ເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນແມ່ຍິງ ນວ ຄັ້ງທີ VIII

    ກອງປະຊຸມເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນແມ່ຍິງນະຄອນຫຼວງວຽງຈັນ ຄັ້ງທີ VIII ຈັດ ຂຶ້ນວັນທີ 6 ພະຈິກ 2020 ຢູ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ນາງ ຫຼຽນຄຳ ວິລະພັນ ປະທານຄະນະບໍລິຫານງານສະຫະພັນແມ່ຍິງ ນວ ມີຄະນະບໍລິຫານງານ ປະທານສະຫະພັນແມ່ຍິງເມືອງ ແລະ ຕາງໜ້າສະມາຊິກແມ່ຍິງອ້ອມຂ້າງ ນວ ເຂົ້າຮ່ວມຮັບຟັງ. 

    ທ່ານ ນາງ ຫຼຽນຄຳ ວິລະພັນ ປະທານຄະນະບໍລິຫານງານສະຫະພັນແມ່ຍິງ ນວ ກ່າວວ່າ: ກອງປະຊຸມໃຫຍ່ຜູ້ແທນແມ່ຍິງນະຄອນຫຼວງວຽງຈັນ ຄັ້ງທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 19 ສິງຫາ 2020 ພາຍໃຕ້ການເປັນປະທານຂອງທ່ານນາງ ບົວລອນ ວົງດາລາແສນ ປະທານຄະນະບໍລິຫານງານສະຫະພັນແມ່ຍິງ ນວ ມີຜູ້ແທນສົມບູນເຂົ້າຮ່ວມ 199 ສະຫາຍ ໃນການດຳເນີນກອງປະຊຸມໃຫຍ່ ຜູ້ແທນສົມບູນໄດ້ເປັນເອກະພາບກັນຮັບຮອງບົດລາຍງານການເມືອງ ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາແມ່ຍິງ ນວ 5 ປີ ຄັ້ງ VII ບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານສະຫະພັນແມ່ຍິງ ຊຸດທີ VII ເຊິ່ງໄດ້ຕີລາຄາດ້ານດີ ດ້ານອ່ອນ ຂໍ້ຄົງຄ້າງ ພ້ອມທັງສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການຊີ້ນຳ-ນຳພາ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງ ນວ ໃນໄລຍະ 5 ປີ ຜ່ານມາ ແລະ ທິດທາງແຜນການຕໍ່ໜ້າ ພ້ອມດຽວກັນນີ້ ກອງປະຊຸມໄດ້ເປັນເອກະພາບຮັບຮອງເອົາ 10 ຄາດໝາຍສູ້ຊົນ 4 ທິດທາງລວມ 10 ໜ້າທີ່ຈຸດສຸມ ແລະ ຮັບຮອງເອົາແຜນພັດທະນາແມ່ຍິງ ນວ ປີ 2021-2025 ປະກອບມີ 10 ແຜນງານ 33 ໂຄງການ.

# ຂ່າວ & ພາບ: ຊິລິການດາ

error: Content is protected !!