ບັນຫາປິ່ນອ້ອມການຈັດຕັ້ງປະຕິບັດ

ຫາກ​ເປັນ​ຜູ້​ສັງ­ເກດ​ຈະ​ເຫັນ​ວ່າ ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ​ເຮົາ​ນີ້ ການ​ຄຸ້ມ​ຄອງ​ບໍ­ລິ­ຫານ​ຫຼາຍ​ຢ່າງ​ເພິ່ນ​ມີ​ນິ­ຕິ​ກຳ​ຫຼາຍ​ແທ້​ໃດ ? ເປັນ­ຕົ້ນ​ແມ່ນ​ຂໍ້​ຕົກ­ລົງ ແຈ້ງ​ການ​ຕ່າງໆ ເຊິ່ງ​ວ່າງ​ມໍ່ໆມານີ້​ກໍ​ມີ​ການ​ຄວບ​ຄຸມ​ສຽງ​ເນືອງ​ນັນ ແຕ່​ກໍ​ຕ້ອງ​ຍອມ­ຮັບ​ວ່າ ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ບໍ່​ຄ່ອຍ​ໄດ້​ຮັບ​ຜົນ​ສູງ​ສຸດ​ນໍ ? ກ່ຽວ​ກັບ​ເລື່ອງ​ນີ້ ພວກ​ເຮົາ​ຕ້ອງ​ເຂົ້າ­ໃຈ​ນຳ​ກັນ​ວ່າ ມັນ​ພົວ­ພັນ​ກັບ​ຫຼາຍ​ຝ່າຍ ກໍ​ຄື​ດຽວ​ກັນ​ກັບ​ເລື່ອງ​ການ​ເຮັດ​ສຳ­ມະ­ໂນ​ໃໝ່ ບັດ­ປະ­ຈຳ­ຕົວ​ໃໝ່ ທີ່​ດຳ­ເນີນ​ຢູ່​ບາງ​ບ້ານ ບາງ​ເມືອງ ເກີດ​ມີ​ຫາງ​ສຽງ​ເລື່ອງ​ການ​ເກັບ​ຄ່າ​ທຳ­ນຽມ​ຕ່າງໆ ທັ້ງໆທີ່​ການ­ຈັດ­ຕັ້ງ​ເພິ່ນ​ມີ​ແຈ້ງ​ການ​ອອກ​ມາ​ແລ້ວ…ແຕ່​ເວ­ລາ​ລົງ​ໄປ​ເຮັດ​ວຽກ ພະ­ນັກ­ງານ​ເຮົາ​ບາງ​ຈຸດ… ບາງ​ບ່ອນ​ກໍ​ບໍ່​ແຈ້ງ​ລະ­ອຽດ ເລື່ອງ​ລາ­ຄາ​ຄ່າ​ທຳ­ນຽມ​ເອົາ​ແຕ່​ຊິ​ເກັບ… ປະ­ຊາ­ຊົນ​ກໍ​ບໍ່​ທ້ວງ ມີ​ແຕ່​ຈົ່ມ… ກາຍ­ເປັນ​ບັນ­ຫາ​ຊ້ຳ​ເຮື້ອ ທັງໆ​ທີ່​ເປັນ​ສິດ­ທິ​ຂອງ​ພົນ­ລະ­ເມືອງ​ທີ່​ຕ້ອງ​ທ້ວງ​ຕ້ອງ​ເຕືອນ ຫາກ​ເຫັນ​ວ່າ​ມີ​ການ​ກະ­ທຳ​ລະ­ເມີດ​ນິ­ຕິ​ກຳ​ກ່ຽວ­ຂ້ອງ.

ປະ­ທານ ໄກ­ສອນ ພົມ­ວິ­ຫານ ເຄີຍ​ກ່າວ​ໄວ້​ວ່າ:… ບັນ­ຫາ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ທັງ​ເປັນ​ວິ­ທະ­ຍາ­ສາດ ທັງ​ເປັນ​ສິ­ລະ​ປະ ມັນ​ເປັນ​ວິ­ທະ­ຍາ­ສາດ ກໍ​ຍ້ອນ​ວ່າ ຢາກ​ຈັດ​ຕັ້ງ​ປະ­ຕິ­ບັດ​ໄດ້​ດີ ແມ່ນ​ຕ້ອງ​ເຊື່ອມ​ຊຶມ​ແນວ­ທາງ ແລະ ທັດ­ສະ­ນະ​ຂອງ​ພັກ ຕ້ອງ​ກຳ​ສະ­ພາບ​ຕົວ​ຈິງ​ໃຫ້​ຊັດ​ເຈນ ຮູ້​ໄຈ້​ແຍກ​ສະ­ພາບ​ການ​ຕົວ​ຈິງ​ຢ່າງ​ສັດ­ຈະ​ວິ­ພາກ ຈາກ​ນັ້ນ ຈຶ່ງ​ຈະ​ສາ­ມາດ​ວາງ​ແຜນ​ນະ­ໂຍ­ບາຍ ໂຄງ​ການ­ເຄື່ອນ­ໄຫວ ແລະ ເລືອກ​ເອົາ​ໂຄງ­ການ​ທີ່​ດີ­ເລີດ​ໄດ້ ໝາຍ​ຄວາມ​ວ່າ ໂຄງ­ການ​ທີ່​ສິ້ນ​ເປືອງ​ແຮງ​ງານ​ໜ້ອຍ​ສຸດ ແຕ່​ຫາກ​ບັນ­ລຸ​ປະ​ສິດ­ທິ​ຜົນ​ສູງ​ສຸດ​ບົນ​ພື້ນ­ຖານ​ດັ່ງ­ກ່າວ​ນັ້ນ ຈຶ່ງ​ຈັດ​ວາງ​ສັບ​ຊ້ອນ​ກຳ­ລັງ​ເຂົ້າ​ສູ່​ການ​ກະ­ທຳ​ຕົວ​ຈິງ.

ບັນ­ຫາ​ຈັດ​ຕັ້ງ​ປະ­ຕິ­ບັດ ເປັນ​ສິ­ລະ​ປະ ກໍ​ຍ້ອນ​ວ່າ ໃນ​ເມື່ອ​ໄດ້​ວາງ​ແຜນ​ນະ­ໂຍ­ບາຍ ໂຄງ­ການ ແລະ ຈັດ​ວາງ​ກຳ­ລັງ​ແລ້ວ ຕ້ອງ​ຮູ້­ຈັກ​ກຳ​ເອົາ​ກາ­ລະ​ໂອ­ກາດ​ທີ່​ອຳ­ນວຍ ເພື່ອ​ເຄື່ອນ​ໄຫວ​ໃຫ້​ຖືກ​ກັບ​ກາ­ລະ​ໂອ­ກາດ​ນັ້ນ ຕ້ອງ​ຮູ້​ນຳ​ໃຊ້ ຮູ້​ສົມ­ທົບ​ທຸກ​ກຳ­ລັງ ແລະ ການ­ເຄື່ອນ­ໄຫວ​ທຸກ​ດ້ານ​ຢ່າງ​ເຂົ້າ​ແກ໊ບ​ເຂົ້າ​ເກຍ ແລະ ເປັນ­ຈັງ​ຫວະ​ດຽວ​ກັນ ຮູ້​ວາງ​ນະ­ໂຍ­ບາຍ​ໄມ້​ງັດ​ອອກ ໂດຍ​ກຳ​ແໜ້ນ​ບັນ­ດາ​ການ​ພົວ­ພັນ​ທາງ​ຜົນ​ປະ­ໂຫຍດ ເພື່ອ​ປຸກ­ລະ­ດົມ​ມະ­ຫາ­ຊົນ ຊຸກ­ຍູ້​ຂະ​ບວນ​ການ​ໃນ​ແຜນ­ການ­ເຄື່ອນ­ໄຫວ​ນັ້ນ ຕ້ອງ​ມີ​ການ​ກຳ­ນົດ​ອັນ​ໃດ​ເປັນ​ຈຸດ​ໜັກ ອັນ​ໃດ​ເປັນ​ຈຸດ​ທົ່ວ​ໄປ ແລະ ຕ້ອງ​ຮູ້​ຊອກ ຮູ້​ສ້າງ​ແບບ­ຢ່າງ ແລະ ແຜ່​ຂະ­ຫຍາຍ​ແບບ­ຢ່າງ​ນັ້ນ​ອອກ​ຢ່າງ​ກວ້າງ­ຂວາງ… (ໄກ­ສອນ ພົມ­ວິ­ຫານ ນິ­ພົນ​ເລືອກ­ເຟັ້ນ​ເຫຼັ້ມ 3 ໜ້າ​ທີ 120-121) ທຸກ​ມະ­ຕິ​ຄຳ​ສັ່ງ ຂໍ້​ຕົກ­ລົງ ແຈ້ງ​ການ​ຕ່າງໆ​ຂອງ​ພັກ ລວມ​ເຖິງ​ກົດ­ໝາຍ ແລະ ນິ­ຕິ​ກຳ​ລຸ່ມ​ກົດ­ໝາຍ​ຂອງ​ລັດ ລ້ວນ​ແລ້ວ­ແຕ່​ມີ​ມາດ​ຕະ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ຜ່ານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ຈຶ່ງ​ສາ­ມາດ​ຖອດ​ຖອນ​ບົດ­ຮຽນ​ເພື່ອ​ເພີ່ມ​ເຕີມ ແລະ ບູ­ລະ­ນະ​ຢ່າງ​ບໍ່​ຢຸດ​ຢັ້ງ ພ້ອມ​ທັງ​ຢຶດ​ໝັ້ນ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໃຫ້​ປາ­ກົດ​ຜົນ​ເປັນ​ຈິງ.

ໂດຍ: ແນວ​ລາວ

error: Content is protected !!