ທ່ານ ເວີນສະຫວັນ ສີວິໄຊ ຫົວໜ້າຄູເຝິກທັບນັກກີລາບານເຕະເຈົ້າຖິ່ນ ນະຄອນຫຼວງວຽງຈັນ (ນວ) ໝັ້ນໃຈລູກທີມຈະສາມາດສ້າງຜົນງານໄດ້ດີຢ່າງແນ່ນອນ ເພື່ອມອບຄວາມສຸກໃຫ້ພໍ່ແມ່ປະຊາຊົນຊາວນະຄອນຫຼວງວຽງຈັນ ໃນລາຍການບານເຕະຊາຍທົ່ວປະເທດ ເພື່ອສ້າງຂະບວນການຄຳນັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 45 ປີ ເຖິງວ່າຜົນງານໃນການລົງສະໜາມອຸ່ນເຄື່ອງ 2 ນັດຜ່ານມາຈະເສຍກໍຕາມ ໂດຍສະເພາະນັດຫຼ້າສຸດ ຖືກສະໂມສອນ ຊ້າງນ້ອຍ ເອັຟຊີ ໄລ່ເອົາຊະນະ 3-0 ປະຕູ.
ການແຂ່ງຂັນເຕະບານອຸ່ນເຄື່ອງລະຫວ່າງເຈົ້າຖິ່ນ ນວ ນຳທີມໂດຍທ່ານ ເວີນສະຫວັນ ສີວິໄຊ ຫົວໜ້າຄູເຝິກ ພົບກັບສະໂມສອນ ຊ້າງນ້ອຍ ເອັຟຊີ ແຊັມຫຼ້າສຸດ ລາຍການຄອມມານໂດ ແອວເອັຟເອັຟ ຄັບ 2020 ແລະ ເປັນທີມອັນດັບທີ 3 ໃນລາຍການ ລາວລີກ 1 ຫຼື ລີກສູງສຸດຂອງ ສປປ ລາວ ໃນວັນທີ 3 ພະຈິກຜ່ານມາ ທີ່ສະໜາມກີລາເຈົ້າອານຸວົງ ເຊິ່ງມີຄະນະນຳ ແລະ ບັນດາກອງເຊຍຂອງທັງສອງພາກສ່ວນດັ່ງກ່າວເຂົ້າຮ່ວມຊົມ ແລະ ເຊຍຫຼາຍຮ້ອຍຄົນ.
ຜ່ານການແຂ່ງຂັນຕະຫຼອດໄລຍະ 90 ນາທີ ຜົນປາກົດວ່າ: ທັບນັກກີລາບານເຕະເຈົ້າຖິ່ນ ນວ ຖືກສະໂມສອນ ຊ້າງນ້ອຍ ບຸກມາເອົາຊະນະໄປແບບຂາດຮອຍ 3-0 ປະຕູ ຫຼັງການແຂ່ງຂັນສິ້ນສຸດລົງ ທ່ານ ເວີນສະຫວັນ ສີວິໄຊ ໃຫ້ສຳພາດວ່າ: ໂດຍລວມໃນການລົງສະໜາມອຸ່ນເຄື່ອງ 2 ນັດຜ່ານມາ ໂດຍສະເພາະກັບສະໂມສອນ ຊ້າງນ້ອຍ ທີມອັນດັບທີ 3 ລາວລີກ 1 ແລະ ຫາກໍຄວ້າແຊັມລາຍການຄອມມານໂດ ແອວເອັຟເອັຟ ຄັບ 2020 ມາໃໝ່ໆໝາດໆ ນັກກີລານະຄອນຫຼວງ ພວກເຮົາມີການພັດທະນາດີຂຶ້ນຫຼາຍ ທຸກຄົນມີການເໜັງຕີງມີຄວາມແຕກຕ່າງດີກວ່າເກົ່າ ແລະ ສິ່ງສຳຄັນແມ່ນໄດ້ບົດຮຽນ ແລະ ປະສົບການທີ່ດີ ເຊື່ອໝັ້ນວ່າການເຂົ້າຮ່ວມແຂ່ງຂັນບານເຕະຊາຍທົ່ວປະເທດ ໃນຄັ້ງນີ້ ທີ່ບໍ່ມີນັກກີລາທີມຊາດ ແລະ ຈາກລາວລີກ 1 ລູກທີມທັບນັກເຕະບານ ນວ ຈະສາມາດສ້າງຜົນງານໂດດເດັ່ນຢ່າງແນ່ນອນ ເພື່ອມອບຄວາມສຸກໃຫ້ພໍ່ແມ່ປະຊາຊົນຊາວນະຄອນຫຼວງວຽງຈັນ ໄດ້ຊື່ນໃຈໃນລາຍການດັ່ງກ່າວຢ່າງແນ່ນອນ.
ການແຂ່ງຂັນເຕະບານຊາຍທົ່ວປະເທດໃນຄັ້ງນີ້ ມີທັງໝົດ 17 ແຂວງ ແລະ 1 ນະຄອນຫຼວງ ຈັດແບ່ງອອກເປັນ 4 ກຸ່ມ ແຕ່ລະກຸ່ມພົບກັນໝົດຄັດເອົາທີ 1-2 ຜ່ານເຂົ້າໄປຫຼິ້ນໃນຮອບຕໍ່ໄປ ສຳລັບນະຄອນຫຼວງ ຖືກຈັດຢູ່ກຸ່ມ A ປະກອບມີ ແຂວງຄຳມ່ວນ ແຂວງຊຽງຂວາງ ແຂວງໄຊສົມບູນ ແລະ ແຂວງສາລະວັນ ນັດທຳອິດ ນະຄອນຫຼວງ ມີຄິວລົງສະໜາມພົບກັບແຂວງຊຽງຂວາງ ໃນວັນທີ 7 ພະຈິກນີ້ ເວລາ 16:00 ໂມງ ເປັນຕົ້ນໄປ ທີ່ສະໜາມກີລາແຫ່ງຊາດ (ຫຼັກ 16).