ນເສດຖະກິດ ແລະ ເຮັດໃຫ້ບັນດາຫົວໜ່ວຍທຸລະກິດທີ່ກ່ຽວຂອງມີລາຍຮັບແລະສາມາດຢືນຢູ່ໄດ້ຈົນກວ່າຈະເປີດປະເທດຄືນ ແຕ່ກໍຍັງມີບາງກິດຈະກຳທີ່ຍັງບໍ່ສາມາດເປີດໃຫ້ບໍລິການໄດ້ ເຊັ່ນ ສວນສະໜຸກສວນນ້ຳ ແລະ ກິດຈະກຳທີ່ແອອັດໃນອາຄານເປັນຕົ້ນ ເພື່ອຫຼີກລ້ຽງການແຜ່ລະບາດ.
ທ່ານ ນາງ ສໍດາລີ ຈັນທະວົງ ຕາມຕື່ມວ່າ: ສິ່ງທີ່ເຮັດໄດ້ໃນຕອນນີ້ນອກຈາກການປຸກລະດົມໃຫ້ປະຊາຊົນທ່ຽວພາຍໃນປະເທດຕິດພັນກັບການປະຕິບັດມາດຕະການໃນການປ້ອງກັນການແຜ່ລະບາດຂອງພະຍາດ Covid-19 ຢ່າງເຂັ້ມງວດ ພວກເຮົາຍັງມີແຜນທີ່ຈະຮ່ວມມືກັບສາຍການບິນຕ່າງໆທັງພາຍໃນແລະ ຕ່າງປະເທດ ບໍລິສັດທົວ ສື່ອອນລາຍຕ່າງໆ ເພື່ອຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວມາເລເຊຍໄດ້ໃນລາຄາທີ່ຖືກລົງ ເພື່ອເປັນການກະຕຸ້ນການທ່ອງທ່ຽວ ແລະ ສິ່ງທີ່ຂາດບໍ່ໄດ້ກໍແມ່ນບັນດາສື່ມວນຊົນທີ່ຈະຊ່ວຍເປັນສື່ກາງໃນການກະຈາຍຂ່າວອອກໄປໃຫ້ທົ່ວເຖິງທຸກໆບ່ອນ ໃນຕອນນີ້ແມ່ນທາງພວກເຮົາກຳລັງ ເບິ່ງສະຖານະການຊ່ອງທາງຄວາມເປັນໄປໄດ້ທີ່ຈະເປີດໃຫ້ປະເທດເພື່ອນບ້ານເຂົ້າທ່ຽວມາເລເຊຍກ່ອນໝູ່ ແລະ ຕາມດ້ວຍບັນດາປະເທດໃນກຸ່ມອາຊຽນ.