ງານວາງລົດນາໆຊາດວຽງຈັນ ຄັ້ງທີ V ໄດ້ດຳເນີນມາແຕ່ວັນທີ 7 ພະຈິກ ແລະ ຈະດຳເນີນໄປຮອດວັນທີ 15 ພະຈິກ 2020 ໂດຍມີບັນດາຮ້ານຈຳໜ່າຍລົດຕ່າງໆເຂົ້າຮ່ວມຢ່າງພ້ອມພຽງ ເຊັ່ນ: ຮອນດາ ໂຕໂຢຕາ NISAN MAZDA MG SUSUKI FORD ISUSU JAC VOLKWAGEN GAC ພ້ອມກັບບໍລິສັດສິນເຊື່ອ ແລະ ປະກັນໄພ ມີຈຸດປະສົງເພື່ອເພີ່ມການສ້າງໂອກາດໃຫ້ແກ່ຜູ້ປະກອບການທາງດ້ານທຸລະກິດລົດ ທັງເປັນການໂຄສະນາໃຫ້ຄວາມຮູ້ກ່ຽວກັບນະວັດຕະກຳໃໝ່ໆກ່ຽວກັບລົດ ພ້ອມນັ້ນ ເພື່ອຍົກລະດັບຂີດຄວາມສາມາດໃນການແຂ່ງຂັນທາງດ້ານການຄ້າ ແລະ ຍົກສູງຄຸນນະພາບໃນການຊົມໃຊ້ພາຫະນະໃນແຕ່ລະຮຸ່ນ ນອກນັ້ນ ເພື່ອເພີ່ມທາງເລືອກໃຫ້ແກ່ຜູ້ບໍລິໂພກໄດ້ເລືອກຊື້ລົດທີ່ມີຄຸນນະພາບ ແລະ ລາຄາສົມເຫດສົມຜົນ ພິເສດ ງານໃນປີນີ້ບໍ່ມີການກຳນົດສິນເຊື່ອແບບຜູກຂາດ ໝາຍຄວາມວ່າທຸກຄົນທີ່ມາທ່ຽວງານຖ້າສົນໃຈຢາກຈັບຈອງລົດແຕ່ລະຮຸ່ນ ແມ່ນສາມາດເລືອກຂໍ້ສະເໜີຈາກສິນເຊື່ອຂອງແຕ່ລະຮ້ານຈຳໜ່າຍລົດ ນອກນີ້ ຢູ່ເດີນທາງດ້ານໜ້າຂອງສູນການຄ້າລາວ-ໄອເຕັກ ຍັງມີສູນບໍລິການຫຼັງການຂາຍໄວ້ບໍລິການໃຫ້ກວດເຊັກສະພາບລົດ 30 ລາຍການ ໃຫ້ກັບທຸກທ່ານທີ່ມາໃນງານແບບບໍ່ເສຍຄ່າ ພຽງແຕ່ສອບຖາມ ແລະ ລົງທະບຽນເພື່ອຮັບບັດຄິວຢູ່ທີ່ບູດປະຊາສຳພັນທາງເຂົ້າງານ ເຊິ່ງຜົນໄດ້ຮັບຈາກການຈັດງານນີ້ຈະກະຕຸ້ນເສດຖະກິດໃຫ້ມີການຂະຫຍາຍຕົວ ມີການບໍລິການຊື້-ຂາຍລົດພາຍໃນງານເພີ່ມຂຶ້ນ 40% ທຽບໃສ່ປີຜ່ານມາ ຄາດວ່າຈະມີຜູ້ເຂົ້າມາທ່ຽວຊົມປະມານ 1 ແສນຄົນ ແລະ ມີຜູ້ມາໃຊ້ບໍລິການເຊັກລົດກັບບັນດາຮ້ານຕ່າງໆ 300 ຄັນ.

ງານດັ່ງກ່າວ ໄດ້ມີພິທີເປີດຢ່າງເປັນທາງການວັນທີ 9 ພະຈິກ 2020 ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ ເປັນປະທານຮ່ວມຂອງທ່ານ ພອນຈັນ ເພັງສຸວັນ ຜູ້ອຳນວຍການບໍລິສັດ ພີພີ ເອັນເຕີເທນເມັນ ອໍແກໄນເຊີ ຈຳກັດຜູ້ດຽວ ແລະ ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ມີຜູ້ຕາງໜ້າຈາກພາກລັດ ບໍລິສັດຜູ້ປະກອບການທຸລະກິດລົດ ແລະ ແຂກຖືກເຊີນເຂົ້າຮ່ວມ.



# ຂ່າວ & ພາບ: ຂັນທະວີ