ມິນັກຮຽນ 15 ຄົນ ເຂົ້າຮອບສຸດທ້າຍ ການແຂ່ງຂັນສ້າງຫຸ່ນໃນຝັນ

    ພິທີມອບລາງວັນ ການແຂ່ງຂັນສ້າງຫຸ່ນໃນຝັນ ປີທີ 1 ຈັດຂຶ້ນວັນທີ 7 ຕຸລາ 2020 ທີ່ໂຮງແຮມຄຣາວ ພລາຊາ ນະຄອນຫຼວງວຽງຈັນ ໂດຍສູນການຮຽນຮູ້ VF ຈຳກັດຜູ້ດຽວ ຮ່ວມກັບບໍລິສັດ ລາວໂທລະຄົມ ໂດຍມີທ່ານນາງ ສຸກຖາວອນ ວົງສະຫວັນ ຜູ້ອໍານວຍການສູນການຮຽນຮູ້ VF ທ່ານ ປະສິດທິເດດ ຫຼວງວິໄລ ຫົວໜ້າສູນຂໍ້ມູນດິຈິຕອນ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ທ່ານ ທັນສະໄໝ ຊາມຸນຕີ ຜູ້ຊີ້ນໍາ Commercial ຈາກບໍລິສັດລາວໂທລະຄົມ ຕາງໜ້າຈາກກະຊວງສຶກສາທິການ ແລະ ກີລາ ພ້ອມແຂກຖືກເຊີນ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ.

    ທ່ານນາງ ສຸກຖາວອນ ວົງສະຫວັນ ໄດ້ກ່າວພາຍໃນງານຄັ້ງນີ້ວ່າ: ຈຸດປະສົງຂອງພິທີ ແມ່ນການມອບລາງວັນຂອງການແຂ່ງຂັນສ້າງຫຸ່ນໃນຝັນ ບີທີ 1 ໃນໄລຍະການຮັບສະໝັກ ນ້ອງນັກຮຽນໄດ້ສົ່ງຜົນງານວີດີໂອ ຜ່ານທາງເພຈເຟສບຸກ ແລະ 15 ວີດີໂອ ໄດ້ຮັບການຄັດເລືອກເຂົ້້າຮອບສຸດທ້າຍ ເຊິ່ງການແຂ່ງຂັນຮອບສຸດທ້າຍ ໄດ້ຈັດຂຶ້ນວັນທີ 16 ຕຸລາ 2020 ທີ່ສູນການຮຽນຮູ້ VF ແລະ ວັນນີ້ ເປັນວັນມອບລາງວັນໃຫ້ແກ່ຜູ້ເຂົ້າແຂ່ງຂັນ ພ້ອມທັງໃບປະກາດ ແລະ ມອບໃບກຽດຕິຄຸນໃຫ້ແກ່ໂຮງຮຽນທີ່ສົ່ງນັກແຂ່ງຂັນ ແລະ ມອບໃບກຽດຕິຄຸນໃຫ້ແກ່ຜູ້ສະໜັບສະໜູນ

    ຜູ້ເຂົ້າຮອບສຸດທ້າຍ 15 ຄົນ ຄື:

    1. ນາງ ເອວລ່າ ແຟັກນັ້ນນີ  ຈາກສູນການຮຽນຮູ້ VF  

    2. ທ້າວ ບອຍ ວິວລຽມ ອີລິກພໍ ໂຮງຮຽນນານາຊາດຮີດຟິວ

    3. ທ້າວ ພານ ທັງ ອານ ໂຮງຮຽນກຽດຕິສັກ

    4. ທ່ານ ພຸດປະເສີດ ສົມດິດດີ ໂຮງຮຽນປັນຍາທິບ

    5. ທ້າວ ພານຸວັນ ຄໍາມະນີ ໂຮງຮຽນ ເມທານີ

    6. ທ້າວ ພົມມິໄຊ ພົມພະຈິດ ໂຮງຮຽນ ກຽດຕິສັກນານາຊາດ

    7. ທ້າວ ທະວີໂຊກ ຄໍາວົງສາ ໂຮງຮຽນ ນານາຊາດ Little star

    8. ທ້າວ ສຸກສະຫວັນ ຫອມມະນີ ໂຮງຮຽນ ສຸລິຍາ

    9. ທ້າວ ເຮີໂຣ ເວເນ ເຟສໂກ ແມັກລາຊຽນ ໂຮງຮຽນກຽດຕິສັກນານາຊາດ

    10. ທ້າວ ເຈສັນ ຟີລິບ ຟີວຊີງເງີ້

    11. ທ້າວ ອານັ້ນ ຫຼວງໂຄດ ໂຮງຮຽນນານາຊາດປັນຍາທິບ

    12. ທ້າວ ແອັດເວີດ ແຟັກນັນນີ ສູນການຮຽນຮູ້ VF

    13. ທ້າວ ຊາງຫຍຽບ ລີ  ໂຮງຮຽນກຽດຕິສັກນານາຊາດ

    14. ທ້າວ ພຸດປະເສີດ ຫຼວງລາດ ໂຮງຮຽນນານາຊາດຮີດຟິວ ແລະ

    15. ນາງ ພັນທິດາ ແກ້ວບຸນພັນ ຈາກໂຮງຮຽນນານາຊາດ ແສງດາລາ.

    ການແຂ່ງຂັນມີ ໃນລະດັບອະນຸຊົນ ເຍົາວະຊົນ ແລະ ມັດທະຍົມຕົ້ນ ຜູ້ຊະນະເລີດລະດັບອະນຸຊົນ ຄືນາງ ເອວລ່າ ແຟັກນັ້ນນີ  ຈາກສູນການຮຽນຮູ້ VF ລະດັບເຍົາວະຊົນ ທ້າວ ແອັດເວີດ ແຟັກນັນນີ ສູນການຮຽນຮູ້ VF ແລະ ລະດັບມັດທະຍົມຕົ້ນ ນາງ ພັນທິດາ ແກ້ວບຸນພັນ ຈາກໂຮງຮຽນນານາຊາດ ແສງດາລາ.

​                           # ຂ່າວ & ພາບ: ບຸນມີ

error: Content is protected !!