ມະເຣັງປາກມົດລູກ ສາເຫດເສຍຊີວິດຂອງຜູ້ຍິງເປັນອັນດັບຕົ້ນໆ ເລີ່ມທຳອິດບໍ່ມີອາການພົບເຫັນອາການເມື່ອເຂົ້າໄລຍະເປັນຫຼາຍ ແນະນຳກວດມະເຮັງປາກມົດລູກທຸກປີ ເພື່ອຫຼຸດສ່ຽງ ເປັນໜັກ ຮັກສາບໍ່ຫາຍ.
ສັນຍານເຕືອນ ອາການເລີ່ມຕົ້ນຂອງພະຍາດມະເຮັງປາກມົດລູກ:
ບັນຫາທີ່ສຳຄັນຂອງຜູ້ທີ່ຕິດເຊື້ອ Human Papillomavirus (HPV) ຄື: ບໍ່ມີອາການສະ ແດງ ດັ່ງນັ້ນ ຈະບໍ່ຮູ້ຕົວ ແລະ ສາມາດກະຈາຍເຊື້ອໄວຣັສໄປສູ່ຄົນອື່ນໆໄດ້ ແລະ ອາການສະ ແດງຂອງມະເຮັງປາກມົດລູກໄລຍະກ່ອນມະເຮັງ ຫຼື ໄລຍະເລີ່ມຕົ້ນຂອງພະຍາດນີ້ ຈະບໍ່ມີອາການ ສະແດງທີ່ຜິດປົກກະຕິ ແຕ່ຍົກເວັ້ນຖ້າໄລຍະຂອງພະຍາດມະເຮັງເປັນຫຼາຍພໍສົມຄວນ.
ອາການທີ່ອາດພົບໄດ້ ໄດ້ແກ່:
1. ອາດມີອາການປະຈຳເດືອນຜິດປົກກະຕິ.
2. ເລືອດອອກທາງຊ່ອງຄອດທີ່ຜິດປົກກະຕິ (Abnormal vaginal bleeding).
3. ມີລະດູຂາວທີ່ຜິດກະປົກຕິ ມີກິ່ນເໝັນ.
4. ຫາກກະຈາຍໄປຍັງອະໄວຍະວະອື່ນອາດມີ ອາການເຈັບທ້ອງ ຖ່າຍປັດສາວະ ຫຼື ອາຈົມ ເປັນເລືອດໄດ້.
ການປິ່ນປົວພະຍາດມະເຮັງປາກມົດລູກ:
ສຳລັບການປິ່ນປົວໄລຍະເລີ່ມຕົ້ນ ອາດຈະປິ່ນ ປົວດ້ວຍການຜ່າຕັດ ເຊັ່ນ:
– ຕັດປາກມົດລູກເປັນຮູບກວຍ (Therapeutic conization) ການຕັດມົດລູກພ້ອມໆກັບ ເລາະເອົາຕ່ອມນ້ຳເຫຼືອງອອກ (Radical hysterectomy with pelvic lympha denectomy).
– ຜູ້ປ່ວຍບາງຄົນຕ້ອງຮັບການປິ່ນປົວຢ່າງຕໍ່ເນື່ອງ ດ້ວຍລັງສີປິ່ນປົວ ການສາຍລັງສີດ້ວຍ ເຄື່ອງສາຍລັງສີ (Teletherapy).
– ການໃສ່ແຮ່ (Brachy-therapy).
– ບາງຄົນພິຈາລະນາປິ່ນປົວ ຮ່ວມກັບການປິ່ນ ປົວດ້ວຍຢາເຄມີບຳບັດ (Concurrent Chemo-Radiation treatment).
ການປິ່ນປົວດ້ວຍເຄມີບຳບັດຢ່າງດຽວ ໃຊ້ໃນກໍລະນີທີ່ມະເຮັງກະຈາຍໄປຫຼາຍພໍຄວນ ເຊິ່ງບໍ່ ສາມາດໃຫ້ລັງສີປິ່ນປົວ ຫຼື ດຳເນີນການຜ່າຕັດ ໄດ້.
ວິທີປ້ອງກັນພະຍາດມະເຮັງປາກມົດລູກ:
ດັ່ງທີ່ກ່າວມາແລ້ວວ່າ ໄລຍະກ່ອນມະເຮັງ ຫຼື ມະເຮັງທີ່ຫາກໍເລີ່ມເປັນ ອາດຈະບໍ່ມີອາການ ແລະ ການປິ່ນປົວເຮັດໄດ້ ມີໂອກາດທີ່ຈະຫາຍ ຂາດໄດ້.
ວິທີທີ່ຈະຮູ້ໄດ້ ຄື: ການມາຮັບການກວດພາຍ ໃນ ເພື່ອເອົາເຊລຈາກປາກມົດລູກມາກວດ ທີ່ ເອີ້ນກັນວ່າ ກວດແປ໊ບສະເມຍຣ໌ (Pap Smear) ແລະ ຖ້າກວດຮ່ວມກັບການຫາເຊື້ອໄວຣັສ HPV (HPV DNA Test) ຈະເຮັດໃຫ້ໄດ້ຮັບ ຄວາມຊັດເຈນເພີ່ມຂຶ້ນ ຫາກຜົນຜິດປົກກະຕິຕ້ອງກວດດ້ວຍການສ່ອງກ້ອງຂະຫຍາຍປາກ ມົດລູກ (Colposcopic examination) ເພື່ອ ຄົ້ນຫາບໍລິເວນທີ່ຜິດປົກກະຕິ ແລະ ຈະດຳເນີນການຕັດຊິ້ນເນື້ອໄປກວດທາງພະຍາດວິທະຍາ (Biopsy) ເພື່ອວິນິດໄສຄວາມຜິດປົກກະຕິ ວາງແຜນການກວດເພື່ອບອກໄລຍະຂອງພະຍາດ ແລະ ວາງແຜນການປິ່ນປົວໄດ້ຖືກຕ້ອງ.
ມະເຮັງປາກມົດລູກປ້ອງກັນໄດ້ ຫາກສະຕີທຸກ ທ່ານໃສ່ໃຈໃນສຸຂະພາບຂອງຕົວເອງ ດ້ວຍການກວດສຸຂະພາບປະຈຳປີ ແລະ ສາມາດສີດວັກ ຊີນປ້ອງກັນໄວຣັສ HPV ກໍສາມາດຫຼຸດອັດຕາ ສ່ຽງລົງໄດ້ຢ່າງໜ້ອຍ 70% ແລະ ຖ້າຮ່ວມກັບ ການກວດ Pap Smear ແລະ ຄົ້ນຫາ High Risk HPV DNA ເປັນປະຈຳຕາມທີ່ແພດແນະນຳຈະສາມາດປ້ອງກັນມະເຮັງຂອງປາກມົດລູກໄດ້.
ຊາວບ້ານ – ນຳສະເໜີ