ໂດຍໄດ້ຮັບການສະໜັບສະໜູນຈາກ ໂຄງການພັດທະນາກະສິກຳສະອາດ ເຊິ່ງເປັນໂຄງການຮ່ວມມືລະຫວ່າງກະຊວງກະສິກຳ – ປ່າໄມ້ ແລະ ອົງການໄຈກາ ປະເທດຍີ່ປຸ່ນ ວັນທີ 7 ພະຈິກ 2020 ພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດກິດຈະກຳເປີດຂະບວນການແຈກຖົງຜ້າໃຫ້ຜູ້ບໍລິໂພກເພຶ່ອຫຼຸດຜ່ອນການນຳໃຊ້ຖົງຢາງປລາສຕິກ ແລະ ການຄຸ້ມຄອງຄຸນນະພາບການວິໄຈສານເຄມີຕົກຄ້າງຢູ່ຕະຫຼາດກະສິກຳອິນຊີ ນວ ສູນການຄ້າລາວ-ໄອເຕັກ ມີທ່ານ ຫຼ້າສາຍ ນວນທາສີງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນວ ທ່ານ ຮິໂຣຍູກິ ຊາກຸມະ ຫົວໜ້າຄະນະຊ່ຽວຊານໂຄງການພັດທະນາກະສິກຳສະອາດ ທ່ານຮອງຫົວໜ້າພະແນກອຸດສາຫະກຳ ແລະ ປ່າໄມ້ ນວ ບັນດາຫົວໜ້າຫ້ອງການ ຂະແໜງການ ສູນ ກຸ່ມຜູ້ຜະລິດ ແລະ ຊາວຄ້າຂາຍເຂົ້າຮ່ວມ.

ການຈັດກິດຈະກຳຄັ້ງນີ້ ເພື່ອເປັນການປຸກລະດົມໃຫ້ຜູ້ບໍລິໂພກ ແລະ ຊາວຄ້າຂາຍຫັນມາໃຊ້ກະຕ່າ ຖົງຜ້າ ແລະ ອື່ນໆທີ່ສາມາດໃຊ້ຄືນໄດ້ ທົດແທນການໃຊ້ຖົງຢາງປລາສຕິກເພື່ອເປັນມິດກັບສິ່ງແວດລ້ອມ.



# ຂ່າວ & ພາບ: ສົມສະຫວັນ