ບໍລິສັດ ອຸໄລພານິດ (ປະເທດລາວ) ຈໍາກັດ ໄດ້ຊ່ວຍນໍ້າສີ U-90 ຈຳນວນ 33 ຖັງ ມູນຄ່າ 8.225.000 ກີບ ໃຫ້ໂຮງຮຽນມັດທະຍົມສົມບູນ (ມສ) ບ້ານໂດນ ເມືອງປາກງື່ມ ນະຄອນຫຼວງວຽງຈັນ (ນວ) ເພື່ອໄປທາຝາອາຄານຮຽນ 1 ຫຼັງທີ່ໄດ້ຮັບການບູລະນະສ້ອມແປງປ່ຽນຖ່າຍຫຼັງຄາ ໃສ່ເພດານ ແລ່ນໄຟຟ້າ ແລະ ຕິດຕັ້ງອຸປະກອນຮັບໃຊ້.

ພິທີມອບຮັບການຊ່ວຍເຫຼືອຄັ້ງນີ້ ຈັດຂຶ້ນວັນທີ 6 ພະຈິກ 2020 ທີ່ຫ້ອງວ່າການ ນວ ກ່າວມອບໂດຍທ່ານ ລະອຽດ ຜິລະອຽດ ຜູ້ຈັດການຝ່າຍການຕະຫຼາດບໍລິສັດອຸໄລພານິດ (ປະເທດລາວ) ຈຳກັດ ແລະ ກ່າວຮັບໂດຍທ່ານ ຄຳໝູນ ຕຽງທະລາດ ເຈົ້າເມືອງປາກງື່ມ ມີທ່ານ ສອນໄຊ ສີສົມພັນ ຮອງຫົວໜ້າຫ້ອງວ່າການ ນວ ທ່ານຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງປາກງື່ມ ທ່ານອຳນວຍການໂຮງຮຽນ ມສ ບ້ານໂດນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
# ຂ່າວ & ພາບ: ສົມສະຫວັນ