
ເນື່ອງໃນໂອກາດວັນແມ່ຍິງສາກົນ ຄົບຮອບ 110 ປີ (8 ມີນາ 1910-8 ມີນາ 2020) ທີ່ຈະມາເຖິງ ທ່ານນາງ ນາລີ ສີສຸລິດ ພັນລະຍາທ່ານນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະກັບພະນັກງານລັດວິສາຫະກິດການບິນລາວ ວັນທີ 4 ມີນາ 2020 ຢູ່ລັດວິສາຫະກິດດັ່ງກ່າວ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ພົນຈັດຕະວາ ບຸນມາ ຈັນທະວົງສາ ຜູ້ອຳນວຍການໃຫຍ່ລັດວິສາຫະກິດການບິນລາວ ພ້ອມຄະນະ.
ທ່ານ ພົນຈັດຕະວາ ບຸນມາ ຈັນທະວົງສາ ກ່າວວ່າ: ບົດບາດຂອງແມ່ຍິງຢູ່ລັດວິສາຫະກິດການບິນລາວ ໄດ້ຮັບການເຊີດຊູຂຶ້ນເປັນກ້າວໆ ສະແດງອອກໃນການຊຸກຍູ້ການສ້າງຂະບວນການຄຳນັບຮັບຕ້ອນວັນສຳຄັນຕ່າງໆຂອງຊາດ ຂອງພັກ ແມ່ຍິງຢູ່ໃນສາຍການບິນລາວ ແລະ ສາຍການບິນອື່ນໆມີຄວາມສຳຄັນ ແລະ ມີບົດບາດເຊັ່ນດຽວກັນ ສະເພາະນັກບິນຍິງຢູ່ລາວແອລາຍ ມີ 3 ທ່ານ ຢູ່ລາວສະກາຍເວ 2 ທ່ານ ນອກຈາກນັກບິນແລ້ວກໍຍັງມີວິສາວະກອນ ພະນັກງານຕ້ອນຮັບ ເພື່ອບໍລິການຜູ້ໂດຍສານຂອງສາຍການບິນ ປັດຈຸບັນລັດວິສາຫະກິດການບິນລາວໄດ້ສຳເລັດການດຳເນີນຊີວິດການເມືອງ 11 ໜ່ວຍພັກຂຶ້ນກັບ ໃນນີ້ ແມ່ຍິງໄດ້ຮັບການແຕ່ງຕັ້ງເປັນເລຂາໜ່ວຍພັກ 4 ສະຫາຍ ເປັນຄະນະໜ່ວຍພັກ 2 ສະຫາຍ ສັງລວມແລ້ວແມ່ຍິງແມ່ນມີບົດບາດສຳຄັນຫຼາຍໃນການເຄື່ອນໄຫວປະຕິບັດວຽກງານຂອງສາຍການບິນລາວ ໄລຍະຜ່ານມາຄະນະອຳນວຍການລັດວິສາຫະກິດການບິນລາວໄດ້ພະຍາຍາມສົ່ງເສີມ ຊຸກຍູ້ໃຫ້ແມ່ຍິງໃຫ້ມີບົດບາດຫຼາຍຂຶ້ນໃນການນຳພາ ໂດຍສະເພາະການປັບປຸງວຽກງານການບໍລິການ ພ້ອມນີ້ບັນດານັກບິນຍິງ ກໍມີຄວາມຕັ້ງໃຈ ເປັນພະນັກງານສືບທອດທີ່ດີ ປະກອບສ່ວນໃນການຈັດຕັ້ງປະຕິບັດວຽກງານອື່ນໆ.
ໂອກາດນີ້ ທ່ານນາງ ນາລີ ສີສຸລິດ ກໍໄດ້ສະແດງຄວາມຊົມເຊີຍຕໍ່ອຸດົມການຂອງນັກບິນຍິງ ພ້ອມທັງຮຽກຮ້ອງໃຫ້ນັກບິນຍິງມີຄວາມທຸ່ນທ່ຽງຕໍ່ການປະຕິບັດໜ້າທີ່ ທີ່ມີຄວາມທ້າທາຍໃຫ້ມີຄວາມຍຸຕິທຳ ມີຈັນຍາບັນ ມີຄວາມສາມັກຄີກ້າເວົ້າກ້າຕຳນິສົ່ງຂ່າວເຊິ່ງກັນ ແລະ ກັນ ເພື່ອພ້ອມກັນຜ່ານຜ່າອຸປະສັກນາໆປະການ ສຳລັບນັກໂດດຈ້ອງຍິງໃຫ້ຖືເອົາການໂດດຈ້ອງເປັນສະໜາມຮົບ ພ້ອມກັນສູ້ກັບຄວາມສ່ຽງເທິງອາກາດໃຫ້ມີຄວາມຮັບຜິດຊອບຕໍ່ຕົນເອງ ພິເສດທັງນັກບິນຍິງ ແລະ ນັກໂດດຈ້ອງຍິງ ຕ້ອງຢຶດໝັ້ນຕໍ່ອຸດົມການຂອງຕົນເອງ ຮັກໃນອາຊີບ ແລະ ດູແລຕົນເອງໃຫ້ມີສຸຂະພາບເຂັ້ມແຂງ ເພື່ອກຽມຮັບໃຊ້ໜ້າທີ່ວຽກງານໃນຕໍ່ໜ້າ.