ກົດໝາຍແປກໃໝ່ ແລະ ໜ້າສົນໃຈໃນຕ່າງແດນ

ໃນ​ບົດ​ນີ້ ບັນ­ດາ​ທ່ານ​ຈະ​ໄດ້​ຮູ້​ກັບ​ກົດ­ໝາຍ​ແປກ​ໃໝ່ ແຕ່​ໜ້າ​ສົນ­ໃຈ ຢູ່ ສປ ຈີນ ແລະ ຟິ​ລິບ​ປິນ ເຊິ່ງ​ບາງ​ເລື່ອງ​ກໍ​ເຄີຍ​ເລົ່າ​ໃຫ້​ຟັງ​ມາ​ແລ້ວ ແຕ່​ຂໍ​ທວນ­ຄືນ​ຄວາມ​ຈຳ​ອີກ​ເທື່ອ​ໜຶ່ງ.

ທີ່ ສປ ຈີນ: ຢູ່ ສປ ຈີນ ນັ້ນ ການ​ພັດ­ທະ­ນາ​ປະ­ເທດ​ຊາດ​ທາງ​ເສດ­ຖະ­ກິດ-ສັງ­ຄົມ​ນັ້ນ ເພິ່ນ​ຖື​ເອົາ​ຄົນ​ເປັນ​ກົກ ຄື: ກ່ອນ​ຊິ​ວາງ​ນະ­ໂຍ­ບາຍ ຫຼື ມາດ​ຕະ­ການ​ຕ່າງໆ​ອອກ​ມາ​ນັ້ນ ເພິ່ນ​ຕ້ອງ​ຢັ່ງ​ຫາງ​ສຽງ ຫຼື ເກັບ​ກຳ​ຄຳ​ຄິດ​ຄຳ​ເຫັນ​ຈາກ​ພື້ນ­ຖານ​ປະ­ຊາ­ຊົນ​ມາ​ເປັນ​ບ່ອນ​ອີງ ຕົວ­ຢ່າງ: ເລື່ອງ​ກົດ­ໝາຍ​ເອົາ​ໂທດ​ຜູ້​ອ່ານ­ໜັງ­ສື​ໜ້ອຍ ທີ່​ພວມ​ເວົ້າ​ຮອດ​ຢູ່​ນີ້​ນັ້ນ ໄດ້​ຖືກ​ສ້າງ​ຂຶ້ນ​ພາຍ­ຫຼັງ​ໄດ້​ເກັບ​ກຳ​ສະ­ຖິ­ຕິ​ກ່ຽວ​ກັບ​ອັດ­ຕາ​ການ​ອ່ານ­ໜັງ­ສື​ພິມ​ຂອງ​ຈີນ.

ຂ່າວ​ຈາກ ສປ ຈີນ ໃນ​ຕົ້ນ​ເດືອນ​ສິງ­ຫາ 2013 ບອກ​ວ່າ: ລັດ­ຖະ­ບານ​ຈີນ​ໄດ້​ຮ່າງ​ກົດ­ໝາຍ ບັງ­ຄັບ​ໃຫ້​ພົນ­ລະ­ເມືອງ​ຈີນ​ອ່ານ­ໜັງ­ສື​ຫຼາຍ​ຂຶ້ນ ພາຍ­ຫຼັງ​ມີ​ສະ­ຖິ­ຕິ​ໃນ​ຊຸມ​ປີ​ກ່ອນ​ໜ້າ­ທີ່​ຊີ້​ອອກ​ວ່າ ຄົນ​ຈີນ​ຍັງ​ອ່ານ­ໜັງ­ສື​ໜ້ອຍ ສົມ​ທຽບ​ກັບ​ຄົນ​ໃນ​ສະ­ຫະ­ລັດ​ອາ​ເມ​ຣິ​ກາ ຄື: ໃນ​ປີ 2012 ຕົວ​ເລກ​ໄດ້​ບົ່ງ​ບອກ​ໃຫ້​ຮູ້​ວ່າ: ຄົນ​ຈີນ​ອາ­ຍຸ​ລະ­ຫວ່າງ 18-70 ປີ ອ່ານ­ໜັງ­ສື​ໂດຍ​ສະ­ເລ່ຍ 6,7 ເຫຼັ້ມ​ຕໍ່​ຄົນ​ຕໍ່​ປີ ໃນ​ນັ້ນ ລວມ​ທັງ​ໜັງ­ສື​ເປັນ​ເຫຼັ້ມ ແລະ ແບບ​ເອ​ເລັກ​ໂຕຣ​ນິກ ຕົວ​ເລກ​ນີ້​ໄດ້​ເພີ່ມ​ຂຶ້ນ​ກວ່າ​ປີ 2011 1 ເຫຼັ້ມ ແຕ່​ຖ້າ​ປຽບ​ໃສ່​ປະ­ເທດ​ທີ່​ພັດ­ທະ­ນາ​ແລ້ວ ກໍ​ເຫັນ​ວ່າ​ຍັງ​ຕ່ຳ​ຫຼາຍ ຢູ່​ສະ­ຫະ­ລັດ​ອາ​ເມ​ຣິ​ກາ​ນັ້ນ ຄົນ​ອ່ານ­ໜັງ­ສື​ໂດຍ​ສະ­ເລ່ຍ​ແມ່ນ 15 ເຫຼັ້ມ​ຕໍ່​ຄົນ​ຕໍ່​ປີ ຕອນ​ເລື່ອງ​ນີ້​ພວມ​ເປັນ​ຂ່າວ​ຢູ່​ນັ້ນ (ໜັງ­ສື­ພິມ​ລາວ​ພັດ­ທະ­ນາ 12/08/2013) ຍັງ​ບໍ່​ມີ​ລາຍ​ລະ­ອຽດ ກ່ຽວ​ກັບ​ການ​ກຳ­ນົດ​ໂທດ​ໃນ​ກົດ­ໝາຍ​ສະ­ບັບ​ນີ້​ຕໍ່​ຜູ້​ອ່ານ­ໜັງ­ສື​ໜ້ອຍ ກົດ­ໝາຍ​ສະ­ບັບ​ນີ້ ໄດ້​ປະ​ເຊີນ​ກັບ​ສຽງ​ວິ­ພາກ​ວິ­ຈານ​ຈາກ​ຄົນ​ບາງ​ກຸ່ມ​ວ່າ​ເປັນ “ກົດ­ໝາຍ​ທີ່​ບໍ່​ມີ​ເຫດ­ຜົນ​ພຽງ­ພໍ”.

ທີ່ ຟິ​ລິບ​ປິນ: ໃນ​ປີ 2019 ຟິ​ລິບ​ປິນ ໄດ້​ປະ­ກາດ​ໃຊ້​ກົດ­ໝາຍ​ທີ່​ເບິ່ງ​ແລ້ວ​ອ່າວ​ແປກ ຄື: ກົດ­ໝາຍ​ຫ້າມ​ຢອກ​ຜູ້​ສາວ ຄື: ການ​ຢອກ​ແນວ​ເສຍໆ​ຫາຍໆ​ໄປ​ໃນ​ທາງ​ລາ­ມົກ ຫຼື ດ້ວຍ​ຄຳ​ເວົ້າ​ກວນ​ຊວນ​ໂມ­ໂຫ ການ​ຫ້າມ​ຢອກ​ນີ້ ເນັ້ນ​ໃສ່​ການ​ຢອກ​ຕາມ​ຖະ­ໜົນ​ຫົນ­ທາງ ກໍ​ຄື ສະ­ຖານ­ທີ່​ສາ­ທາ­ລະ­ນະ ເຊັ່ນ: ການ​ຜິວ​ປາກ ການ­ສະ­ແດງ​ສັນ­ຍານ​ທ່າ​ທີ​ທີ່​ເປັນ​ການ​ຢອກ​ລໍ້​ໝິ່ນ­ປະ­ໝາດ ລວມ​ທັງ​ການ​ຢອກ​ລໍ້​ໃຫ້​ເສຍ​ຫາຍ​ທາງ​ສື່​ສັງ­ຄົມ​ອອນ​ລາຍ.

ຜູ້​ລະ­ເມີດ​ກົດ­ໝາຍ​ສະ­ບັບ​ນີ້ ຈະ​ໄດ້​ຮັບ​ໂທດ​ເຖິງ​ຂັ້ນ​ຈຳ​ຄຸກ ຫຼື ຖືກ​ປັບ​ໃໝ​ເປັນ​ເງິນ​ແຕ່ 1 ແສນ​ຫາ 5 ແສນ​ເປ​ໂຊ (ລະ­ຫວ່າງ 16-58 ລ້ານ​ກີບ) ຫຼື ທັງ​ຕິດ​ຄຸກ ທັງ​ຖືກ​ປັບ​ໃໝ ຖ້າ​ຜູ້​ລະ­ເມີດ​ເປັນ​ຄົນ​ຕ່າງ­ປະ­ເທດ ຜູ້­ກ່ຽວ​ກໍ​ຈະ​ຖືກ​ເນ­ລະ­ເທດ​ພາຍ­ຫຼັງ​ໄດ້​ຮັບ​ໂທດ ແລະ ເສຍ​ຄ່າ​ປັບ​ໃໝ​ແລ້ວ ຖ້າ​ເປັນ​ການ​ກະ­ທຳ​ຜິດ​ຂອງ​ສື່​ສິ່ງ​ພິມ ບັນ­ນາ­ທິ­ການ ກໍ​ຄື ນັກ​ຂ່າວ​ທີ່​ກ່ຽວ­ຂ້ອງ​ຕ້ອງ​ຮັບ­ຜິດ­ຊອບ ຖ້າ​ເປັນ​ໂທລະ­ພາບ ຜູ້­ອຳ­ນວຍ­ການ ບັນ­ນາ­ທິ­ການ ແລະ ນັກ​ຂ່າວ​ຕ້ອງ​ເປັນ​ຜູ້​ຮັບ​ໂທດ.

error: Content is protected !!