ກອງປະຊຸມໃຫຍ່ອົງຄະນະພັກກະຊວງການຕ່າງປະເທດອັດລົງດ້ວຍຜົນສໍາເລັດອັນຈົບງາມ

​    ກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງການຕ່າງປະເທດ ໄດ້ອັດລົງດ້ວຍຜົນສໍາເລັດອັນຈົບງາມ ວັນທີ 6 ພະຈິກ 2020 ທີ່ສູນເຝີກອົບຮົມ ແລະ ການຮ່ວມມືສາກົນ (ICTC) ໂດຍການເປັນປະທານຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ກຳມະການສູນກາງພັກ ເລຂາພັກຄະນະພັກ ລັດຖະມົນຕີກະຊວງການຕ່າງປະເທດ ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ບັນດາແຂກ​ທີ່​ຖືກ​ເຊີນ​ຈາກ​ກະຊວງ ​ແລະ ອົງການຈັດຕັ້ງ​ອ້ອມ​ຂ້າງ​ສູນ​ກາງ​ ​ສະມາຊິກ​ພັກ​ ອາວຸ​ໂສບຳນານ ​ແລະ ຜູ້​ແທນ​ສົມບູນ. 

     ກອງປະຊຸມຄັ້ງນີ້ໄດ້ຮັບຮອງເອົາບົດລາຍງານການເມືອງຂອງຄະນະບໍລິຫານງານພັກ ສະໄໝທີ III ແລະ ແຜນພັດທະນາຂອງກະຊວງການຕ່າງປະເທດ ໄລຍະ 2021-2025 ໂດຍໄດ້ກຳນົດເອົາ 3 ທິດທາງໜ້າທີ່ລວມໃນ 3 ດ້ານຄື ດ້ານການເຄື່ອນໄຫວຕ່າງປະເທດ ການປະຕິບັດວຽກງານວິຊາສະເພາະ ແລະ ການກໍ່ສ້າງພັກ-ພະນັກງານ ໄດ້ວາງ 11 ຄາດໝາຍສູ້ຊົນ ແລະ ສຸມໃສ່ຈັດຕັ້ງປະຕິບັດ 6 ແຜນງານ 39 ໂຄງການ ແລະ ສືບຕໍ່ອອກແຮງຈັດຕັ້ງປະຕິບັດແນວທາງການຕ່າງປະເທດ ສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍຂອງພັກ ຕັ້ງໜ້າປະຕິບັດຄໍາຂວັນ “ການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດ”.

        ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກກະຊວງການຕ່າງປະເທດຊຸດທີ IV ຈຳນວນ 15 ສະຫາຍ ຍິງ 1 ສະຫາຍ ຄະນະປະຈໍາພັກ 5 ສະຫາຍ ໃນນັ້ນ ເລືອກເອົາສະຫາຍ ສະເຫຼີມໄຊ ກົມມະສິດ ເປັນເລຂາຄະນະພັກ ສະຫາຍ ທອງສະຫວັນ ພົມວິຫານ  ເປັນຮອງເລຂາ ແລະ ເລືອກເອົາ ສະຫາຍ ບຸນເຫຼືອ ພັນດານຸວົງ ເປັນປະທານກວດກາພັກ ແລະ ປ່ອນບັດຄັດເລືອກຕັ້ງເອົາຜູ້ແທນສົມບູນ  5 ສະຫາຍ  ແລະ ສໍາຮອງ 2 ສະຫາຍ  ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຂອງພັກຄັ້ງທີ XI ຂອງພັກ.

    ໃນກອງປະຊຸມ ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ໃຫ້ກຽດໂອ້ລົມຕໍ່ຄະນະບໍລິຫານງານພັກກະຊວງການຕ່າງປະເທດຊຸດໃໝ່ ເຊິ່ງສະຫາຍໄດ້ຕີລາຄາສູງຕໍ່ໝາກຜົນແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີX ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີIII ຂອງອົງຄະນະພັກກະຊວງການຕ່າງປະເທດ ແລະ ບັນດາມະຕິ ຄໍາສັ່ງຕ່າງໆຂອງພັກທີ່ຂະແໜງການຕ່າງປະເທດຍາດໄດ້ ໃນຫຼາຍດ້ານຕະຫອດໄລຍະ 5 ປີຜ່ານມາ ພ້ອນນັ້ນສະຫາຍໄດ້ທິດຊີ້ນໍາໃຫ້ບັນດາສະຫາຍຄະນະພັກ ຕະຫຼອດຮອດສະມາຊິກພັກ ທຸກຂັ້ນ ສືບຕໍ່ເສີມຂະຫຍາຍດ້ານດີທີ່ຕັ້ງຫນ້າ ແລະ ປັບປຸງແກ້ໄຂຈຸດອ່ອນຂໍ້ຄົງຄ້າງໃນແຕ່ລະດ້ານໃຫ້ມີທ່າກ້າວທີ່ດີຂື້ນກວ່າເກົ່າ ຮຽກຮ້ອງໃຫ້ຄະນະບໍລິຫານພັກກະຊວງຊຸດໃໝ່ ໃຫ້ສືບຕໍ່ຊີ້ນໍາ-ນໍາພາຈັດຕັ້ງຜັນຂະຫຍາຍມະຕິຂອງກອງປະຊຸມຄັ້ງນີ້ໃຫ້ເຂົ້າສູ່ລວງເລິກ ແລະ ສອດຄ່ອງກັບສະພາບຄວາມເປັນຈິງໃນປະຈຸບັນ ຕ້ອງໄດ້ສູ້ຊົນຊີ້ນຳ-ນຳພາຈັດຕັ້ງປະຕິບັດໂດຍສະເພາະ ວຽກງານພົວພັນຕ່າງປະເທດ ໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງ. 

    ເນັ້ນໃຫ້ຄະນະພັກກະຊວງເປັນເຈົ້າການນຳພາພະນັກງານ ສະມາຊິກພັກ ເຄື່ອນໄຫວຕາມພາລະບົດບາດຂອງຕົນຢ່າງຕັ້ງໜ້າ ມີຄວາມໜັກແໜ້ນທາງດ້ານການເມືອງເອົາໃຈໃສ່ໃນຂອດປະສານງານ ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ ມີຫົວຄິດປະດິດສ້າງຕາມແນວທາງນະໂຍບາຍຂອງພັກ-ລັດ ເອົາໃຈໃສ່ວຽກງານການຂົນຂວາຍການລົງທືນ-ການຮ່ວມມືໃຫ້ນັບມືກວ້າງຂວາງ ໂດຍມີການຈັດບຸລິມະສິດ ມີການກຳນົດເປົ້າ   ໝາຍ ຈຸດສຸມ ແລະ ສ້າງເປັນແຜນການເຄື່ອນໄຫວລະອຽດ ພາຍໃຕ້ຄຳຂວັນ “ການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດ” ໂດຍຍຶດໝັ້ນແນວທາງການຕ່າງປະເທດຂອງພັກ ສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ ເປີດກວ້າງການຮ່ວມມືແບບຫຼາຍທິດ ຫຼາຍຝ່າຍ ຫຼາຍລະດັບ ແລະ ຫຼາຍຮູບແບບ ຕ່າງຝ່າຍຕ່າງມີຜົນເຊິ່ງກັນ ແລະ ກັນ ທີ່ກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ໄດ້ວາງອອກ ໃຫ້ປະສົບຜົນສໍາເລັດຍິ່ງໃຫຍ່ກວ່າເກົ່າ.

error: Content is protected !!