ທັບນັກເຕະນະຄອນຫຼວງວຽງຈັນ ລົງສະໜາມເປັນນັດທີສອງ ຍັງຮັກສາມາດຕະຖານການຫຼິ້ນໄດ້ຢ່າງໂດດເດັ່ນ ຫຼັງຈາກໄລ່ຖະຫຼົ່ມທີມແຂວງຄຳມ່ວນໄປແບບຂາດຮອຍເຖິງ 5-1 ປະຕູ ເກັບເພີ່ມເປັນ 4 ຄະແນນ ຂຶ້ນເປັນອັນດັບທີ 1 ຂອງກຸ່ມ ກ ໃນການແຂ່ງຂັນເຕະບານຊາຍທົ່ວປະເທດ ວັນທີ 9 ພະຈິກ 2020 ຢູ່ສະໜາມກີລາກາງມະຫາວິທະຍາໄລແຫທ່ງຊາດ ເພື່ອສ້າງຂະບວນການຄໍານັບຮັບຕ້ອນວັນຊາດ ຄົບຮອບ 45 ປີ ຂະນະທີ່ແຂວງຊຽງຂວາງ ເຮັດໄດ້ພຽງສະເໝີກັບ ແຂວງໄຊສົມບູນ ແບບບໍ່ມີປະຕູ ແບ່ງກັນໄປທີມລະ 1 ຄະແນນ.

ສະຫຼຸບຕາຕະລາງຄະແນນ ກຸ່ມ ກ
ອັນດັບ 1: ນະຄອນຫຼວງວຽງຈັນ ມີ 4 ຄະແນນ ຈາກ 2 ນັດ
ອັນດັບ 2: ແຂວງສາລະວັນ ມີ 3 ຄະແນນ ຈາກ 1 ນັດ
ອັນດັບ 3: ແຂວງຊຽງຂວາງ ມີ 2 ຄະແນນ ຈາກ 2 ນັດ
ອັນດັບ 4: ແຂວງໄຊສົມບູນ ມີ 1 ຄະແນນ ຈາກ 2 ນັດ ແລະ
ອັນດັບ 5: ແຂວງຄຳມ່ວນ ບໍ່ມີຈັກຄະແນນຈາກ 1 ນັດ.

ສຳລັບຕາຕະລາງນັດຕໍ່ໄປ ວັນທີ 11 ພະຈິກ 2020 ແຂວງຄຳມ່ວນ ພົບ ແຂວງຊຽງຂວາງ ເວລາ 17:00 ໂມງ ຢູ່ສະໜາມກີລາແຫ່ງຊາດ (ຫຼັກ16) ສະໜາມໃນ ແລະ ແຂວງສາລະວັນ ພົບ ນະຄອນຫຼວງວຽງຈັນ ເວລາ 15:00 ໂມງ ຢູ່ສະໜາມກີລາແຫ່ງຊາດ (ຫຼັກ16) ສະໜາມນອກ.
ວັນທີ 13 ພະຈິກ 2020 ແຂວງໄຊສົມບູນ ພົບ ແຂວງຄຳມ່ວນ ເວລາ 15:00 ໂມງ ຢູ່ສະໜາມກີລາກາງມະຫາວິທະຍາໄລແຫ່ງຊາດ ແລະ ແຂວງສາລະວັນ ພົບ ແຂວງຊຽງຂວາງ ເວລາ 15:00 ໂມງ ຢູ່ສະໜາມກີລາກອງທັບ (ຫຼັກ5).

ວັນທີ 15 ພະຈິກ 2020 ນະຄອນຫຼວງວຽງຈັນ ພົບ ແຂວງໄຊສົມບູນ ເວລາ 15:00 ໂມງ ສະໜາມກີລາແຫ່ງຊາດ (ຫຼັກ16) ສະໜາມໃນ ແລະ ແຂວງຄຳມ່ວນ ພົບ ແຂວງສາລະວັນ ເວລາ 15:00 ໂມງ ສະໜາມກີລາແຫ່ງຊາດ (ຫຼັກ16) ສະໜາມນອກ.
# ຂ່າວ & ພາບ: ສີພອນ