ສ້າງຂະບວນການລວງຄອງເໝືອງ ພ້ອມເປີດນໍ້າຊົນລະທານບ້ານສ້າງຫົວບໍ່

    ພິທີສ້າງຂະບວນການອະນາໄມລວງຄອງເໝືອງ ແລະ ເປີດນໍ້າຊົນລະທານ ສະໜອງໃຫ້ແກ່ເນື້ອທີ່ການຜະລິດລະດູແລ້ງສົກປີ 2020-2021 ໄດ້ຈັດຂຶ້ນວັນທີ 6 ພະຈິກ 2020 ທີ່ໂຄງການຊົນລະປະທານບ້ານສ້າງຫົວບໍ່ ເມືອງໄຊທານີ ນະຄອນຫຼວງວຽງຈັນ (ນວ) ເປັນປະທານຂອງທ່ານ ຄໍາປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ມີທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ທ່ານ ລາດຊະນີວົງ ອະມະຣະທິທາດາ ປະທານອົງການກວດກາພັກ-ລັດ ນວ ພ້ອມດ້ວຍຫົວໜ້າ ຮອງຫົວໜ້າກົມ ຫົວໜ້າ ຮອງຫົວໜ້າພະແນກການອ້ອມຂ້າງ ຂະແໜງການກ່ຽວຂ້ອງ ອໍານາດການປົກຄອງບ້ານ ແລະ ຊາວກະສິກອນບ້ານສ້າງຫົວບໍ່ເຂົ້າຮ່ວມ. 

    ໃນພິທີດັ່ງກ່າວ ໄດ້ມີການລາຍງານສະເຫຼີມສະຫຼອງວັນເປີດນໍ້າຊົນລະປະທານແຫ່ງຊາດ 3 ພະຈິກ 2020 ແລະ ເປີດແຜນການຜະລິດລະດູແລ້ງສົກປີ 2020-2021 ລາຍງານກ່ຽວກັບແຜນການສະເຫຼີມສະຫຼອງວັນສັກຢາປ້ອງກັນພະຍາດແຫ່ງຊາດ 11 ພະຈິກ 2020 ທົ່ວເມືອງໄຊທານີ ລາຍງານແຜນກະກຽມການຜະລິດ ແລະ ສະໜອງເມັດເຂົ້າພັນ 80 ໂຕນໃຫ້ນະຄອນຫຼວງວຽງຈັນ ຈາກນັ້ນ ໄດ້ສືບຕໍ່ແບ່ງມອບແນວພັນເຂົ້າ 30 ໂຕນໃຫ້ກັບເມືອງໄຊທານີ ນາຊາຍທອງ ປາກງື່ມ ສັງທອງ ຫາດຊາຍຟອງ ແລະ ເມືອງໄຊເສດຖາ ນອກນີ້ ຜູ້ເຂົ້າຮ່ວມທັງໝົດຍັງໄດ້ເຂົ້າຮ່ວມຂະບວນການສາທິດການຕົກກ້າ ໄຖກົບຕໍເຟືອງ ແລະ ສາທິດການສັກຢາປ້ອງກັນພະຍາດສັດ.

​ # ຂ່າວ & ພາບ: ຂັນທະວີ

error: Content is protected !!