ຕະຫຼາດເຊໂນ ບ້ານໄຊຍະມຸງຄົນ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ຍັງມີຫ້ອງ ແລະ ພື້ນທີ່ຫວ່າງຈຳນວນໜຶ່ງ ເພື່ອໃຫ້ຜູ້ປະກອບການທຸລະກິດ ກໍຄືຊາວຄ້າ-ຂາຍ ເຊົ່າໃນລາຄາທີ່ເໝາະສົມ ພ້ອມນີ້ ຍັງມີນະໂຍບາຍພິເສດ ແລະ ສ່ວນຫຼຸດຕ່າງໆສຳລັບຜູ້ທີ່ມາຈັບຈອງ ແລະ ເຊົ່າໃນໄລຍະນີ້.

ທ່ານ QING KE YUAN ປະທານບໍລິສັດ Lao Kechen Group ຈຳກັດ ເຈົ້າຂອງຕະຫຼາດເຊໂນ ໃຫ້ສຳພາດເມື່ອບໍ່ດົນມານີ້ ວ່າ: ຕະຫຼາດເຊໂນ ສ້າງຕັ້ງປີ 2006 ເປັນຕະຫຼາດຂະໜາດກາງ ມີເນື້ອທີ່ 6,7 ເຮັກຕາ ປະກອບມີ 287 ຫ້ອງ ເຂດຕະຫຼາດສົດ 540 ໂຕະ ໃນນີ້ ປະກອບມີສາຂາຂອງທະນາຄານ 3 ພາກສ່ວນ ຮ້ານຂາຍຄຳ-ວັດຖຸມີຄ່າ ຮ້ານຂາຍລົດ ເຄື່ອງມືການກະເສດ ແລະ ເຄື່ອງອຸປະໂພກ-ບໍລິໂພກຕ່າງໆຄົບຊຸດ ເປີດບໍລິການທຸກວັນ ແຕ່ 6 ເຊົ້າ-18 ໂມງແລງ ໂດຍມີພໍ່ຄ້າຄົນລາວ ຈີນ ແລະ ຫວຽດນາມ ດຳເນີນການຄ້າ-ຂາຍຢູ່ຕະຫຼາດແຫ່ງນີ້ ສຳລັບຄ່າເຊົ່າຫ້ອງແມ່ນ 500 ໂດລາສະຫະລັດຕໍ່ປີ ເຊິ່ງນັບແຕ່ມື້ເປີດໃຫ້ບໍລິການເປັນຕົ້ນມາ ເຖິງປັດຈຸບັນ ພວກເຮົາຍັງເກັບລາຄາເກົ່າ ສ່ວນເຂດຕະຫຼາດສົດເກັບ 5.000 ກີບຕໍ່ໂຕະຕໍ່ວັນ ແຕ່ໄລຍະການລະບາດຂອງພະຍາດໂຄວິດ-19 ພວກເຮົາເກັບ 3.000 ກີບຕໍ່ໂຕະຕໍ່ວັນ ມີບ່ອນຈອດລົດໃຫຍ່ 150 ຄັນ ລົດຈັກ 200 ຄັນ ພ້ອມທັງມີກ້ອງວົງຈອນປິດ ແລະ ພະນັກງານຮັກສາຄວາມປອດໄພເບິ່ງແຍງຕະຫຼອດ 24 ຊົ່ວໂມງ ນອກນີ້ໄດ້ເຊັນສັນຍາກັບບໍລິສັດເກັບມ້ຽນຂີ້ເຫຍື້ອ ເຮັດໃຫ້ຕະຫຼາດມີຄວາມເປັນລະບຽບຮຽບຮ້ອຍ ສະອາດ ແລະ ຈົບງາມ ເຊິ່ງໄດ້ຮັບການຊົມເຊີຍຈາກຊາວຄ້າ-ຂາຍເປັນຢ່າງດີ ໂດຍສະເພາະ ການບໍລິການດີ ເຄື່ອງຂອງສິນຄ້າກໍບໍ່ມີການຕົກເຮ່ຍເສຍຫາຍ ໃນກາງເດືອນຕຸລາຜ່ານມາ ໄດ້ເກີດນ້ຳຖ້ວມຢູ່ຫຼາຍເມືອງຂອງແຂວງສະຫວັນນະເຂດ ພວກເຮົາກໍໄດ້ຊ່ວຍຖ້ວຍ-ຈານ 100 ແກັດ ມູນຄ່າ 40 ລ້ານກີບ ເສື້ອຜ້າ 1.200 ໂຕ ມູນຄ່າ 40 ລ້ານກີບ ນອກນີ້ ຍັງຈະຊ່ວຍສ້າງຫໍສະໝຸດ ມູນຄ່າປະມານ 200 ລ້ານກີບ ຕື່ມອີກ.

ສຳລັບທິດທາງຕໍ່ໜ້າ ຈະພະຍາຍາມຊຸກຍູ້ໃຫ້ຊາວຄ້າ-ຂາຍ ມາເຊົ່າໃຫ້ເຕັມຫ້ອງທີ່ຍັງເຫຼືອ ສືບຕໍ່ຮັກສາຄວາມປອດໄພ ຈັດສັນຄວາມລະບຽບຮຽບຮ້ອຍ ເຮັດໃຫ້ຕະຫຼາດມີຄວາມສະດວກ ສວຍງາມ ແລະ ມີການຄ້າ-ຂາຍຄຶກຄື້ນຍິ່ງຂຶ້ນ ສຳລັບຜູ້ທີ່ສົນໃຈ ສາມາດມາຈັບຈອງໄດ້ ໂດຍຜູ້ທີ່ມາຈັບຈອງ-ເຊົ່າຫ້ອງໃນໄລຍະນີ້ພວກເຮົາມີສ່ວນຫຼຸດພິເສດ ແລະ ຍົກເວັ້ນຄ່າເວນຍາມໃຫ້.


# ຂ່າວ & ພາບ: ສະບາໄພ