ເປີດສາກຢ່າງເປັນທາງການແລ້ວ ການແຂ່ງຂັນເຕະບານທົ່ວປະເທດ ເພື່ອສ້າງຂະບວນການຄຳນັບຮັບຕ້ອນວັນຊາດຄົບຮອບ 45 ປີ (2 ທັນວາ 1975-2 ທັນວາ 2020) ໄດ້ມີຂຶ້ນໃນວັນທີ 7 ພະຈິກ 2020 ຢູ່ສະໜາມກີລາແຫ່ງຊາດ (ຫຼັກ 16) ນະຄອນຫຼວງວຽງຈັນ ໂດຍມີທ່ານນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ປະທານຄະນະກຳມະການໂອແລມປິກແຫ່ງຊາດ ພ້ອມດ້ວຍບັນດາການນຳພັກ-ລັດ ຄະນະບໍລິຫານງານສະຫະພັນບານເຕະແຫ່ງຊາດລາວ ຄະນະນຳ ຄູເຝິກ ນັກກີລາແຕ່ລະພາກສ່ວນ ຕະຫຼອດຮອດກອງເຊຍເຂົ້າຮ່ວມຢ່າງຫຼວງຫຼາຍ.

ສຳລັບການແຂ່ງຂັນເຕະບານທົ່ວປະເທດ ເພື່ອຄຳນັບຕັບຕ້ອນວັນຊາດ ຄົບຮອບ 45 ປີ ແມ່ນຈັດຂຶ້ນໃນລະຫວ່າງວັນທີ 6-21 ພະຈິກ 2020 ທີ່ນະຄອນຫຼວງວຽງຈັນ ໂດຍມີ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ ໃນນີ້ ປະເພດທີມຊາຍ ແບ່ງອອກເປັນ 4 ກຸ່ມ ປະກອບມີ:
ກຸ່ມ ກ: ນະຄອນຫຼວງວຽງຈັນ ແຂວງຄຳມ່ວນ ແຂວງສາລະວັນ ແຂວງໄຊສົມບູນ ແລະ ແຂວງຊຽງຂວາງ.
ກຸ່ມ ຂ: ແຂວງຈຳປາສັກ ແຂວງເຊກອງ ແຂວງວຽງຈັນ ແຂວງຜົ້ງສາລີ ແລະ ແຂວງອຸດົມໄຊ.
ກຸ່ມ ຄ: ແຂວງຫຼວງນ້ຳທາ ແຂວງໄຊຍະບູລີ ແລະ ແຂວງອັດຕະປື.
ກຸ່ມ ງ: ແຂວງບໍ່ແກ້ວ ແຂວງຫົວພັນ ແຂວງບໍລິຄຳໄຊ ແລະ ແຂວງສະຫວັນນະເຂດ.
ຮູບແບບການແຂ່ງຂັນ ຄັດເອົາທີມອັນດັບ 1-2 ເຂົ້າສູ່ຮອບ 8 ທີມຕໍ່ໄປ ແຂ່ງຂັນຢູ່ 4 ສະໜາມຄື: ສະໜາມກີລາແຫ່ງຊາດ (ຫຼັກ 16) ສະໜາມໃນ-ນອກ ສະໜາມກີລາກາງມະຫາວິທະຍາໄລແຫ່ງຊາດ ແລະ ສະໜາມກີລາກອງທັບ (ຫຼັກ 5).
ສ່ວນປະເພດທີມຍິງ ມີ 7 ແຂວງ ແລະ ນະຄອນຫຼວງວຽງຈັນເຂົ້າຮ່ວມ ແບ່ງເປັນ 2 ກຸ່ມ ຄື:
ກຸ່ມ ກ: ແຂວງວຽງຈັນ ແຂວງຊຽງຂວາງ ແຂວງໄຊຍະບູລີ ແລະ ແຂວງຈຳປາສັກ.
ກຸ່ມ ຂ: ນະຄອນຫຼວງວຽງຈັນ ແຂວງອຸດົມໄຊ ແຂວງຫຼວງນ້ຳທາ ແລະ ແຂວງສະຫວັນນະເຂດ.

ຮູບແບບການແຂ່ງຂັນ ຄັດເອົາອັນດັບ 1-2 ທັງ 2 ກຸ່ມເຂົ້າສູ່ຮອບ 4 ທີມຕໍ່ໄປ ແຂ່ງຂັນຢູ່ 2 ສະໜາມຄື: ສະໜາມຫຍ້າທຽມສະຫະພັນບານເຕະແຫ່ງຊາດລາວ ສະໜາມ 1-2 ສຳລັບທີມຊະນະເລີດ (ຍິງ-ຊາຍ) ຈະໄດ້ຮັບເງິນລາງວັນ 100 ລ້ານກີບ ພ້ອມຂັນ 1 ໜ່ວຍ ແລະ ຫຼຽນຊະນະເລີດ 30 ຫຼຽນ ສ່ວນທີມຮອງຊະນະເລີດ ຈະໄດ້ຮັບເງິນລາງວັນ ຈຳນວນ 40 ລ້ານກີບ ແລະ ຫຼຽນຮອງຊະນະເລິດ 30 ຫຼຽນ ນອກຈາກນັ້ນ ຍັງມີລາງວັນນັກກີລາຍິງປະຕູສູງສູດ ແລະ ລາງວັນຄູເຝິກດີເດັ່ນ.
# ພາບ & ຂ່າວ: ສີພອນ