ສົ່ງເສີມການຮ່ວມມື ການເຊື່ອມຕໍ່ຂ້າມພົມແດນ ຈີນ-ອາຊຽນ

ສະ​ຖາ​ບັນ​ເຕັກ​ໂນ​ໂລ​ຊີ ໂທລະ​ຄົມ­ມະ­ນາ­ຄົມ ແລະ ການ​ສື່­ສານ​ແຫ່ງ​ປະ­ເທດ​ຈີນ ຈັດ​ກິດ­ຈະ­ກຳ​ສົນ­ທະ­ນາ​ເສດ­ຖະ­ກິດ​ດີ​ຈີ​ຕອນ ຈີນ-ອາ​ຊຽນ ການ​ພັດ­ທະ­ນາ 5G ແລະ ສຳ​ມະ​ນາ​ກ່ຽວ​ກັບ​ການ​ກໍ່­ສ້າງ​ພື້ນ ຖານ​ໂຄງ​ລ່າງ ແລະ ການ​ເຊື່ອມ​ຕໍ່​ໂຄງ​ຂ່າຍ​ໃໝ່ ຂຶ້ນ​ວັນ​ທີ 30 ຕຸ­ລາ ຜ່ານ​ມາ ຢູ່​ນະ­ຄອນ​ເຊີນ​ເຈີນ ມົນ ທົນ​ກວາງ​ໂຈ ສປ ຈີນ ໂດຍ​ມີ​ກະ­ຊວງ ແລະ ຄະ­ນະ​ກຳ­ມະ­ການ​ທີ່​ຮັບ­ຜິດ­ຊອບ​ດ້ານ​ໂທລະ​ຄົມ­ມະ­ນາ­ຄົມ ສປ ຈີນ ແລະ ປະ­ເທດ​ສະ­ມາ­ຊິກ​ອາ​ຊຽນ ຜູ້​ໃຫ້​ບໍ­ລິ­ການ​ຈາກ China Mobile Laos ETL Thailand CAT TRUE ແລະ ປະ­ເທດ​ອື່ນໆ ເຂົ້າ​ຮ່ວມ.

ສຳ​ມະ​ນາ​ກ່ຽວ​ກັບ​ການ​ກໍ່­ສ້າງ​ພື້ນ­ຖານ​ໂຄງ​ລ່າງ ແລະ ການ​ເຊື່ອມ​ຕໍ່​ໂຄງ​ຂ່າຍ​ໃໝ່​ຄັ້ງ​ນີ້ ແມ່ນ​ຍຶດ​ຖື​ເອົາ “ການ​ເຊື່ອມ​ຕໍ່​ໃໝ່” ເປັນ​ຫົວ­ຂໍ້​ຫຼັກ​ເພື່ອ​ດຳ­ເນີນ​ການ​ສົນ­ທະ­ນາ​ກ່ຽວ​ກັບ​ການ​ສ້າງ​ການ​ເຊື່ອມ​ຕໍ່ ແລະ ຄວາມ​ສາ­ມາດ​ໃນ​ການ​ເຮັດ​ວຽກ​ຮ່ວມ​ກັນ​ຂອງ​ເຄືອ​ຂ່າຍ​ໂທລະ​ຄົມ­ມະ­ນາ­ຄົມ​ຂອງ ຈີນ-ອາ​ຊຽນ ແລະ ໄດ້​ສົ່ງ­ເສີມ​ການ​ຮ່ວມ​ມື​ການ​ເຊື່ອມ​ຕໍ່​ຂ້າມ​ພົມ​ແດນ ລະ­ຫວ່າງ​ປະ­ເທດ​ສະ­ມາ­ຊິກ​ອາ​ຊຽນ ແລະ ຮວບ​ຮວມ​ຮາກ​ຖານ​ສຳ­ລັບ​ການ​ເຊື່ອມ​ຕໍ່ ຈີນ-ອາ​ຊຽນ ໃນ​ດ້ານ​ຂໍ້​ມູນ ແລະ ການ​ສື່­ສານ.

ທ່ານ Peng Mingan ETL Chief of technology officers ກ່າວ​ວ່າ: ຈີນ ແລະ ປະ­ເທດ​ສະ­ມາ­ຊິກ​ອາ​ຊຽນ ໄດ້​ເສີມ​ສ້າງ​ຄວາມ​ສາ­ມາດ​ໃນ​ການ​ເຮັດ​ວຽກ​ຮ່ວມ​ກັນ​ທາງ​ເສດ­ຖະ­ກິດ​ຫຼາຍ​ຂຶ້ນ ແລະ ຍຸດ​ທະ​ສາດ One Belt One Road ໂດຍ​ສະ­ເພາະ​ໂຄງ­ການ​ທາງ​ລົດ­ໄຟ ລາວ-ຈີນ ຈະ​ນຳ​ໂອ­ກາດ​ການ​ພັດ­ທະ­ນາ​ທີ່​ຍິ່ງ​ໃຫຍ່​ມາ­ສູ່​ປະ­ເທດ​ສະ­ມາ­ຊິກ​ອາ​ຊຽນ ແລະ ບັນ­ດາ​ອຸດ­ສາ­ຫະ­ກຳ​ຂໍ້​ມູນ​ຂ່າວ­ສານ ຮວມ​ເຖິງ​ທາງ​ດ່ວນ​ຂໍ້​ມູນ​ຂ່າວ­ສານ​ສາ­ກົນ​ທີ່​ໄວ​ກວ່າ ກວ້າງ​ກວ່າ ແລະ ປອດ​ໄພ​ກວ່າ ສປປ ລາວ ເປັນ​ປະ­ເທດ​ທີ່​ບໍ່​ມີ​ຊາຍ​ແດນ​ຕິດ​ກັບ​ທະ­ເລ ແຕ່​ມີ​ຂໍ້​ໄດ້​ປຽບ​ທາງ​ພູມ​ສາດ​ໃນ​ລະ­ດັບ​ພາກ​ພື້ນ​ທີ່​ດີ ເຊິ່ງ ສປປ ລາວ ສາ­ມາດ​ພັດ­ທະ­ນາ​ໃຫ້​ເປັນ​ພັນ­ທະ​ມິດ​ທາງ­ບົກ​ໃນ​ດ້ານ​ໂທລະ​ຄົມ­ມະ­ນາ­ຄົມ​ຂອງ​ແຫຼມ​ອິນ​ໂດ​ຈີນ ໂດຍ​ການ​ສ້າງ​ຂໍ້​ມູນ​ຂ່າວ­ສານ​ໃນ​ຖາ­ນະ​ທີ່​ເປັນ​ປະ­ເທດ​ທີ່​ມີ​ພົມ​ແດນ​ຕິດ​ຈອດ ສິ່ງ​ທີ່​ສຳ­ຄັນ​ທີ່​ສຸດ ກໍ​ຄື​ສູນ​ຂໍ້​ມູນ ແລະ ເຄືອ​ຂ່າຍ​ເຊື່ອມ​ຕໍ່​ລະ­ຫວ່າງ​ປະ­ເທດ​ທີ່​ປອດ​ໄພ ແລະ ເຊື່ອ​ຖື​ໄດ້ ETL ເປັນ 1 ໃນ 3 ຂອງ​ຜູ້​ໃຫ້​ບໍ­ລິ­ການ​ທ້ອງ­ຖິ່ນ​ໃນ​ລາວ ມີ​ເຄືອ​ຂ່າຍ 4,5G 4G ຄວບ​ຄຸມ​ທົ່ວ​ປະ­ເທດ ເປັນ​ບໍ­ລິ­ສັດ​ທີ່​ມີ​ກຳ­ລັງ​ທາງ​ເຕັກ­ນິກ​ທີ່​ແຂງ​ແກ່ນ ເຕັກ​ໂນ​ໂລ​ຊີ​ການ​ສື່­ສານ​ຂໍ້​ມູນ​ຂັ້ນ​ສູງ ແລະ ລະ­ບົບ​ການ​ຈັດ­ການ​ທີ່​ສົມ­ບູນ​ດ້ານ​ຊັບ­ພະ­ຍາ­ກອນ ໄຍ​ແກ້ວ​ນຳ​ແສງ​ທີ່​ມີ​ຢູ່​ຫຼວງ­ຫຼາຍ ແລະ ໄດ້​ການ​ຮ່ວມ​ມື​ກັບ Huawei China Mobile China Unicom China Telecom ແລະ China-Laos Railway ເພື່ອ​ໃຫ້​ບໍ­ລິ­ການ​ການ​ເຊື່ອມ​ຕໍ່​ໂຄງ​ຂ່າຍ​ໂທລະ​ຄົມ­ມະ­ນາ­ຄົມ​ຂ້າມ​ພົມ​ແດນ.

ຫົວ​ເຫວີຍ ໃນ​ຖາ­ນະ​ເປັນ​ບໍ­ລິ­ສັດ​ຊັ້ນ​ແນວ​ໜ້າ​ລະ­ດັບ​ໂລກ​ທີ່​ດີ­ເລີດ ກໍ​ໄດ້​ຈັດ​ຫາ​ອຸ­ປະ­ກອນ​ເຄືອ​ຂ່າຍ​ໄຮ້​ສາຍ 4,5G 5G ຊັ້ນ​ນຳ​ຂອງ​ໂລກ ແລະ ອຸ­ປະ­ກອນ​ສົ່ງ​ຂໍ້​ມູນ​ຂ້າມ​ພົມ​ແດນ​ລະ­ຫວ່າງ​ປະ­ເທດ ເຊິ່ງ​ເປັນ​ພັນ­ທະ​ມິດ​ອຸດ­ສາ­ຫະ­ກຳ​ທີ່​ຂາດ​ບໍ່​ໄດ້​ສຳ­ລັບ ETL ໃນ​ການ​ສ້າງ​ເຄືອ​ຂ່າຍ ພວກ​ເຮົາ​ເຊື່ອ​ວ່າ ດ້ວຍ​ການ​ສະ­ໜັບ­ສະ­ໜູນ​ຈາກ​ຫົວ​ເຫວີຍ ແລະ ພັນ­ທະ​ມິດ​ທາງ​ອຸດ­ສາ­ຫະ­ກຳ​ອຶ່ນໆ ETL ໝັ້ນ​ໃຈ​ທີ່​ຈະ​ໃຫ້­ການ​ສະ­ໜັບ­ສະ­ໜູນ​ທີ່​ໝັ້ນ­ຄົງ​ສຳ­ລັບ​ທີ່​ເປັນ​ກົນ­ລະ­ຍຸດ​ພົມ​ແດນ​ຕິດ​ຈອດ​ຂອງ​ລາວ ແລະ ນຳ­ພາ​ບໍ­ລິ­ສັດ​ອິນ​ເຕີ​ເນັດ​ທີ່​ໄດ້​ຮັບ​ທຶນ​ຈາກ​ຈີນ​ໄປ​ຕ່າງ­ປະ­ເທດ ໃຫ້​ບໍ­ລິ­ການ​ລູກ​ຄ້າ​ດ້ວຍ​ຜະ­ລິດ​ຕະ​ພັນ ແລະ ບໍ­ລິ­ການ​ທີ່​ດີ​ທີ່​ສຸດ.

# ຂ່າວ & ພາບ: ສະ­ບາ​ໄພ

error: Content is protected !!