ວັນທີ 7 ພະຈິກ 2020 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ສ້າງຂະບວນການແຂ່ງຂັນກິລາບານເຕະຊາຍ-ຍິງ ຊີງຂັນເລຂາຄະນະບໍລິຫານງານພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ທີ່ເດີ່ນກິລາໂຮງຮຽນ KNC ບ້ານຖິ່ນຕົມ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ເພັດ ພົມພິພັກ ອະດີດເລຂາຄະນະພັກ ລັດຖະ ມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ມີຄະນະພັກ-ຄະນະນຳ ພະນັກງານຫຼັກແຫຼ່ງ ແລະ ລັດຖະກອນທົ່ວຫ້ອງວ່າການສຳນັກງານນາຍົກລັດຖະມົນຕີເຂົ້າຮ່ວມ.

ເພື່ອສ້າງຂະບວນການຄຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກຫ້ອງວ່າການສຳນັກງານນາຍົກລັດ ຖະມົນຕີ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້ ໃຫ້ມີບັນຍາກາດຟົດຟື້ນ ຮັດແໜ້ນຄວາມສາມັກຄີພາຍໃນ ຊຸກຍູ້ການເຄື່ອນໄຫວວຽກງານວິຊາສະເພາະໃຫ້ມີຄວາມພົ້ນເດັ່ນ ທັງເພີ່ມໂອກາດໃຫ້ພະນັກງານ-ລັດຖະກອນ ໄດ້ໃກ້ຊິດຕິດແທດ ແລກປ່ຽນຄວາມຄິດເຫັນເຊິ່ງກັນ ແລະ ກັນຫຼາຍຂຶ້ນ ການແຂ່ງຂັນກິລາຄັ້ງນີ້ ໄດ້ຈັດແບ່ງເປັນ 4 ທີມປະສົມ ຈາກບັນດາກົມ ພາຍໃນ ຫສນຍ ຄື: ທີມກົມຄົ້ນຄວ້າສັງລວມ + ກົມປະຊາສຳພັນ ທີມກົມຈັດຕັ້ງ ແລະ ພະນັກງານ + ກົມເລຂາ ທີມກົມນິຕິກຳ + ກົມກວດກາ ແລະ ທີມກົມບໍລິຫານ ພິທີການ ແລະ ການເງິນ + ຫໍປະຊຸມແຫ່ງຊາດ ຊຶ່ງບັນຍາກາດການແຂ່ງຂັນແມ່ນເຕັມໄປດ້ວຍຄວາມຟົດຟື້ນ ມ່ວນຊື່ນ ນັກກິລາ ແລະ ຜູ້ຊົມ ມີຄວາມສະໜິດສະໜົມ ແລະ ເປັນກັນເອງ ສ່ອງແສງໄດ້ ນ້ຳໃຈນັກກິລາ ມີສາມັກຄີຮັກແພງ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຢ່າງແທ້ຈິງ.

ສຳລັບຜົນການແຂ່ງຂັນ ທິມຊາຍ ຊະນະເລີດໄດ້ຮັບຂັນລາງວັນຂອງເລຂາຄະນະບໍລິຫານງານພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແມ່ນທີມກົມຄົ້ນຄວ້າສັງລວມ+ກົມປະຊາສຳພັນ ພາຍຫຼັງທີ່ເອົາຊະນະທິມອັນດັບສອງ ທີມກົມບໍລິຫານ ແລະ ການເງິນ + ຫໍປະຊຸມແຫ່ງຊາດ ດ້ວຍຜົນປະຕູ 3-1 ທີມອັນດັບສາມແມ່ນທີມກົມຈັດຕັ້ງ ແລະ ພະນັກງານ + ກົມເລຂາ ທີ່ເອົາຊະນະທີມອັນດັບສີ່ ທີມກົມກວດກາ + ກົມນິຕິກຳ ດ້ວຍຜົນປະຕູ 6-4.

ນອກຈາກນັ້ນ ຍັງມີການແຂ່ງຂັນເຕະບານຍິງອີກ 1 ຄູ່ ໂດຍຈັດເປັນທີມປະສົມຈາກບັນດາກົມພາຍໃນ ຫສນຍ ໂດຍແບ່ງເປັນທີມຊຸດສີຟ້າ ແລະ ຊຸດສີແດງ ຊຶ່ງຜົນການແຂ່ງຂັນແມ່ນທີມຊຸດສີຟ້າ ສາມາດເອົາຊະນະທີມຊຸດສີແດງ ດ້ວຍປະຕູ 3-1 ໂດຍການຍິງຈຸດໂທດ ຫຼັງຈາກທີ່ສະເໝີກັນ 1-1 ໃນເວລາແຂ່ງຂັນປົກກະຕິ.


# ຂ່າວ & ພາບ: ໄຊບັນດິດ