ວັນທີ 6 ພະຈິກ 2020 ເມືອງຫາດຊາຍຟອງ ຮ່ວມກັບບໍລິສັດພັນເພັດ ພັດທະນາກະສິກຳ ຈຳກັດ ແລະ ກຸ່ມຜູ້ນຳໃຊ້ນ້ຳຊົນລະປະທານຫ້ວຍຄ້າ ໄດ້ຈັດພິທີເປີດນ້ຳຊົນລະປະທານເພື່ອຮັບໃຊ້ການຜະລິດລະດູແລ້ງສົກປີ 2020-2021 ຂຶ້ນທີ່ສະຖານີຈັກສູບນ້ຳຫ້ວຍຄ້າ ຢູ່ຟາມບໍລິສັດພັນເພັດ ພັດທະນາກະສິກຳ ຈຳກັດ ບ້ານນາໄຮ່ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃນໂອກາດສະເຫຼີມສະຫຼອງວັນຊົນລະປະທານແຫ່ງຊາດ 3 ພະຈິກ ມີທ່ານ ບຸນເພັງ ສີນະວົງພອນ ເຈົ້າເມືອງຫາດຊາຍຟອງ ທ່ານ ນາງ ປິດ ພົມເພັດ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ທ່ານ ທອງສະຫວັນ ມີບຸນ ປະທານບໍລິສັດພັນເພັດ ພັດທະນາກະສິກຳ ຈຳກັດ ບັນດາຫົວໜ້າ ຮອງຫົວໜ້າຫ້ອງການ ພະນັກງານ ແລະ ຫົວກຸ່ມຜູ້ນຳໃຊ້ນ້ຳອ້ອມຂ້າງເມືອງຫາດຊາຍຟອງເຂົ້າຮ່ວມ.

ໃນພິທີທ່ານ ສຸລິນ ອິນທາທິລາດ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງຫາດຊາຍຟອງ ຜ່ານບົດລາຍງານສະພາບການຜະລິດສົກປີ 2019-2020 ພ້ອມທັງມອບລະບົບຈັກສູບນ້ຳສະຖານີຊົນລະປະທານຫ້ວຍຄ້າ ໃຫ້ກຸ່ມຜູ້ນຳໃຊ້ນ້ຳຊົນລະປະທານຫ້ວຍຄ້າເປັນຜູ້ຄຸ້ມຄອງນຳໃຊ້ ກ່າວຮັບໂດຍທ່ານ ທອງສະຫວັນ ມີບຸນ ພ້ອມນັ້ນ ທ່ານນາງ ປິດ ພົມເພັດ ຍັງໄດ້ມອບແນວພັນເຂົ້າຮ່ວງໄພພິບັດໃຫ້ເມືອງຫາດຊາຍຟອງ 15 ໂຕນ ມູນຄ່າ 90 ລ້ານກີບ ກ່າວຮັບໂດຍເຈົ້າເມືອງຫາດຊາຍຟອງ ຈາກນັ້ນ ມອບໃຫ້ຫົວໜ້າກຸ່ມຊາວນາ 7 ກຸ່ມ ເພື່ອນຳໄປແຈກຢາຍໃຫ້ຊາວກະສິກອນ 374 ຄອບຄົວ ເນື້ອທີ່ 589 ເຮັກຕາ ຕອນທ້າຍ ຜູ້ເຂົ້າຮ່ວມພິທີຍັງໄດ້ຢ້ຽມຊົມກິດຈະການ ກໍຄືທຸລະກິດຂອງບໍລິສັດພັນເພັດ ພັດທະນາກະສິກຳ ຈຳກັດ ຕື່ມອີກ.






# ຂ່າວ & ພາບ: ສົມສະຫວັນ