ມອບທຶນຂະໜາດນ້ອຍໃຫ້ອາສາສະໝັກຊາວໜຸ່ມ ແລະ ອົງການຈັດຕັ້ງສັງຄົມ

    ກົມພັດທະນາວິຊາຊີບຊາວໜຸ່ມ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຮ່ວມກັບສະມາຄົມຮ່ວມໃຈອາສາສະໝັກ ແລະ ອົງການອ໊ອກຟາມ ໄດ້ຈັດພິທີມອບ-ຮັບທຶນຂະໜາດນ້ອຍໃຫ້ອາສາສະໝັກຊາວໜຸ່ມ ແລະ ອົງການຈັດຕັ້ງສັງຄົມ ຂຶ້ນໃນວັນທີ 10 ພະຈິກ 2020 ທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໃຫ້ກຽດມອບໂດຍທ່ານ ແສງດາວ ແກ້ວຂາວມະນີ ຮອງປະທານກວດກາສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຫົວໜ້າກົມກວດກາ ແລະ ຂຶ້ນຮັບທຶນ ແມ່ນຊາວໜຸ່ມຈາກ 9 ແຂວງເປົ້າໝາຍຂອງໂຄງການ (ບໍ່ແກ້ວ ຫົວພັນ ຊຽງຂວາງ ວຽງຈັນ ຄຳມ່ວນ ສະຫວັນນະເຂດ ສາລະວັນ ເຊກອງ ແລະ ອັດຕະປື) ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທຶນຂະໜາດນ້ອຍ ເປັນການສົ່ງເສີມສ້າງຄວາມອາດສາມາດໃຫ້ກັບຊາວໜຸ່ມ ແລະ ອົງການຈັດຕັ້ງສັງຄົມ ເຊິ່ງແມ່ນອົງປະກອບໜຶ່ງຂອງໂຄງການ ເພື່ອເປັນການສົ່ງເສີມການມີສ່ວນຮ່ວມຢູ່ຂັ້ນຊຸມຊົນ ແລະ ຄູ່ຮ່ວມງານທ້ອງຖິ່ນທີ່ກ່ຽວຂ້ອງ ແນໃສ່ເພື່ອຍົກລະດັບຄວາມໝັ້ນໃຈ ແລະ ຄວາມອາດສາມາດໃນການເປັນຜູ້ນຳພາ ແລະ ອໍານວຍຄວາມສະດວກໃນການພັດທະນາແບບມີສ່ວນຮ່ວມຢູ່ທ້ອງຖິ່ນ ສົ່ງເສີມການອະນຸຮັກຊັບພະຍາກອນທຳມະຊາດ ສົ່ງເສີມການລ້ຽງສັດ ເພື່ອສ້າງເສດຖະກິດຄອບຄົວ ການສົ່ງເສີມການປະກອບອາຊີບໃຫ້ຊາວໜຸ່ມ ແລະ ນຳພາການສົນທະນາບັນຫາທີ່ກ່ຽວກັບຊຸມຊົນຂອງເຂົາເຈົ້າ ທຶນຂະໜາດນ້ອຍ ມີຈຳນວນລະຫວ່າງ 6.000-13.500 ເອີໂຣ ຫຼື ປະມານ 65-148 ລ້ານກີບ ເພື່ອນຳໄປຈັດຕັ້ງປະຕິບັດໂຄງການຂະໜາດນ້ອຍຢູ່ຊຸມຊົນໃນ 9 ແຂວງເປົ້າໝາຍຂອງໂຄງການ.

    ສໍາລັບທຶນທີມອບໃນຄັ້ງນີ້ ມີມູນຄ່າທັງໝົດ 178.127 ເອີໂຣ ຫຼື ປະມານ 1.95 ຕື້ກີບ ເຊິ່ງໄດ້ຮັບການສະໜັບສະໜູນຈາກສະຫະພາບເອີຣົບ (EU).

​                           # ຂ່າວ & ພາບ: ວຽງມາ

error: Content is protected !!