ກະສິກຳອິນຊີ ແມ່ນຫຍັງ ?

ພວກ​ເຮົາ​ມັກ​ເຂົ້າ­ໃຈ​ຜິດ​ກັບ​ຄຳ​ເວົ້າ​ເດີມ​ທີ່​ວ່າ ກະ­ສິ­ກຳ​ປອດ​ສານ­ພິດ ເຊິ່ງ​ຄວາມ​ຈິງ​ຄຳ​ວ່າ ກະ­ສິ­ກຳ​ປອດ​ສານ­ພິດ ບໍ່​ແມ່ນ​ຄຳ​ເວົ້າ​ທີ່​ທາງ​ການ​ໃຊ້ ແຕ່​ເຮົາ​ຈະ​ໃຊ້​ຄຳ​ວ່າ ກະ­ສິ­ກຳ​ອິນ​ຊີ ຫຼື ກະ­ສິ­ກຳ​ສະ­ອາດ ເຊິ່ງ​ມີ​ຢູ່ 4 ຮູບ​ແບບ​ການ​ຜະ­ລິດ ເຊັ່ນ: (1) ກະ­ສິ­ກຳ​ທີ່​ດີ (2) ກະ­ສິ­ກຳ​ບໍ່​ໃຊ້​ສານ​ເຄ​ມີ (3) ກະ­ສິ­ກຳ​ອິນ​ຊີ (4) ກະ­ສິ­ກຳ​ຜະ­ລິດ​ແບບ​ທຳ​ມະ​ຊາດ ເຊັ່ນ: ການ​ປູກ​ພືດ​ຜັກ​ແບບ​ທຳ​ມະ​ຊາດ ຕົວ ຢ່າງ ໝາກ​ລີ້ນ­ໄມ້ ຜັກ​ສະ­ເມັກ…

ວັນ​ສຸກ​ອາ­ທິດ​ຜ່ານ​ມາ ຜູ້​ຂຽນ​ໄດ້​ມີ​ໂອ­ກາດ​ເຂົ້າ​ພົບ​ທ່ານ​ນາງ ພອນ​ທິບ ສົມ​ມະ­ນີ ຫົວ­ໜ້າ​ພະ​ແນກ​ມາດ­ຕະ­ຖານ ກົມ​ປູກ­ຝັງ ກະ­ຊວງ​ກະ­ສິ­ກຳ ແລະ ປ່າ­ໄມ້ ເພິ່ນ​ໄດ້​ໃຫ້​ສຳ­ພາດ ແລະ ຊີ້​ແຈງ​ຫຼາຍ​ເຫດ­ຜົນ​ເຖິງ​ແນວ­ທາງ​ນະ­ໂຍ­ບາຍ​ວິ­ທີ​ເຮັດ​ກະ­ສິ­ກຳ​ອິນ​ຊີ ແລະ ການ​ກວດ­ກາ​ເພື່ອ​ຜ່ານ​ມາດ­ຕະ­ຖານ​ຮອງ​ຮັບ​ຜົນ​ຜະ­ລິດ ຮັບ­ປະ­ກັນ​ແກ່​ຜູ້​ບໍ­ລະ­ໂພກ​ໃຫ້​ປອດ​ໄພ​ຕໍ່​ສຸ­ຂະ­ພາບ ເຊິ່ງ​ປັດ­ຈຸ­ບັນ​ນີ້ ທ່າ​ອ່ຽງ​ຂອງ​ຜູ້​ບໍ­ລິ­ໂພກ​ໃນ​ສັງ­ຄົມ​ສູງ​ຂຶ້ນ​ໃນ​ການ​ບໍ­ລິ­ໂພກ​ພືດ​ຜັກ​ຈາກ​ຜົນ​ຜະ­ລິດ​ກະ­ສິ­ກຳ​ອິນ​ຊີ ຜູ້​ຂຽນ​ຖາມ​ເພິ່ນ​ວ່າ: ເວ­ລາ​ເປີດ​ຕະ­ຫຼາດ​ກະ­ສິ­ກຳ​ອິນ​ຊີ ຖ້າ­ວ່າ​ພືດ​ຜັກ​ຫາກ​ຖືກ​ປົນ​ມາ​ກັບ​ຜັກ​ທີ່​ໄດ້​ມາດ­ຕະ­ຖານ​ນັ້ນ ເຮົາ​ຈະ​ແກ້​ໄຂ​ແນວ­ໃດ ? ເພິ່ນ​ຕອບ​ວ່າ​ນັ້ນ ຄື:  ບັນ­ຫາ​ການ​ຄຸ້ມ​ຄອງ​ຂອງ​ຕະ­ຫຼາດ​ໂດຍ​ກົງ ເຊິ່ງ​ທ່ານ​ຜູ້​ອ່ານ ຫຼື ຜູ້​ບໍ­ລິ­ໂພກ ກໍ​ສາ­ມາດ​ເຂົ້າ­ໃຈ​ໄດ້​ໂລດ​ທາງ​ພະ​ແນກ​ມາດ­ຕະ­ຖານ ແມ່ນ​ໄດ້​ເຂັ້ມ​ງວດ​ກວດ­ກາ​ທຸກ​ຂັ້ນ​ຕອນ.

ພະ​ແນກ​ມາດ­ຕະ­ຖານ​ຂອງ​ກົມ​ປູກ­ຝັງ​ຍັງ​ມີ​ສູນ​ມາດ­ຕະ­ຖານ​ກະ­ສິ­ກຳ​ສະ­ອາດ ທີ່​ຊ່ວຍ​ຊາວ​ກະ­ສິ­ກອນ​ໃນ​ການ​ປູກ​ພືດ​ຕ່າງໆ ເພື່ອ​ຊ່ວຍ​ໃຫ້​ຊາວ​ກະ­ສິ­ກອນ​ມີ​ຄວາມ​ເຂັ້ມ­ແຂງ ແລະ ເຂົ້າ­ໃຈ​ຈະ­ແຈ້ງ​ຕໍ່​ວິ­ທີ​ການ​ຜະ­ລິດ​ກະ­ສິ­ກຳ​ອິນ​ຊີ ການ​ກວດ­ກາ​ຢັ້ງ­ຢືນ​ມາດ­ຕະ­ຖານ ແມ່ນ​ໄດ້​ອອກ​ໃບ­ຢັ້ງ­ຢືນ​ໄດ້ 2 ປີ​ແລ້ວ ຜູ້​ປະ­ກອບ​ການ​ສາ­ມາດ​ຕໍ່​ອາ­ຍຸ​ໄດ້ ຖ້າ­ວ່າ​ຫາກ​ຍັງ​ຮັກ­ສາ​ມາດ­ຕະ­ຖານ​ໄດ້.

ການ​ເຮັດ​ກະ­ສິ­ກຳ​ອິນ​ຊີ ແມ່ນ​ບ້ານ​ເຮົາ​ໄດ້​ປະ­ສານ​ສົມ­ທົບ​ກັບ​ນັກ­ວິ­ຊາ­ການ​ຕ່າງ­ປະ­ເທດ ບ້ານ​ເຮົາ​ຕ້ອງ​ໄດ້​ສ້າງ​ມາດ­ຕະ­ຖານ​ລະ­ດັບ​ອາ​ຊຽນ ເພື່ອ​ສ້າງ​ຕະ­ຫຼາດ ແລະ ໂອ­ກາດ​ໃຫ້​ຜູ້​ປະ­ກອບ​ການ​ໄດ້​ສົ່ງ​ອອກ​ຂາຍ​ຕະ­ຫຼາດ​ຕ່າງ­ປະ­ເທດ ປັດ­ຈຸ­ບັນ ຜົນ​ຜະ­ລິດ​ຈາກ​ກະ­ສິ­ກຳ​ອິນ​ຊີ ແມ່ນ​ມີ​ບາງ​ລາຍ­ການ​ກໍ​ໄດ້​ສົ່ງ​ຂາຍ​ຕະ­ຫຼາດ​ຕ່າງ­ປະ­ເທດ​ແລ້ວ ເຊັ່ນ: ຊາ ແລະ ກາ­ເຟ…ຖ້າ­ວ່າ​ສື່​ມວນ​ຊົນ​ຊ່ວຍ​ກັນ​ເຜີຍ­ແຜ່​ຕື່ມ​ໃຫ້​ກວ້າງ­ຂວາງ ບ້ານ​ເຮົາ​ກໍ​ມີ​ທ່າ​ກ້າວ­ໜ້າ​ສູງ​ຂຶ້ນ.

error: Content is protected !!