TOYOTA ນໍາສະເໜີລົດ Fortuner High Plus ແລະ Hilux Revo Adventure

    ບໍລິສັດໂຕໂຢຕ້າ ລາວ ຈໍາກັດ ນໍາເອົາລົດທີ່ໄດ້ຮັບຄວາມນິຍົມສູງສຸດໃນລາວ ມາວາງສະແດງໃນງານວາງສະແດງລົດນານາຊາດວຽງຈັນ ຄັ້ງທີ 5 (Vientiane International Motor Expo 2020) ຢູ່ສູນການຄ້າລາວ-ໄອເຕັກ ແຕ່ວັນທີ 7-15 ພະຈິກ 2020 ພ້ອມທັງຈັດພິທີນໍາສະເໜີລົດຮຸ່ນໃໝ່ຫຼ້າສຸດ 2 ຮຸ່ນ ຄື: TOYOTA Fortuner High Plus ແລະ Toyota Hilux Revo Adventure ໂດຍມີທ່ານ ມາຊາອາກິ ຄາວາບາຕະ ຜູ້ອໍານວຍການບໍລິສັດໂຕໂຢຕ້າ ລາວ ຈໍາກັດ ພ້ອມດ້ວຍຕະນະບໍລິຫານ ບັນດາລູກຄ້າ ແລະ ສື່ມວນຊົນ ເຂົ້າຮ່ວມ.

     ທ່ານ ມາຊາອາກິ ຄາວາບາຕະ ກ່າວວ່າ: ພວກເຮົາມີຄວາມຍິນດີຫຼາຍ ທີ່ໄດ້ເຂົ້າຮ່ວມ Vientiane International Motor Expo 2020 ແລະ ໄດ້ນໍາເອົານະວັດຕະກໍາຍານຍົນຂອງ TOYOTA ທີ່ໄດ້ພັດທະນາເຕັກໂນໂລຊີລະດັບໂລກ ການອອກແບບທີ່ທັນສະໄໝ ມາໃຫ້ລູກຄ້າໄດ້ສໍາຜັດ ແລະ ທົດລອງຂັບຂີ່ ພວກເຮົາມີຄວາມພາກພູມໃຈຫຼາຍ ທີ່ຈະນໍາສະເໜີລົດຮຸ່ນໃໝ່ຫຼ້າສຸດຄັ້ງທໍາອິດໃນລາວ ໄດ້ແກ່ TOYOTA Fortuner High Plus ແລະ TOYOTA Hilux Revo Adventure ເຊິ່ງ TOYOTA Fortuner High Plus ເປັນລົດອະເນກປະສົງຮຸ່ນສູງສຸດຂອງ Fortuner ທີ່ມີຄວາມຫຼູຫຼາທັງພາຍນອກ ແລະ ພາຍໃນ ສະທ້ອນເຖິງພາບລັກຄວາມສໍາເລັດ ແລະ ຄວາມເປັນຜູ້ນໍາໄດ້ເປັນຢ່າງດີ ແລະ TOYOTA Hilux Revo Adventure ເປັນລົດກະບະອະເນກປະສົງ ທີ່ມີຄວາມສວຍງາມ ແຂ່ງແກ່ນ ທົນທານ ສາມາດຂັບຂີ່ໄດ້ທຸກສະພາບການເດີນທາງ ນອກນີ້ຍັງມີ TOYOTA Vios ທີ່ໄດ້ນໍາສະເໜີໄປແລ້ວ ເຊິ່ງ TOYOTA Vios ໄດ້ອອກແບບດ້ານໜ້າຮູບໂສມໃໝ່ ມີຕາໄຟໜ້າ LED ແລະ ລະບົບສຽງທີ່ຮັບຮອງ Apple car play android auto google map ຊ່ວຍໃຫ້ການຂັບຂີ່ສະດວກສະບາຍ ແລະ ມີຄວາມທັນສະໄໝກວ່າເກົ່າ.

    ລົດທຸກຮຸ່ນຂອງ TOYOTA ນອກຈາກຈະໄດ້ຮັບການອອກແບບ ແລະ ພັດທະນາໃຫ້ມີຄວາມສວຍງາມ ແລະ ທັນສະໄໝແລ້ວ ຍັງມີເຕັກໂນໂລຊີຊັ້ນສູງ ທີ່ສາມາດຕອບສະໜອງການໃຊ້ງານໃນປັດຈຸບັນໄດ້ເປັນຢ່າງດີ ນອກນີ້ຍັງມີລະບົບຄວາມປອດໄພສູງສຸດ ເພື່ອໃຫ້ທ່ານມີຄວາມອົບອຸ່ນໃຈ ແລະ ໝັ້ນໃຈທຸກຄັ້ງໃນທຸກການຂັບຂີ່.

 # ຂ່າວ & ພາບ: ສະບາໄພ

error: Content is protected !!